ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-04 21:52:40    
ນາງ​ຢາງ​ຢາງ ນັກ​ກິລາ​ອາວຸ​ໂສ​ຢາກ​ຂຽນ​ໜ້າ​ໃໝ່​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຄັ້ງທີ 20 ຈະ​ຈັດ​ຂຶ້ນຢູ່​ເມືອງ​ຕູຣິງອີ​ຕາ​ລີ​ໃນ​ເດືອນ​ກຸມພາ​ປີໜ້າ. ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ"ໜາວ​ທີ່​ເມືອງ​ຊອນ​ລັກອາ​ເມ​ລິ​ກາປີ 2002, ນາງ​ຢາງ​ຢາງ ນັກ​ກິລາ​ຈີນ​ຊິງ​ໄດ້ຫຼຽນຄຳ​ໃນ​ລາຍການ​ສະ​ເກັດ​ແລ່ນ​ໄວ​ໄລຍະ 500 ​ແມັດ​ເພດ​ຍິງ, ນີ້​ແມ່ນຫຼຽນຄຳຫຼຽນທຳ​ອິດ​ທີ່​ນັກ​ກິລາ​ຈີນ​ຊິງ​ໄດ້​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ, ນອກ​ນີ້, ນາງ​ຢາງ​ຢາງ​ຍິງ​ຊິງ​ໄດ້ຫຼຽນຄຳ​ໃນ​ລາຍ​ການ​ສະ​ເກັດ​ແລ່ນ​ໄວ​ໄລຍະ 1000 ​ແມັດ ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຄັ້ງ​ນັ້ນ. ຫຼັງ​ຈາກ​ນັ້ນ 4 ປີ, ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຄັ້ງ​ໃໝ່​ທີ່​ຈະ​ຈັດ​ຂຶນຢູ່​ເມືອງ​ຕູຣິງ, ນາງ​ຢາງ​ຢາງ​ຫວັງ​ຈະ​ຂຽນ​ໜ້າ​ໃໝ່​ໃນ​ຊີ​ວິດ​ການ​ກິລາ​ຂອງ​ຕົນ.

​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ເມືອງ​ຊອນ​ລັກ, ນາງ​ຢາງ​ຢາງ​ຊິງ​ໄດ້ຫຼຽນຄຳ​ສອງ​ຫຼຽນ​ແລ້ວ​ກາຍ​ເປັນ​ບຸກຄົນ​ຕົວ​ແບບ​ໃນ​ລາຍການ​ກິລາ​ລະດູ​ໜາວ​ຂອງ​ຈີນ. ຫຼັງຈາກ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ຊອນ​ລັກສ​ສິ້ນ​ສຸດ​ລົງ​ບໍ່​ດົນ, ນາງ​ໄດ້​ຖອນ​ຕົວ​ອອກ​ຈາກ​ວົງ​ການ​ກິລາ​ແລະ​ໄປ​ຮຽນ​ວິຊາ​ຄຸ້ມ​ຄອງ​ອຸດສາຫະກຳ​ການ​ຄ້າ​ໃນ​ມະຫາວິທະຍາ​ໄລ​ຊິງ​ຮວາ ​ເຊິ່ງ​ແມ່ນ​ມະຫາວິທະຍາ​ໄລ​ທີ່​ມີ​ຊື່ສຽງຂອງ​ຈີນ, ພາຍຫຼັງມາ ນາງ​ກໍ​ໄດ້​ໄປ​ຮຽນ​ຢູ່​ອາ​ເມ​ລິ​ກາ​ອີກ, ​ແຕ່​ໃນ​ເດືອນ​ຕຸລາ​ປີ​ກາຍ​ນີ້, ນາງ​ຢາງ​ຢາງ​ໄດ້​ປະກາດ​ວ່າ ຈະ​ກັບ​ຄືນ​ສູ່​ສະໜາມ​ແຂ່ງຂັນ​ນ້ຳກ້າມ​ອີກ​ໂດຍ​ຢູ່​ນອກ​ຄວາມ​ຄາດ​ຄິດ​ຂອງ​ຄົນ​ທັງຫຼາຍ. ​ແຕ່​ນັ້ນມາ, ນາງ​ໄດ້​ອຳ​ລາ​ຊີວິດ​ອັນ​ສະບາຍ​ອົກ​ສະບາຍ​ໃຈ​ໃນ​ມະຫາວິທະຍາ​ໄລ ​ແລ້ວ​ເຂົ້າຮ່ວມ​ການ​ຝຶກ​ແບບ​ອັນ​ລຳບາກ​ອີກ. ນາງ​ຢາງ​ຢາງ​ທີ່ອາຍຸ 30 ປີ ຈະ​ຕາງໜ້າ​ຈີນ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ເມືອງ​ຕຸຣິງ, ​ເທື່ອ​ນີ້​ກໍ່​ແມ່ນ​ນາງ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ລະ​ດູ​ໜາວ​ເທື່ອ​ທີ​ສາມ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ຫວ່າງ​ມໍ່ໆ​ນີ້, ນາງ​ຢາງ​ຢາງ​ເວົ້າວ່າ: ການ​ມັກ​ຮັກ​ກິລາ​ບົນ​ຫິມະ​ແລະ​ນ້ຳກ້າມ ​ແມ່ນ​ມູນ​ເຫດ​ທີ່​ເຮັດ​ໃຫ້​ນາງ​ກັບ​ຄື​ນສູ່​ວົງ​ການ​ກິລາ​ອີກ, ນາງ​ເວົ້າວ່າ: ​ໃນ​ເວລາ​ຂ້າພະ​ເຈົ້າກັບ​ຄືນ​ຮອດ​ປະ​ເທດ​ແລ້ວ, ຍາດ​ພີ່ນ້ອງ​ມິດ​ສະຫາຍ​ລ້ວນ​ແຕ່​ບໍ່​ເຫັນ​ດີ​ນຳ, ຍ້ອນ​ເຮັດ​ຈັ່ງຊີ້​ມີຄວາມ​ສ່ຽງຫຼາຍ, ມູນ​ເຊື້ອ​ຂອງ​ຄົນ​ຈີນ​ກໍ​ແມ່ນ​ເມື່ອ​ຮອດ​ລະດັບ​ສຸດ​ຍອດ​ກໍ​ເຊົາ. ຖ້າ​ຫາກ​ດຽວ​ນີ້​ຕົນ​ເອງ​ຊິງ​ໄດ້​ທີ​ສອງ, ໝູ່​ເພື່ອນ​ກໍ​ຈະ​ເຫັນ​ວ່າ​ເຈົ້າປະລາ​ໄຊ​ແລ້ວ. ​ແຕ່​ໃນ​ເວລາ​ນັ້ນ ​ເຖິງ​ວ່າ​ຂ້າພະ​ເຈົ້າບໍ່​ແນ່​ໃຈ​ວ່າ​ຈະ​ຊິງ​ໄດ້ຜົນ​ໃນ​ລະດັບ​ໃດ​ກໍ່ຕາມ, ​ແຕ່​ຂ້າພະ​ເຈົ້າ​ເຊື່ອ​ວ່າ ຢູ່​ເມືອງ​ຕູຣິງ ຖ້າ​ຂ້າພະ​ເຈົ້າ​ພຽງ​ແຕ່​ເປັນ​ຜູ່​ຊົມ​ຜູ່​ໜຶ່ງ​ທັງ​ນັ້ນ, ຂ້າ​ພະ​ເຈົ້າຈະ​ເສຍ​ໃຈ​ແທ້ໆ.

​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ຕູຣິງ, ນາງ​ຢາງ​ຢາງ​ຈະ​ອອກ​ແຮງ​ສຸດ​ຂີດ​ຄອງ​ແຊມ​ປຽນ​ລາຍການ​ແລ່ນ​ສະ​ເກັດ​ໄລຍະ 500 ​ແມັດ​ແລະ 1000 ​ແມັດ​ເພດ​ຍິງ​ອີກ. ​ແຕ່​ການ​ທ້າ​ທາຍ​ທີ່​ນາງ​ຢາງ​ຢາງ​ປະ​ເຊີນ​ນັ້ນກໍ່​ໃຫຍ່ຫຼວງ, ​ໂດຍ​ສະ​ເພາະ​ແມ່ນ​ລາຍການ​ແລ່ນ​ສະ​ເກັດ 500 ​ແມັດ​ເພດ​ຍິງ, ນາງ​ບໍ່ພຽງ​​ແຕ່ຈະ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຂອງ​ນາງຣາດາ​ໂນ​ວາ ນັກ​ກິລາ​ບຸນ​ກາລີ ຜູ່​ສ້າງ​ສະຖິຕິ​ໂລກ​ທໍ່ນັ້ນ, ກໍ່​ຈະ​ຮັບ​ການ​ທ້າ​ທາຍ​ຈາກ​ນັກ​ກິລາ​ຈີນ​ຜູ່​ອື່ນໆ​ອີກ--​ໃນ​ງານ​ແຂ່ງຂັນ​ແລ່ນ​ສະ​ເກັດ​ໄລຍະ​ສັ້ນຊິງ​ຂັນ​ໂລກ​ປີ​ນີ້ ​ໄດ້​ຈັດ​ຂຶ້ນ 4 ນັດ​ແລ້ວ, ນາງຫວັງ​ເມິງ ນັກ​ກິລາ​ຈີນ​ທີ່​ອາຍຸ​ພຽງ​ແຕ່ 20 ປີນັ້ນ ກໍ​ຊິງ​ໄດ້ຫຼຽນຄຳ​ໝົດ​ໃນ​ການ​ແຂ່ງຂັນ​ແລ່ນ​ສະ​ເກັດ​ໄລຍະ 500 ​ແມັດ​ເພດ​ຍິງ.

​ເມື່ອ​ທຽບ​ກັບ​ນັກ​ກິລາ​ໜຸ່ມ​ເຫຼົ່ານີ້​ແລ້ວ, ອາຍຸ​ແກ່​ແລະ​ກຳລັງ​ຮ່າງກາຍ​ຂອງ​ນາງ​ຢ່າງ​ຢາງ​ໄດ້​ກາຍ​ເປັນ​ຈຸດ​ອ່ອນ. ​ແຕ່​ນາງ​ຢາງ​ຢາງ​ມີ​ຄວາມ​ໝັ້ນ​ໃຈ, ​ເພາະ​ບົດຮຽນ​ແຂ່ງຂັນ​ຂະ​ໜາດ​ໃຫຍ່​ທີ່​ອຸດົມສົມບູນ​ແລະ​ຈິດ​ໃຈ​ສູ້​ຊົນ​ທີ່​ສຸກ​ງອມ​ຈະ​ແມ່ນ​ທ່າ​ແຮງ​ຂອງ​ນາງ. ນາງ​ຈະ​ອອກ​ແຮງ​ສຸດ​ຂີດ ຍາດ​ເອົາ​ໄຊຊະນະ.

ນາງຢາງ​ຢາງ​ໄດ້​ເຂົ້າຮ່ວມ​ງານ​ກິລາ​ໂອລິ​ມປິກລະດູ​ໜາ​ວສອງ​ເທື່ອ​ແລ້ວ, ດຽວ​ນີ້ ນາງ​ບໍ່ພຽງ​ແຕ່​ຢາງ​ຊິງ​ເອົາຫຼຽນລາງວັນ​ທໍ່​ນັ້ນ, ນາງ​ຍິ່ງ​ເອົາ​ໃຈ​ໃສ່​ເລື່ອງ​ການ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິມ​ປິກ​ລະດູ​ໜາວ​​ເປັນຄັ້ງທີ​ສາມ​ເມື່ອ​ນາງ​ມີ​ອາຍຸ 30 ປີນັ້ນຫຼາຍກວ່າ. ນາງ​ກ່າວ​ວ່າ, ການ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ບໍ່ພຽງ​ແຕ່​ແມ່ນ​ເພື່ອ​ຊິງ​ໄດ້ຜົນ​ງານ​ທີ່​ດີ​ເດັ່ນ. ນາງ​ເວົ້າວ່າ: ​ໃນ​ໄລຍະ 5 ປີ​ກ່ອນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປີ 2002, ຂ້າພະ​ເຈົ້າຊິງ​ໄດ້​ໄຊຊະນະ​ທຸກ​ເທື່ອ​ໃນ​ລາຍການ​ແຂ່ງຂັນ​ແລ່ນ​ສະ​ເກັດ​ໄລຍະ 1500 ​ແມັດ, ​ແຕ່​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ຊອນ​ລັກ, ຂ້າພ​ະ​ເຈົ້າພັດ​ເສຍ​ໄຊ​ໃຕ້​ສະພາບ​ລະດັບ​ຂອງ​ຕົນ​ເອງ​ສູງ​ກວ່າ​ຄູ່​ແຂ່ງຂັນຫຼາຍສົມຄວນ, ອາດ​ເວົ້າ​ໄດ້​ວ່າ ການ​ເສຍ​ໄຊ​ເທື່ອ​ນັ້ນ ​ເໝືອນ "ຈາກ​ສະຫວັນ​ຕົກລົງ​ນະ​ຮົກ"! ​ເວົ້າສຳລັບ​ຂ້າພ​ະ​ເຈົ້າ​ແລ້ວ, ສອງ​ມື້​ໃນ​ຄາວ​ນັ້ນ​ແມ່ນ​ປະສົບ​ການ​ອັນ​ລຳບາກ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ຖອດ​ຖອນ​ບົດຮຽນ​ຢ່າງຫຼວງຫຼາຍຈາກ​ເລື່ອງ​ນີ້, ບໍ່​ສະ​ເພາະ​ຈຳກັດ​ໃນ​ການ​ແຂ່ງຂັນ​ທໍ່​ນັ້ນ, ຜົນ​ທີ່​ໄດ້​ຮັບ​ດ້ານ​ຊີວິດ​ກໍ່ຫຼາຍ.

ງານ​ກິລາ​ໂອ​ລິ​ມປິກ​ເຮັດ​ໃຫ້​ນາງ​ຢາງ​ຢາງ​ຮັບ​ຮູ້​ວ່າ, ​ໃນ​ຖານະ​ເປັນ​ນັກ​ກິລາ​, ສາມາດ​ໃຊ້​ຮູບ​ແບບ​ຫຍັງ​ສ້າງ​ຜົນ​ສະທ້ອນ​ແລ​ະປ່ຽນ​ແປງ​ລາຍການ​ແຂ່ງຂັນ​ຂອງ​ຕົນ. ​ເລີ່​ມ​ແຕ່​ປີ 1999 ​ເປັນຕົ້ນມາ, ນາງ​ຢາງ​ຢາງ​ກໍ​ເລີ່​ມ​ເຂົ້າຮ່ວມ​ກອງ​ປະຊຸມ​ຕ່າງໆ​ຂອງ​ສະຫະພັນ​ແລ່ນ​ສະ​ເກັດ​ສາກົນ​ໃນ​ຖານະ​ເປັນ​ຕົວ​ແທນ​ຂອງ​ນັກ​ກິລາ, ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຕົນ​ຕໍ່​ການ​ພັດທະນາ​ລາຍການ​ແຂ່ງຂັນ; ຫຼັງຈາກ​ຊິງ​ໄດ້​ແຊມ​ປຽນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ແລ້ວ, ນາງ​ຍິ່ງ​ຕັ້ງໜ້າ​ເຂົ້າຮ່ວມ​ວຽກ​ງານ​ເຫຼົ່ານີ້. ນາງ​ຢາງ​ຢາງ​ເວົ້າວ່າ, ປະສົບ​ການ​ເຫຼົ່ານີ້​ໄດ້​ເຮັດ​ໃຫ້​ນາງ​ເປີດ​ຫູ​ເປີດ​ຕາ, ປະສົບ​ການ​ອຸດົມສົມບູນກໍ່​ເຮັດ​ໃຫ້​ນາງ​ຍິ່ງ​ມີ​ຄວາມ​ທຸ່ນ​ທ່ຽງ ​ແລະ​ໃຈ​ເຢັນ​ກວ່າ​ເກົ່າ​ອີກ. ນາງ​ເວົ້າວ່າ: ​ໂດຍ​ຜ່ານ​ການ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຈັດຕັ້ງກິລາ​ສາກົນ​ເຫຼົ່ານີ້, ຂ້າພະ​ເຈົ້າຮູ້ສຶກ​ວ່າ ​ແລວ​ຄວາມ​ຄິດ​ຂອງ​ຕົນ​ຍິ່ງ​ກວ້າງຂວາງ​ກວ່າ​ເກົ່າ, ຈະ​ຮູ້ສຶກ​ວ່າ​ຕົນ​ເອງ​ຍິ່ງ​ເປັນ​ເຈົ້າກີ້​ເຈົ້າການ, ມີ​ຄວາມ​ສາມາດ​ຄວບ​ຄຸມຫຼາຍກວ່າ​ເກົ່າ, ບໍ່​ຄື​ເມື່ອ​ກ່ອນ ບາງ​ເທື່ອ​ຄວບ​ຄຸມ​ໄດ້​ແຕ່​ເກີບ​ແລ່ນ​ສະ​ເກັດ​ແລະ​ສອງ​ຂາ​ຂອງ​ຕົນ​ເອງ, ທີ່​ຈິງ​ແລ້ວ, ​ເມື່ອ​ໄດ້​ຮູ້​ໄດ້​ເຫັນຫຼາຍສິ່ງຫຼາຍ​ແນວ​ແລ້ວ, ຈະ​ບໍ່​ຮູ້ສຶກ​ກະວົນກະວາຍ​ອີກ​ຕໍ່​ສະພາບ​ການ​ທີ່​ເກີດ​ຂຶ້ນຢ່າງ​ກະທັນຫັນ​ຢູ່​ສະໜາມ​ແຂ່ງຂັນ, ວິທີ​ຮັບ​ມື​ກໍ່​ຍິ່ງຫຼາຍກວ່າ​ເກົ່າ.

ຢ່​ເມືອງ​ຕູຣິງ​ເທື່ອ​ນີ້, ນາງ​ຢາງ​ຢາງ​ຍິງ​ຈະ​ເຂົາຮ່ວມ​ການ​ແຂ່ງຂັນ​ຢູ່ "ສະໜາມ​ແຂ່ງຂັນ" ອື່ນ, ນັ້ນກໍ​ຄື ​ແຂ່ງຂັນ​ເລືອກ​ຕັ້ງ​ເປັນ​ກຳມະການ​ຄະນະ​ກຳມະການ​ນັກ​ກິລາ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ, ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ຊອນ​ລັກ, ນາງຢາງ​ຢາງກໍ່​ເຄີຍ​ໄດ້​ເຂົ້າຮ່ວມ​ການ​ແຂ່ງຂັນ​ດັ່ງກ່າວ, ​ແຕ່​ໄດ້​ເສຍ​ໄຊ​ດ້ວຍ​ບັດ​ສຽງຫຼຸດລື່ນ​ກັນ​ໜ້ອຍ​ທີ່​ສຸດ. ຢູ່​ເມືອງ​ຕູຣິງ​ເທື່ອ​ນີ້​ດ ນາງ​ຈະ​ເປັນ​ຜູ່​ສະ​ໝັກ​ຮັບ​ເລືອກ​ຕັ້ງອີກ​ເທື່ອ​ໜຶ່ງ. ນາງ​ຢາງ​ຢາງມີ​ທ່າ​ທີ​ອັນຕັ້ງໜ້າ​ຕໍ່​ການ​ແຂ່ງຂັນ​ເລືອກ​ຕັ້ງ​ເທື່ອ​ນີ້, ນາງ​ຫວັງ​ວ່າ ພາຍ​ຫຼັງ​ຕົນ​ເອງ​ຖອນ​ຕົວ​ອອກ​ຈາກ​ການ​ແຂ່ງຂັນ​ແລ້ວ, ຍັງ​ສາມາດ​ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ກິລາ​ໂອລິມປິກ ການ​ກິລາ​ຈີນ​​ແລ​ະສາກົນ. ນີ້​ແມ່ນ​ຂົງ​ເຂດ​ຂຽນ​ໜ້າ​ໃໝ່​ທີ່​ນາງ​ຫວັງ​ຢ່າງ​ແຮງ​ກ້າ​ທີ່​ສຸດ ນອກ​ຈາກ​ການ​ແຂ່ງຂັນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ແລ້ວ.