
ທ່ານຜູ້ຟັງທີ່ໂຄລົບ,ຊົມເຊີຍທ່ານຮັບຟັງລາຍການວັດທະນະທຳຈີນ.《ຊີວິດສິລະປະ》ແມ່ນລາຍການສຳພາດດ້ານສິລະປະວັນນະຄະດີທີ່ມີຊື່ສຽງຂອງໂທລະພາບສູນກາງຈີນ,ຜູ້ຖ່າຍທຳລາຍການດັ່ງກ່າວນີ້ແມ່ນທ່ານນາງວາງເຈິ່ງ.ໃນລາຍການພາກນີ້,ເຊີນທ່ານພ້ອມກັບພວກເຮົາໄປສຳຜັດກັບໂລກໃນໃຈຂອງທ່ານນາງວາງເຈິ່ງ.
ທ່ານນາງວາງເຈິ່ງແມ່ນຜູ້ຖ່າຍທຳຫນຸ່ມ,ທາງນອກທີ່ງ່າຍດາຍສະແດງອອກເຄິງຄວາມສຸກງອມແລະຫນັກແຫນ້ນ.5ປີກ່ອນ,ພາຍຫລັງທ່ານນາງເລີ່ມສ້າງລາຍການ《ຊີວິດສິລະປະ》ເຊິ່ງເປັນລາຍການສຳພາດດ້ານສິລະປະວັນນະຄະດີຂອງໂທລະພາບສູນກາງ,ອັດຕາຮັບຊົມຂອງລາຍການນີ້ໄດ້ຢູ່ແຖວຫນ້າຂອງລາຍການໂທລະພາບສູນກາງໂດຍຕະຫລອດ.ທ່ານນາງວາງເຈິ່ງເວົ້າວ່າ,《ຊີວິດສິລະປະ》ສາມາດໄດ້ຮັບຜົນສຳເລັດໃນຊູ່ມື້ນີ້,ຕົ້ນຕໍ່ແມ່ນໄດ້ປະໂຫຍດຈາກຄວາມເຂົ້າໃຈຢ່າງເຕັມທີ່ຂອງພວກເພີ່ນຕໍ່ວົງການບັນເທີງຈີນ,ແລະຄວາມຈິງໃຈຕໍ່ແຂກຜູ້ມີກຽດທຸກທ່ານ.ທ່ານນາງເວົ້າວ່າ:
"ຂ້າພະເຈົ້າມັກລາຍການນີ້ຫລາຍ,ຍ້ອນວ່າໃນລາຍການນີ້,ຄົນທັງຫລາຍສາມາດຄົ້ນຄວ້າຫາລືຊີວິດ,ຄົນເຮົາສາມາດກະຕຸ້ນໃຈຄົນ.ໃນລາຍການນີ້,ພວກຂ້າພະເຈົ້າຕ້ອງຈິງໃຈ,ປະເຊີນຫນ້າຕໍ່ແຂກຜູ້ມີກຽດທຸກຄົນຢ່າງຈິງໃຈ,ປະເຊີນຫນ້າຕໍ່ຜູ້ຊົມຂອງພວກເຮົາຢ່າງຈິງໃຈ,ປະເຊີນຫນ້າຕໍ່ໃຈຂອງຕົນຢ່າງຈິງໃຈ,ປະເຊີນຫນ້າຕໍ່ຄວາມຄິດຂອງຕົນຢ່າງຈິງໃຈ."
ລາຍການ《ຊີວິດສິລະປະ》ອອກອາກາດອາທິດລະພາກ, ເວລາ50ນາທີ.ໃນ5ປີທີ່ຜ່ານມາ,ສິລະປິນ200ກວ່າຄົນຂອງຈີນໄດ້ຜ່ານຈາກລາຍການນີ້,ເລົ່າເລື່ອງລາວຕ່າງໆໃນການສະແຫວງຫາສິລະປະແລະຄວາມທຸກສຸກໃນຊີວິດຂອງຕົນ.ໃນເວລາລາຍການອອກອາກາດ,ຜູ້ຊົມທັງຫລາຍດີໃຈຫລືໂສກເສົ້ານຳຄຳເວົ້າຂອງສິລະປິນເລື້ອຍໆ.《ຊີວິດສິລະປະ》ມີປະກົດການຫນຶ່ງ,ກໍ່ແມ່ນເມື່ອສິນລະປິນທຸກຄົນເຂົ້າຫ້ອງສົ່ງ,ກໍ່ສາມາດຮູ້ສຶກເຖິງຄວາມຈິງໃຈແລະຄວາມເຂົ້າໃຈຈາກພິທີກອນ, ນ້ຳຕາຂອງພວກເພີ່ນກໍ່ໄຫລອອກຢ່າງອົດກັ້ມບໍ່ໄດ້,ແລ້ວເປີດອົກເປີດໃຈຂອງຕົນ.
ຄະຕິເຕືອນໃຈຂອງທ່ານນາງວາງເຈິ່ງແມ່ນ"ໄຕ້ປະກາຍຊີວິດດ້ວຍສິລະປະ,ອຸ່ນໃຈຄົນດ້ວຍຄວາມຮັກແພງ".ໃນລາຍການແຕ່ລະພາກຂອງ《ຊີວິດສິລະປະ》,ລ້ວນແຕ່ສາມາດສະແດງອອກເຖິງຄວາມອົບອຸ່ນໃນຕົວ.ທ່ານນາງວາງເຈິ່ງເວົ້າວ່າ,ລາຍການໂທລະພາບທີ່ຖືຊີວິດເປັນເນື້ອຫາຕ້ອງການຄວາມຮັກແພງແບບມະນຸດສະທຳອັນໃຫຍ່ຫລວງ,ເພື່ອເຮັດໃຫ້ສິລະປິນລະບາຍອາລົມຕົວຈິງຂອງຕົນ.
"ໃນລາຍການ《ຊີວິດສິລະປະ》,ຂ້າພະເຈົ້າໄດ້ປະເຊີນຫນ້າກັບສິລະປິນ200ກວ່າຄົນ,ໃນການກະກຽມລາຍການແຕ່ລະເທື່ອ,ຂ້າພະເຈົ້າຮູ້ສຶກວ່າ,ຄວາມປາຖະຫນາອັນແຮງກ້າກວ່າຫມູ່ຂອງຂ້າພະເຈົ້າແມ່ນຊ່ອຍເຫລືອພວກເພີ່ນ,ເປັນເພື່ອນມິດຂອງພວກເພີ່ນ,ຂ້າພະເຈົ້າຄິດວ່ານີ້ກໍແມ່ນສາເຫດທີ່ລາຍການ《ຊີວິດສິລະປະ》ຂອງພວກເຮົາໄດ້ມີອັດຕາຜູ້ຊົມສູງ."
ທ່ານນາງວາງເຈິ່ງເກີດຢູ່ຊີ່ອ່ານ ຕົວເມືອງເກົ່າແກ່ທີ່ມີຊື່ສຽງຂອງຈີນ,ປີ1989,ໄດ້ເສັງເຂົ້າສະຖາບັນວິດທະຍຸກະຈາຍສຽງປັກກິ່ງ,ຄະແນນຂອງເພິ່ນໄດ້ຢູ່ທ່ານນາງຢູ່ແຖວຫນ້າໂດຍຕະຫລອດ,ປີ1996,ພາຍຫລັງໄດ້ຮັບປະລິນຍາໂທ,ແລ້ວໄດ້ເຂົ້າເຮັດວຽກຢູ່ພະແນກສິລະປະວັນນະຄະດີຂອງ ໂທລະພາບສູນກາງ.ພາຍຫລັງຫນຶ່ງປີ,ສາລະຄະດີສາມເລື່ອງທີ່ທ່ານນາງຮຽບຮຽງແລະກຳກັບນັ້ນໄດ້ຮັບ"ລາງວັນຊິ່ງກວ່າງສິລະປະໂທລະພາບຂອງຈີນ".ຍ້ອນວ່າທ່ານນາງເຮັດວຽກຢ່າງດີເດັ່ນ,ປີ1999,ທ່ານນາງວາງເຈິ່ງທີ່ອາຍຸ28ປີໄດ້ດຳລົງຕຳແຫນ່ງເປັນຜູ້ຖ່າຍທຳລາຍງານ,ກາຍເປັນຜູ້ຖ່າຍທຳລາຍການທີ່ຫນຸ່ມກວ່າຫມູ່ໃນໂທລະພາບສູນກາງໃນເວລານັ້ນ.ເດືອນກໍລະກົດ ປີ2004,ທ່ານນາງຖືກເລືອກຕັ້ງເປັນຊາວຫນຸ່ມຜູ້ດີເດັ່ນ10ຄົນຂອງກົມໃຫຍ່ວິທະຍຸ ຮູບເງົາແລະໂທລະພາບແຫ່ງຊາດຈີນ.
ປີ2000,ໃນເວລາເລີ່ມສ້າງລາຍການ《ຊີວິດສິລະປະ》,ທ່ານນາງວາງເຈິ່ງໄດ້ທຸ່ມເທສະຕິປັນຍາແລະເຫື່ອແຮງທັງຫມົດຂອງຕົນ.ໃນຖານເປັນຜູ້ນຳຫນ້າ,ເພິ່ນມີຄວາມແມ່ນອ່ອນນ້ອມຖ່ອມຕົວ,ຖືຕົນເປັນແບບຢ່າງ,ແຕ່ລະມື້ເພິ່ນມາຮອດຫ້ອງການເປັນຄົນທຳອິດ,ແລະອອກຈາກຫ້ອງການເມືອເຮືອນເປັນຄົນສຸດທ້າຍ.ໃນຫມູ່ຄະນະນີ້,ແຕ່ລະຄົນລ້ວນແຕ່ໄດ້ຮັບຄວາມໂຄລົບ,ລ້ວນແຕ່ສາມາດເສີມຂະຫຍາຍຄວາມສາມາດຂອງຕົນຈົນສຸດຂີດ.ໃນການປະຊຸມເລືອກຫົວຂໍ້,ການປະຊຸມວາງແຜນ,ໃນຫ້ອງອັດສສຽງ,ທ່ານນາງວາງເຈິ່ງໄດ້ທຸ່ມເທກຳລັງວັງຊາທັງຫມົດຂອງຕົນ.ນ້ຳໃຈຮັກອາຊີບຂອງເພິ່ນໄດ້ກາຍເປັນແບບຢ່າງທີ່ທຸກຄົນຮຽນນຳ.
"ຂ້າພະເຈົ້າມັກລາຍການ《ຊີວິດສິລະປະ》ແລະວຽກງານທີ່ຂ້າພະເຈົ້າປະກອບສ່ວນໃນປະຈຸບັນນີ້ຫລາຍ,ຂ້າພະເຈົ້າຫວັງຢາກກະທົບກະເທືອນຫມູ່ຄະນະນີ້ດ້ວຍຄວາມມັກຂອງຕົນ,ກະທົບກະເທືອນຜູ້ຮຽບຮຽນແລະກຳກັບລາຍການທີ່ຢູ່ຄຽງຂ້າງຂອງຂ້າພະເຈົ້າ,ຜູ້ສ້າງຟິມຂອງຂ້າພະເຈົ້າ.ຂົ້າພະເຈົ້າມັກເອີ້ນຫມູ່ຄະນະຂອງພວກຂ້າພະເຈົ້າເປັນຫມູ່ຄະນະແບບຮໍ່າ,ຖ້າລາຍການຫນຶ່ງຢາກພັດທະນາ,ກໍ່ຄວນຮຽນແຕ່ຕົ້ນຕະຫລອດປາຍ.ຍ້ອນວ່າໄດ້ຮໍ່າຮຽນ,ຫມູ່ຄະນະຂອງພວກຂ້າພະເຈົ້າຈຶ່ງມີພະລັງຊີວິດ,ຈຶ່ງສາມາດປະດິດສ້າງໃຫມ່ຢ່າງບໍ່ຢຸດຢັ້ງ."
ທ່ານຜູ້ຟັງທີ່ໂຄລົບ,ທີ່ຟັງມານັ້ນເປັນບົດສະເຫນີທ່ານນາງວາງເຈິ່ງ ຜູ້ຖ່າຍທຳລາຍການໂທລະພາບ ,ຂອບໃຈທ່ານທີ່ຮັບຟັງ,ສະບາຍດີ.
|