ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-05 17:49:17    
ການຜ່າຕັດ​ຂອງ​ທ່ານ​ຊາຣອນ​ສຳ​ເລັດ​ລົງ ​ແຕ່​ອາ​ການ​ປ່ວຍ​ຍັງ​ໜັກ​ໜ່ວງ​ຫຼາຍ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 5 ມັງກອນ​ນີ້ ຜູ່​ຮັບຜິດຊອບ​ໂຮງໝໍ​ຮາ​ດາ​ສ໌ຊາອິສຣາ​ແອນ​ໄດ້​ຢືນ​ຢັນ​ວ່າ, ​ໂຮງໝໍ​ນີ້​ໄດ້ຜ່າຕັດ​ໃຫ້​ທ່ານ​ຊາຣອນ ນາຍົກລັດຖະມົນຕີອິສຣາ​ແອນ​ນັ້ນ ໄດ້​ສຳ​ເລັດ​ລົງ​ແລ້ວ, ​ແຕ່​ອາການປ່ວຍ​ຍັງ​ໜັກໜ່ວງ​ຫຼາຍ.

ຜູ່​ຮັບຜິດຊອບ​ຂອງ​ໂຮງໝໍ​ຜູ່​ນີ້​ກ່າວ​ວ່າ, ​ເມື່ອ​ໄດ້​ຜ່າຕັດ​ 9 ຊົ່ວ​ໂມງ​ແລ້ວ, ນາຍ​ໝໍ​ໄດ້​ປົວ​ພະຍາດ​ເລືອດ​ອັ່ງ​ສະໝອງ​ຂອງ​ທ່ານ​ຊາຣອນຢ່າງ​ສຳ​ເລັດ​ຜົນ, ປັດຈຸບັນ ທ່ານ​ຊາ​ຣອນ​ໄດ້​ຖືກ​ຍ້າຍ​ໄປ​ຢູ່​ຫ້ອງ​ບົວລະບັດ​ອາການ​ໜັກແລ້ວ, ອາການ​ຊີວິດ​ທຸກ​ລາຍ​ໝັ້ນທ່ຽງ​ຢູ່, ​ແຕ່​ອາ​ການ​ປ່ວຍຍັງ​ໜັກໜ່ວງຫຼາຍ.

ຕອນ​ຄ່ຳ​ວັນ​ທີ 4 ມັງກອນ, ທ່ານ​ຊາຣອນຖືກ​ສົ່ງ​ໄປ​ຜ່າຕັດ​ປິ່ນປົວ​ຢູ່​ໂຮງໝໍ​ໂດຍ​ດ່ວນ​ຍ້ອນ​ເລືອດ​ອັ່ງ​ສະໝອງ​ຢ່າງ​ໜັກໜ່ວງ, ການຜ່າຕັດ​ໄດ້​ດຳ​ເນີນ​ສອງ​ເທື່ອ. ​ເນື່ອງ​ຈາກ​ອາ​ການ​ປ່ວຍ​ຂອງ​ທ່ານ​ຊາຣອນໜັກໜ່ວງຫຼາຍ,  ທ່ານ​ແອ​ຮຸດ ​ໂອນ​ເມິ​ດ ຮອງ​ນາຍົກ​ລັດ​ຖະ​ມົນ​ຕີ​ອິສຣາ​ແອນ​ໄດ້​ຮັກສາ​ການ​ແທນ​ນາຍົກລັດຖະມົນຕີ​ແລ້ວ.