ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-05 19:52:33    
ຝ່າຍ​ຈີນ​ຫວັງ​ໃຫ້ການ​ເຈລະຈາ6​ຝ່າຍຈະ​ໄດ້​ຮັບ​ຄວາມຄືບ​ໜ້າ​ໃນ​ປີ​​ໃໝ່​ນີ້

cri

ຕາ​ມຂ່າວCRI: ວັນ​ທີ 5 ມັງກອນ, ທ່ານ​ຊີນກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ໄດ້​ຮັກສາ​ການ​ຕິດ​ຕໍ່​ແລະ​ການປຶກສາ​ຫາລື​ກັບ​ບັດ​ດາ​ຝ່າຍ​ອື່ນໆໂດຍ​ຕະຫຼອດ​ເພື່ອ​ຊຸກຍູ້​ຂະ​ບວນວິວັດ​ການ​ເຈລະຈາ6​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ​, ຝ່າຍ​ຈີນ​ຫວັງ​ໃຫ້ການ​ເຈລະຈາ6​ຝ່າຍຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ປີ​​ໃໝ່ນີ້.

​ໄລຍະ​ທີ​ໜຶ່ງ​ຂອງ​ການ​ເຈລະຈາ6​ຝ່າ​ຍຮອບ5​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ​ໄດ້​ສິ້ນ​ສຸດ​ລົງ​ຢູ່ປັກ​ກິ່ງ​​ໃນ​ເດືອນ​ພະຈິກ​ປີ2005. ຈີນ ສ.ປ.ປ.​ເກົາ​ຫຼີ ອາ​ເມ​ລິ​ກາ ສ.​ເກົາຫຼີ ລັດ​ເຊຍ​ແລະ​ຍີ່ປຸ່ນ​ໄດ້​ອອກ"ຖະ​ແຫຼ​ງການ​ປະທານ" ​ຫຼັງ​ກອງ​ປະຊຸມ​ໂດຍ​ກ່າວ​ວ່າ, ບັນດາ​ຝ່າຍ​ປຶກສາ​ຕົກລົງວ່າ​ຈະ​ຈັດ​ກອງ​ປະຊຸມ​ໄລຍະ​ທີ2​ຂອງ​ການ​ເຈລະຈາ​ຮອບ 5 ​ໂດຍ​ໄວ.

​ໃນ​ງາ​ນຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ​ 5 ມັງກອນ, ທ່ານ​ຊີ​ນກາງ​ເວົ້າ​ວ່າ, ຝ່າຍ​ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ລ້ວນ​ແຕ່​ຈົ່ງ​ຖືພາ​ກສ່ວນ​ໃຫຍ່​ເປັນ​ແກ່, ​ແລກປ່ຽນກັນ​ແລະ​ປຶກສາ​ຫາລືກັນ​ຢ່າງ​ເຕັມ​ສ່ວນ, ​ເພື່ອ​ຊຳ​ລະ​ບັນຫາ​ທີ່​ກ່ຽວຂ້ອງ​ດ້ວຍ​ຮູບ​ການ​ອັນ​ເໝາະ​ສົມ, ພ້ອມ​ກັນ​ສ້າງ​ເງື່ອນ​ໄຂ​ອັນ​ດີງາມ​ໃຫ້​ແກ່​ການ​ຊຸກຍູ້​ການ​ເຈລະຈາ6​ຝ່າຍ.