ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-06 08:51:16    
ຊາວ​ເນັດ​ຂອງ​ຈີນ​ຕິດ​ໃຈ​ນຳ​ການ​ໃຊ້​ພາ​ສາ​ອິນ​ເຕິ​ເນັດ(ສຽງ)

cri

ພາສາ​ອິນ​ເຕິ​ເນັດ​ກໍ​ຄື​ພາສາ​ທີ່​ນິ​ຍົມ​ໃຊ້​​ໃນ​ເຄືອ​ຂ່າຍ​ຄອມ​​ພົວ​ເຕີ.ຄົນ​ທັງ​ຫຼາຍ​ກໍ່​ຮູ້​​ແລ້ວວ່າ,​ໃນ​ຫ້ອງ​ລົມ​ກັນ​​ໃນ​ອິ​ນ​ເຕິ​ເນັດ,ຫຼື​ໃນ​ເວ​ລາໃຊ້​​ເຄື່ອງມື​ລົມ​ກັນ​ບາງ​ຢ່າງ​ນັ້ນ,​ຊາວ​ເນັດ​ສາມາດ​ຜ່ານ​ຈາກ​ການ​ພິມ​ດີດ​ຕົວ​ໜັງ​ສື​ເຂົ້າ​ຄອມ​ພີວເຕີມາ​ລົມ​ກັນ​ແລະ​ປະກ​ອບຄຳ​ຄິດ​ຄຳ​ເຫັນ​​.ຍ້ອນຮູບ​ການ​ແລກ​ປ່ຽນ​ແບບ​ນີ້​ຖືກ​​​ປັດ​​ໄຈ​ຕ່າງໆ​ຈຳກັດ,​ເຊັ່ນ,ຄວາ​ມ​ໄວ​ໃນພິມ​ດີດ​ໜັງ​ສື​ຂອງ​​ແປ້ນ​ພິມ​ດີດ​ແລະ,ສະ​ແດງ​ອາລົມ​ຈິດແບບ​ໜ້າ​ຕໍ່ໜ້າ​ບໍ່​ໄດ້,​ເປັນ​ຕົ້ນ,ຈິ່ງພາ​ໃຫ້​ຄ່ອຍໆ​ຈໍ່ຕົວ​ເປັນ​ພາສາ​ອິນ​ເຕິ​ເນັດ​ທີ່​ມີ​ຈຸດພິ​ເສດໃຊ້​ງ່າຍ,​ເບິ່ງ​ເຫັນ​ໂດຍ​ກົງ,​ເຂົ້າ​ໃຈ​ງ່າຍ,ສະ​ແດງ​​ອາລົມ​ຈິດ​ງ່າຍ​ເປັນ​ຕົ້ນ.

ພາສາ​ອິນ​ເຕິ​ເນັດ​ທີ່​ກຳ​ເນີດ​ໂດຍຄຽງ​ຄູ່​ກັບ​ເຄືອຂ່າຍ​ຄອມ​ພິວ​ເຕິຢູ່​ຈີນ​ ໄດ້ມີ​ປະຫວັດ​ມາ​ຫຼາຍ​ປີ​​ແລ້ວ,​ແຕ່​​ໃນຫວ່າງ​ມໍ່ໆມາ​ນີ້,​ໄດ້ມີ​ທ່ວງທ່າ​ຂະຫຍາຍ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ.ທ່ານ​ກົວ​ລົງ​​ເຊີ່ງ ຜູ້​ຊ່ຽວຊານ​ຂອງ​ຄະນະ​ກຳມະການ​ພາສາ​ແລະຕົວ​ໜັງສື​ແຫ່ງ​ຊາດ​ຈີນ​​ເວົ້າ​ວ່າ,

"ພາສາ​ອິນ​ເຕິ​ເນັດ​ໄດ້ຊຶມ​ເຂົ້າ​ໃນທຸກ​ດ້ານ​ຂອງຊີ​ວິດ​ການ​ເປັນ​ຢູ່​ສັງຄົມ​ຂອງ​ພວ​ກ​ເຮົາແລ້ວ,ບໍ່​ວ່າ​​ເປັນ​ເຈົ້າ​ການ​ຫືຼຢູ່​ໃນ​ທ່າ​ຮັບ,ບຸກ​ຄົນ​ໃນ​ທຸກເກນ​ອາຍຸ​ລ້ວນ​ແຕ່ໄດ້​ຮັບຜົນ​ສະທ້ອນ​ຈາກ​ພາສາ​ອິນ​ເຕິ​ເນັດ."

ຢູ່​ຈີນ,ມີ​ຫຼາຍໆ​ຄົນ​​ມັກໃຊ້​ພາສາ​ອິນ​ເຕິ​ເນັດ​ລົມ​ກັນ​ທາງ​ອິນ​ເຕິ​ເນັດ​ເລື້​ອຍໆ, ​ຄື​ກັນກັບໃຊ້​ພາສາ​ທ້ອງ​ຖິ່ນ.ຕາ​ມສະ​ຖິຕິ​ຂອງ​ສູນ​ຂໍ້​ມູນ​ຂ່າວ​ສານອິນ​ເຕິ​ເນັດ​ຈີນສະ​ແດງ​ໃຫ້​ເຫັນ​ວ່າ,ນັບ​ມາ​ຮອດ​ວັນ​ທີ30​ມິຖຸນາ​ປີ​2005,ຊາວ​ເນັດ​ຂອງ​ຈີນ​ໄດ້​ມີ103​ລ້ານ​ຄົນ​ແລ້ວ,ພຽງ​ແຕ່ຖັດ​ຈາກ​ອາ​ເມ​ລິ​ກາ,​ເປັນ​​ທີ່​ສອງ​ໃນ​ໂລກ,​ແລະ​ໃນ​ຊາວເນັດ​ ​ເຫຼົ່າ​ນີ້,ມີ1​ສ່ວນ3​ຂຶ້ນ​ໄປໄດ້​ລົມ​ກັນ​ໃນ​ອິນ​ເຕິ​ເນັດ​ເລື້ອຍໆ.​ພວກ​ເຂົາ​ເຈົ້າ​ກໍ່​​ໄດ້ນຳເອົາ​ພາສາ​ທີ່​ໃຊ້​ແຕ່ໃນ​ອິນ​ເຕິ​ເນັດ​ນັ້ນ​ເຂົ້າ​​ສູ່​ຊີ​ວິການ​ເປັນ​ຢູ່​ໂດຍ​ບໍ່​ຮູ້​ເມື່ອ.

ທ້າວ​ຟັ່ງ​ຢານ​ແມ່ນ​ນັກ​ສຶກສາ​ຜູ້​ໜຶ່ງຂອງ​ມະຫາ​ວິທະ​ຍາ​ໄລ​ຄົມມະນາຄົມ​ປະ​ກິ່ງ,​ລາວມມັກ​ລົມ​ກັນ​ກັບ​ໝູ່​ຮຽນ​ແລະ​ໝູ່​ເພື່ອນ​​ໃນ​ອິນ​ເຕິ​​ເນັດ​ເລື້ອຍໆ,​ພາສາທີ່​ໃຊ້​ນັ້ນກໍ່​ແມ່ນພາ​ສາ​ອິນ​ເຕິ​ເນັດ.ທ້າວ​ຟັ່ງ​​ເວົ້າ​ວ່າ,

"​ໃນ​ອິນ​ເຕິ​ເນັດ,ພາສາ​ອິນ​ເຕິ​ເນັດ​ໃຊ້​ສະດວກ​ກວ່າ,​ໃນ​ເວລາພິມ​ຕົວ​ໜັງສື​ເຂົ້າ​ໃສ່​ຄອມ​ພີວ​ເຕິ​,ພຽງແຕ່​ຂຽນ​ຕົວ​ອັກສອນ​​ຫຼື​ຕົວ​ເລກ​ສອງ​ສາມຕົວ​,ກໍ່​ສາມາດ​ສະ​ແດງ​ເນື້ອ​ໃນ​ທີ່​ອຸດົມ​ສົມບູນ,​ຄົນ​ທັງ​ຫຼາຍ​ກໍ່​ເຂົ້າ​ໃຈໄດ້. ວິທີ​​ນີ້​ດີ​ຫຼາຍ!"

ນອກ​ຈາກ​ການແຜ່​ຜາຍ​ຂອງ​ຊາວເນັດ​​​ແລ້ວ,ສື່​ມວນ​ຊົນ​ກໍ່​​ໄດ້​​ຊ່ອຍ​ຊູຍູ້​ໝູນ​ການ​ເຜີຍ​ແຜ່​ພາສາ​ອິນ​ເຕິ​ເນັດ.ໃນ​ບົດ​ລາຍ​ງານ​​ກ່ຽວ​ກັບ​ຄອມ​ພີ​ວ​ເຕິ,ແລະອິນ​ເຕິ​ເນັດ,ຈົນກະ​ທັ້ງໃນ​ລາຍ​ການ​ບັນ​ເທິງ​ແລະ​ພາກຂ່າວ​ຂອງວິ​ທະ​ຍຸ,​ໂທລະ​ພາບ,ໜັງ​ສຶພິມ,ວາລະ​ສານ​​ເປັນ​ຕົ້ນ,​ກໍ່​ໄດ້ໃຊ້​ພາສາ​ອິນ​ເຕິ​ເນັດ​ເລື້ອຍໆ,ວັນ​ນະ​ຄະດີ​ອິນ​ເຕິ​ເນັດ ​ເຊັ່ນ,ນະ​ວະ​ນິຍາຍ​ອິນ​ເຕິ​ເນັດທີ່​ເຕັມ​ໄປ​ດ້ວຍ​ພາ​ສາ​ອິນ​ເຕິ​​ເນັດ​ຍິ່ງ​ຖືກ​ຜູ້​ອ່ານ​ຊາວ​ໜຸ່ມ​ນິຍົມ.

ພາສາ​ອິນ​ເຕິ​ເນັດ​ໄດ້​​​ເຜີຍ​ແຜ່​ຢ່າງ​ຂະໜາດ​ໃຫຍ່​​ແນວ​ນີ້​,​ໄດ້​ພາໃຫ້​ບາງ​ຄົນ​ເປັນ​ຫ່ວງນຳ.ທ່ານ​ນາງ​ຕູ້ ຄູສອນ​ໃນ​ໂຮງ​ຮຽນ​ປະຖົມ​ແຫ່ງ​ໜຶ່ງ​ຂອງ​ປັກ​ກິ່ງໄດ້​ບອກ​ນັກ​ຂ່າວ​ດ້ວຍ​ຄວາມ​ເປັນ​ຫ່ວງວ່າ,​ນັກຮຽນ​ຂອງ​ເພິ່ນ​ມັກ​ໃຊ້​ພາສາ​ອິນ​ເຕິ​ເນັດ​ເລື້ອຍໆ.ຈົນ​ກະ​ທັ້ງໃຊ້​ໃນ​ບົດ​ແຕ່ງ,ນີ້​ຈະ​ສ້າງ​ຜົນ​ສະທ້ອນ​ທາງ​ລົບ​​ໃຫ້​ນັກຮຽນທີ່​ຍັງ​ບໍ່ທັນ​ກຳໄດ້​ພາສາ​ຈີນ​ແບບ​ສະ​ບັບທົງ​ໝົດ.

"​ເມື່ອ​ຂຽນ​ບົດ​ແຕ່ງ,ນັກ​ຮຽນ​ປະຖົມ​ຫຼາຍໆ​ຄົນ​ກໍ​ມັກໃຊ້​ພາສາ​ອິນ​ເຕິ​ເນັດ​ເລື້ອຍໆ,ພາສາ​​ເຫຼົ່າ​ນີ້​ບໍ່​ເປັນ​ແບບ​ສະບັບ,ດັ່ງ​ນັ້ນ,ຂ້າ​ພະ​ເຈົ້າເຫັນ​ວ່າ,ມັນບໍ່​ມີ​ຜົນ​ດີ​ຕໍ່​ພວກ​ເຂົາ​ເຈົ້າ.ນັກ​ຮຽນ​ປະຖົມ​ຍັງຢູ່​ໃນໄລ​ຍະ​ເຕີບ​ໂຕ,ໃນດ້ານ​ຮຽນພາ​ສາ,ຕ້ອງ​ການ​ເປັນ​​ແບບ​ສະບັບ​ແດຈະ​ດີກວ່າ.ດັ່ງ​ນັ້ນ,ຂ້າ​ພະ​ເຈົ້າ​ບໍ່​ສົ່ງ​ເສີມ​​ໃຫ້​ນັກ​ຮຽນ​ປະຖົມ​ໃຊ້​ພາສາ​ອິນ​ເຕິ​ເນັດ​ໃນ​ບົດ​ແຕ່ງ​ຂອງ​ພວກ​​ເຂົາ​ເຈົ້າ."

ພໍ່​ແມ່​ຂອງ​ນັກຮຽນ​ຫຼາຍໆ​ຄົນ​ຍິ່ງ​ບໍ່ມັກ​ໃຫ້ລູກ​ຂອງ​ຕົນ​ໃຊ້​ພາສາ​ອິນ​ເຕິ​ເນັດ​​ຫຼາຍເກີນ​ໄປ.​ພວກ​ເຂົາ​ເຈົ້າ​ເຫັນ​ວ່າ,ດ້ານ​ໜຶ່ງ,ລູກ​​ໃຊ້​ພາ​ສາ​ອິນ​ເຕິ​ເນັດ​ໂດຍ​ບໍ່​​ແຍກກຳ​ລະນີ​ໃດນັ້ນ,ຈະ​ກະ​ທົບກະ​ເທືອ​ນ​ພວ​ກ​ເຂົາ​ເຈົ້າ​​ເຂົ້າ​ໃຈ​ແລະ​ໃຊ້​ພາສາ​ຈີນ​ທີ່​ເປັນ​ແບບ​ສະບັບ,​ອີກ​ດ້ານ​ໜຶ່ງ,ນີ້​ຈະ​ສ້າງ​ຜົນ​ສະທ້ອນ​ທາງ​ລົບ​ຕໍ່​ການ​​ແລກ​ປ່ຽນ​ກັນລະ​ຫວ່າງ​ພໍ່ແມ່​ກັບ​ລູກ,ເພາະ​ວ່າ,ພໍ່​ແມ່​ຂອງ​ນັກຮຽນ​ຫຼາຍໆ​ຄົນ​ບໍ່​ເຂົ້າ​ໃຈ​ພາສາ​ອິນ​ເຕິ​ເນັດ.

ນ​ອກນີ້,ຍັງ​ມີບາງ​ຄົນ​​ເປັນ​ຫ່ວງ​ຊາວ​ໜຸ່ມ​ໃຊ້​ພາສາ​ອິນ​ເຕິ​ເນັດ​ຫຼາຍ​ ຈະ​ສ້າງ​ຜົນ​ສະ​ທ້ອນ​ທາງ​ລົບ​ຕໍ່ການ​ຂະ​ຫຍາຍ​ຕົວຂອງ​ພາສາ​ຈີນ​.ຕໍ່​ບັນ​ຫາ​​ເຫຼົ່າ​ນີ້,ທ່ານ​ກົວ​ລົງ​​ເຊິ່ງ ຜູ້​ຊ່ຽວ​ຊານ​ຂອງ​ຄະນະ​ກຳ​ມະ​ການ​ພາ​ສາແລະ​ຕົວ​ໜັງ​ສຶ​ແຫ່ງ​ຊາດ​ຈີນ​ຊີ້​ອອກ​ວ່າ,

 "ພາສາ​ຈີນ​ຂອງ​ພວກ​​ເຮົາ​ມີ​ປະຫວັດ​ມາຫຼາຍ​ພັນ​ປີ​ແລ້ວ,ພວກ​ເຮົາ​ຄວນ​ມີ​ຄວາມໝັ້ນ​ໃຈ​ອັນ​ພຽງ​ພໍ,​ເຊື່ອ​ວ່າ​ພາສາ​ຈີນ​ມີ​ຄວາມ​ສາມາດ​ຮັບ​ທຸກ​ສິ່ງ​ທຸກ​ຢ່າງ​ໄດ້,ພ້ອມ​ກັນ​ນັ້ນ​ກໍ່​ມີພະລັງ​ຊີວິດ​ອັນ​ໜຽວ​ແໜ້ນ.ພາສາ​ຈີນ​ທີ່​ມີ​ພະລັງ​ຊີວິດ​ອັນ​ໜຽວ​ແໜ້ນ​ນັ້ນ​​ບໍ່ຫ່ອນ​ຈະຖືກ​ພາສາ​ອິນ​ເຕິ​ເນັດ​ຊຸທັ່ງ.ຂ້າ​ພະ​ເຈົ້າ​ເຫັນ​ວ່າ,ຄູສອນ​ຄວນ​ບອກ​ໃຫ້​ພວກນັກ​ຮຽນຮູ້​ວ່າ,ພາສາ​ອິນ​ເຕິ​ເນັດ​ແມ່ນ​ກຳ​ເນີ​ດ​ຂຶ້ນ​ແນວ​ໃດ,ພ້ອມ​ທັງຖ້າໃຊ້​ພາສາ​ອິນ​ເຕິ​ເນັດຈະ​ມີ​ຜົນ​ດີ​ຫຼື​ຜົນ​ຮ້າຍ​ຫຍັງ​ເປັນຕົ້ນ​."ຕໍ່ສະ​ພາບ​ການ​ພາສາ​ອິນ​ເຕິ​ເນັດ​ໄດ້​ໃຊ້​ຢ່າງ​ກວ້າງ​ຂວາງ,ລັດ​ຖະບານ​ຈີນ​ກໍ່​ເອົາ​ໃຈ​ໃສ່ທີ່​ສຸດ,ພວມ​ດຳ​ເນີນ​ການ​ສຳ​ຫຼວດ, ຄົ້ນ​ຄວ້າ​ຢ່າງ​ຕັ້ງ​ໜ້າ,​ເພື່ອໃຊ້​ມາດ​ຕະ​ການ​ອັນ​ເໝາະ​ສົມ,ປ້ອງ​ກັນ​​ບໍ່ໃຫ້​ໃຊ້​ພາສາ​ອິນ​ເຕິ​ເນັດ​ຢ່າງ​ທົ່ວ​ທີບ​.ຫວ່າງ​ມໍ່ໆ​ນີ້,​ເມືອງ​ຊຽງ​ໄຮ້,​ເຊິ່ງ​ເປັນ​ເມືອງ​ອຸດ​ສາຫະ​ກຳ​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນໄດ້​ປະກາດ​ໃຊ້​ກົດ​ບັນ​ຍັດ​ລາຍ​ໜຶ່ງ,ກຳນົດ​ວ່າ​ໃນ​​ເອກະ​ສານ​ຂອງກົງ​ຈັກ​ອົງ​ການປົກ​ຄອງ​ແລະ​ການສິດ​ສອນ​ຂອງ​ໂຮງ​ຮຽນ,​ບໍ່ໃຫ້​ໃຊ້​ພາສາ​ອິນ​ເຕິ​ເນັດ​ທີ່​ບໍ່​ສອດ​ຄ່ອງ​​ກົດ​ເກນ​ຂອງ​ພາສາ​ຈີນ​.