ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-06 17:18:01    
ນາຍ​ໝໍ​ກ່າວ​ວ່າ ສະ​ໝອງ​ຂອງ​ທ່ານ​ຊາ​ຣອນ​ຖືກ​ທຳ​ລາຍ​ຖາ​ວອນ

cri Author: da
ຕາມ​ຂ່າວ​CRI: ຕອນ​ຄ່ຳ​ວັນ​ທີ 5 ມັງ​ກອນ ນາຍ​ໝໍ​ຂອງ​ໂຮງໝໍ​ຮາ​ດາ​ຊາ​​ເຈລູ​ຊາ​ເລັມ​ອິສລະ​ແອນ​ກ່າວ​ວ່າ,ສະ​ໝອງ​ຂອງ​ທ່ານຊາ​ຣອນ ນາຍົກ​ລັດ​ຖະ​ມົນຕີ​ອິສ​ລະ​ແອນ​ຖືກ​ທຳ​ລາຍ​ຖາວອນ​ຍ້ອນ​ເລືອດ​ອັ່ງ​ສະ​ໝອງ,​ແລະ​ເຫັນ​ວ່າ ທ່ານ​ຊາ​ຣອນ​ອາດ​ຈະ​ເຮັດ​ວຽກ​ບໍ່​ໄດ້​ອີກ​ແລ້ວ.

​ໃນ​ເວລາ​ຕ້ອນ​ຮັບ​ການ​ເຂົ້າ​ສຳ​ພາດ​ຂອງ​ສື່​ມວນ​ຊົນ ​ຫົວ​ໜ້າ​ໂຮງໝໍ​ຮາ​ດາ​ຊາ​ເວົ້າ​ວ່າ,​ປະຈຸ​ບັນ ທ່ານ​ຊາ​ຣອນ​ຍັງ​ຢູ່​ໃນສະ​ພາວະ​ສະ​ຫຼົບ​ລະດັບ​ເລິກ,​ອາ​ໄສ​ອຸປະ​ກອນ​ຮັກ​ສາ​ການ​ຫາຍ​ໃຈ,ສະ​ພາບ​ດັ່ງ​ກ່າວ​ນີ້​ຈະ​ຍືດ​​ເຍືອ​ໄປ 48 ຊົ່ວ​ໂມງ​ເປັນ​ຢ່າງ​ໜ້ອຍ.