ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-06 20:37:11    
ຄົນ 6 ປະ​ເພດ​ທີ່​ມັກ​ເປັນ​ມັນ​ຢູ່​ນຳ​ຕັບ(ສຽງ)

cri





ຖ້າວ່າ​ໃນ​ຕັບ​ມີ​ໄຂມັນ​ລື່ນ​ກາຍ 5% ຂອງ​ນ້ຳຫນັກ​ຂອງ​ຕັບ,ກໍ່​ເອີ້ນ​ວ່າ​ຕັບ​ໄຂມັນ,​ໃນ​ຫຼາຍ​ປີ​ມາ​ນີ້,ມີ​ຜູ່​ເປັນ​ຕັບ​ໄຂມັນ​ຫຼາຍ​ຂຶ້ນ​ເລື້ອຍໆ

ໄຂມັນ​ໃນ​ຕັບ​ແມ່ນ​ພະຍາດ​ເຮືອ​ຮັງ​ທີ່​ເປັນ​ໄພ​ຕໍ່​ຕັບ​ຫຼາຍ,ທຳ​ມະ​ດາ​ແລ້ວ,ມັນ​ແມ່ນ​ປະກົດ​ການ​ໃນ​ໄລຍະ​ຕົ້ນ​ທີ່​ການ​ຂັບ​ຖ່າຍ​ຂອງ​ຮ່າງກາຍ​ສົນລະວົນ,ພ້​ອມກັນ​ນັ້ນ​ຍັງ​ແມ່ນ​ສັນຍານ​ທີ່​ເຕືອນ​ໃຫ້​ຮູ້​ວ່າ​ພະຍາດ​ບາງ​ຢ່າງ​ອາດ​ຈະ​ເກີດ​ຂຶ້ນ.ບາງ​ຄົນ​ຂຸ້ນ​ນຳ​ແຕ່​ວຽກ​ແຕ່​ງານ​ແລະ​ການ​ຄົບ​ຄ້າ​ສະມາຄົມ​ຈຶ່ງ​ນັບ​ມື້​ນັບ​ມັກ​ເມື່ອຍ​ງ່າຍ,ຮູ້ສຶກ​ອິດ​ເມື່ອຍ​ໂຮຍ​ແຮງ,ຍື່ງ​ທ້ອງ​,ບາງທີ​ເຈັບທ້ອງ​ເບື້ອງ​ຂວາ,​ເມື່ອ​ເປັນ​ແນວ​ນີ້,ກໍ່​ຕ້ອງ​ຮູ້​ແລ້ວວ່າ:ຮ່າງກາຍ​ມີ​ບັນຫາ​ແລ້ວ,ຕັບ​ສົ່ງ​ສັນຍານ​ໄພ​ແລ້ວ,ຄັນ​ຊັ້ນ​ຄົນ​ປະ​ເພດ​ໃດ​ມັກ​ເປັນ​ໄຂມັນ​ໃນ​ຕັບ.

  ຫນຶ່ງ​ແມ່ນ​ຜູ່​ທີ່​ມັກ​ກິນ​ເຫຼົ້າ​ແລະ​ກິນ​ຈົນ​ເມົາ​ເລື້ອຍໆ.

  ຍ້ອນ​ອັງ​ໂກນ​ເປັນ​ໄພ​ຕໍ່​ຈຸ,ລິນ​ຊີ​ຕັບ​ຢ່າງ​ແຮງ​ໂດຍ​ກົງ,ມັນ​ຈະ​ເຮັດ​ໃຫ້​ໄຂມັນ​ຍ້າຍ​ໄປ​ຫາ​ຕັບ​ຫຼາຍ​ຂຶ້ນ,​ແຕ່​ພັດ​ຂັບຖ່າຍ​ອອກ​ຫນ້ອຍ,​ເຮັດ​ໃຫ້​ຕັບ​ເກີດ​ອຸປະສັກ​ໃນ​ການ​ແຍກ​ທາດ​ແລະ​ປ່ຽນ​ຖ່າຍ​ໄຂມັນ,ສະ​ນັ້ນ,ຜູ່​ທີ່​ມັກ​ກິນ​ເຫຼົ້າ​ແລະ​ເມົາ​ເຫຼົ້າ​ເລື້ອຍໆ,ອາ​ຊິດ​ໄຂມັນ​ໃນ​ຕັບ​ກໍ​ຈະ​ສະ​ສົມ​ຢູ່​ໃນ​ຕັບ,​ແລ້ວ​ເຮັດ​ໃຫ້​ເປັນ​ພະຍາດ​ໄຂມັນ​ຕັບ​ລັກສະນະ​ອັງ​ໂກນ,​ໄຂມັນ​ຕັບ​ອັງ​ໂກນ​ແມ່ນ​ອາການ​ທີ່​ມີ​ຂຶ້ນ​ກ່ອນຫມູ່​ແລະ​ມີ​ຜູ່​ເປັນ​ຫຼາຍ​ໃນ​ພະຍາດ​ຕັບ​ອັງ​ໂກນ,ຄວາມ​ເປັນ​ແຮງ​ຫຼື​ເບົາ​ກ່ຽວ​ພັນ​ກັບ​ຜູ່​ກ່ຽວ​ກິນ​ເຫຼົ້າ​ຫຼາຍ​ຫຼື​ຫນ້ອຍ​ໂດຍ​ສະ​ເພາະ​ແມ່ນ​ເຫຼົ້າ​ຂາວ​ເຫຼົ້າ​ເດັດ.

 ຄົນ​ປະ​ເພດ​ທີ່​ສອງທີ່​ມັກ​ເປັນ​ພະຍາດ​ໄຂມັນ​ໃນ​ຕັບ​ແມ່ນ​ຄົນ​ຕຸ້ຍ.

  ຈາກ​ຂໍ້​ມູນ​ການ​ກວດກາ​ເນື້ອ​ເຍື້ອຕັບ​ໄດ້​ປະກົດ​ເຫັນ​ວ່າ,ຄົນ​ຕຸ້ຍ​ປະມານ 50% ​ເປັນ​ພະຍາດ​ໄຂມັນ​ຕັບ.

 ການ​ສຳ​ຫຼວດຂອງ​ນັກປາດ​ພາຍ​ໃນ​ປະ​ເທດ​ໄດ້​ປະກົດ​ເຫັນ​ວ່າ,​ໃນ​ເດັກນ້ອຍ​ທີ່​ຕຸ້ຍ 10 ຄົນ​ໃດ​ກໍ່​ມີ 8 ຄົນ​ເປັນ​ໄຂມັນ​ໃນ​ຕັບ,ມູນ​ເຫດ​ສຳຄັນ​ແມ່ນ​ຍ້ອນ​ໃນ​ເລືອດ​ຂອງ​ຄົນ​ຕຸ້ຍ​ມີ​ອາ​ຊິດ​​ໄຂມັນ​ເສລີ​ຢ່າງ​ຫຼວງ​ຫຼາຍ,ຖືກ​ຂົນ​ສົ່ງ​ໄປ​ໄຂ​ຕັບ​ຢ່າງ​ບໍ່​ຢຸດ​ຢັ້ງ,ລື່ນ​ກາຍ​ຄວາມ​ສາມາດ​ປ່ຽນ​ຖ່າຍ​ຢ່າງ​ຫຼາຍ​ຈຶ່ງ​ພາ​ໃຫ້​ໃນ​ຕັບມີ​ໄຂມັນ​ສະ​ສົມ​ຫຼາຍ​ຈົນ​ເຮັດ​​ໃຫ້​ໄຂມັນ​ຕັບ​ຍ້ອນ​ຕຸ້ຍ.

ສາມ​ແມ່ນ​ຜູ່​ທີ່​ມີ​ທາດ​ບຳລຸງ​ເຫຼືອ​ເຟືອ​ກໍ​ມັກ​ເປັນ​ໄຂມັນ​ຕັບ

 ທາດ​ບຳລຸງ​ຫຼາຍ​ໂພ​ດຫຼາຍ​ເຖິງ​ຜູ່​ມັກ​ກິນ​ຊິ້ນ​ແລະ​ມັກ​ກິນ​ຂອງ​ຫວານ​ຫຼາຍ,ຈົນ​ເຮັດ​ໃຫ້​ຕັບ​ຫາບ​ແບກ​ເກີດ​ຄວນ,ລົບ​ກວນ​ການ​ປ່ຽນ​ຖ່າຍ​ໄຂມັນ,ພາ​ໃຫ້​ສະພາບ​ດຸນ​ດ່ຽງ​ສົນລະວົນ,​ແລ້ວ​ເປັນ​ພະຍາດ​ໄຂມັນ​ຕັບ​ປະ​ເພດ​ທາດ​ບຳລຸງ​ເຫຼືອ​ເຟືອ.

 ສີ່​ແມ່ນ​ຜູ່​ຂາດ​ທາດ​ບຳລຸງ

 ຖ້າ​ຄົນ​ເຮົາ​ຕັ້ງ​ອົດ​ອາຫານ ອຶດຫິວ ດົນ​ນານ ກໍ​ຈະ​ເປັນ​ໂຣກ​ເບື່ອ​ອາຫານ​ທີ່​ມີ​ລັກສະນະ​ປະສາດ,​ເຮັດ​ໃຫ້​ລຳ​ໄສ້​ຮັບ​ເອົາ​ທາ​ດບຳລຸງ​ບໍ່ສະດວກ,ການ​ສະຫນອງ​ກາ​ໂລ​ລີ​ບໍ່​ພຽງ​ພໍ​ແລະ​ການ​ສະຫນອງ​ທາດ​ໂປຼຕີນ​ກໍ​ຕ່ຳລົງ,ອາ​ຊິດ​​ໄຂມັນ​ປະລິມານ​ຫຼວງ​ຫຼາຍ​ຖືກ​ປ່ອຍ​ເຂົ້າ​ຕັບ​ໄຕ,ພາ​ໃຫ້​ໄຂມັນ​ໄປ​ອັ່ງ​ໃນ​ຕັບ​ແລ້ວ​ພາ​ໃຫ້​ຂາດ​ທາດ​ບຳລຸງ.

 ຫ້າ​ແມ່ນ​ຄົນ​ໄວ​ກາງ​ແລະ​ໄວ​ຊະລາ​ທີ່​ບໍ່​ມັກ​ເຫນັງ​ຕີງ

 ເມື່ອ​ຄົນ​ເຮົາ​ເຂົ້າ​ສູ່​ໄລຍະ​ໄວ​ກາງ​ແລະ​ໄວ​ຊະລາ​ແລ້ວ,ຍ້ອນ​ສັບພະ​ຄຸນ​ຮ່າງກາຍ​ເສື່​ອມ​ລົງ,ສັບພະ​ຄຸນ​ຕັບ​ລະບົບ​ປ່ຽນ​ຖ່າຍ​ກໍ​ເສື່ອ​ມລົງ,ຖ້າ​ບໍ່​ຫັດກາຍ​ເລື້ອຍໆ,​ໄຂມັນ​ໃນ​ຮ່າງກາຍ​ປ່ຽນ​ເປັນ​ພະລັງ ງານ​ຫນ້ອຍ​ລົງ,​ໄຂມັນ​ເກີນ​ກໍ​ຈະ​ໄປ​ອັ່ງ​ຢູ່​ຕັບ ​ແລ້ວ​ກາຍ​ເປັນ​ໄຂມັນ​ໃນ​ຕັບ.

ຫົກ:ມູນ​ເຫດ​ອື່ນໆ

ຜູ່​ທີ່​ເປັນ​ພະຍາດ​ຕັບ​ອັກ​ເສບ,ພະຍາດ​ໄຂມັນ​ເລືອດ​ສູງ​ແລະ​ໂຣກ​ເບົາຫວານ​ເປັນ​ຕົ້ນ,​ແລະ​ຜູ່​ທີ່​ຖືກ​ພິດ​ຍ້ອນ​ຢາ​ແລະ​ຖືກ​ພິດ​ວັດຖຸ​ເຄມີ,​ແມ່ຍິງ​ຖືພາ,ພ້ອມ​ທັງ​ໄດ້​ພະຍາດ​ປ່ຽນ​ຖ່າຍ​ຍ້ອນ​ກຳມະພັນ​ລ້ວນ​ແຕ່​ໄດ້​ອາດ​ຈະ​ພາ​ໃຫ້​ເປັນ​ພະຍາດ​ໄຂມັນ​ໃນ​ຕັບ.

ເຖິງ​ວ່າ​ໄຂມັນ​ໃນ​ຕັບ​ເປັນຕາຢ້ານ​ກໍ​ຕາມ,​ແຕ່​ຍັງ​ປ້ອງ​ກັນ​ໄດ້​ຢູ່ ຂໍ​ແຕ່​ທ່ານ​ເອົາ​ໃຈ​ໃສ່​ເຮັດ​ໃຫ້​ໄດ້ 4 ຂໍ້​ດັ່ງ​ລຸ່ມ​ນີ້:

 ຫນຶ່ງ​ແມ່ນ​ຕ້ອງ​ຄວບ​ຄຸມອາຫານ​ຢ່າງ​ເຄັ່ງ​ຄັດ,ປ້ອງ​ກັນ​ບໍ່​ໃຫ້​ທາດ​ບຳລຸງ​ເຫຼືອ​ເຟຶອ.

 ສອງ​ແມ່ນ​ຕ້ອງ​ຫັດກາຍ​ໃຫ້​ຫຼາຍ​ຂຶ້ນ,​ເຮັດ​ໃຫ້ກາ​ໂລ​ລີ​ທີ່​ຮັບ​ເອົາ​ແລະ​ສິ້ນ​ເປືອງ​ສະ​ຫມ່ຳສະ​ເຫມີ​ກັນ

  ສາມ​ແມ່ນ​ຕ້ອງ​ຈຳກັດ​ການ​ກິນ​ເຫຼົ້າ,​ໂດຍ​ສະ​ເພາະ​ແມ່ນ​ບໍ່​ຄວນ​ກິນ​ເຫຼົ້າ​ຂາວ​ທີ່​ປຸກ​ຫຼາຍ​ເລື້ອຍໆ,ຍິ່ງ​ບໍ່​ຄວນ​ກິນ​ຈົນ​ເມົາ.

 ສີ່​ແມ່ນ​ຕ້ອງ​ຕັ້ງ​ໃຈ​ປົວ​ພະຍາດ​ທີ່​ເປັນ​ແຕ່​ເດີມ​ໃຫ້​ເຊົາ.

 ຖ້າ​ເປັນ​ໄຂມັນ​ໃນ​ຕັບ​ແລະ​ກໍ່​ຕ້ອງ​ຫຼຸດ​ໄຂມັນ​ໃນ​ເລືອດ​ໃຫ້​ຫນ້ອຍ​ລົງ,ມີ​ຫຼາຍ​ຄົນ​ເລືອກ​ກິນ​ຢາ​ຫຼຸດ​ໄຂມັນ​ເລືອດ,ທີ່​ຈິງ​ແລ້ວ,ຜັກ​ສົດ​ບາງ​ຢ່າງ​ທີ່​ເລືອດ​ດັນ​ສູງ​ແລະ​ສາຍ​ເລືອດ​ແດງ​ແຂງ
  ສີ່​ແມ່ນ​ຜັກທຽນ

 ຜັກ​ທຽນ​ມີ​ບົດບາດ​ທີ່​ລົດ​ໄຂມັນ​ເລືອດ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ສາຍ​ເລືອດ​ແດງ​ແຂງ​ຢ່າງ​ເດັ່ນ​ຊັດ,​ແລະ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້ສາຍ​ເລືອດ​ຕັນ​ຕີບ,ມີ​ບົດບາດ​ຮັກສາ​ສາຍ​ເລືອດ​ຫົວ​ໃຈ​ຢ່າງ​ເດັ່ນຊັດ,ມີ​ຄົນ​ເອີ້ນ​ຜັກທຽມ​ເປັນ​ຄຳ​ໃນ​ພືດ​ທີ່​ເປັນ​ຢາ.

  ຫ້າ​ແມ່ນ​ຫມາກ​ມະຣະ

ໃນ​ຫມາກ​ມະຣະມີ​ວິດ​ຕາ​ມິນ​ເບ​ຫນຶ່ງ,ວິດ​ຕາ​ມິນ​ເຊ​ແລະ​ວັດຖຸ​ທາດ​ແຮ່​ຫຼາຍ​ຊະນິດ​ຢ່າງ​ອຸດົມສົມບູນ,ສາມາດ​ດັດສົມ​ໄຂມັນ​ເລືອດ​ແລະ​ເຮັດ​ໃຫ້​ຕົວ​ພູມ​ຕ້ານທານ​ພະຍາດ​ຂອງ​ຮ່າງກາຍ​ສູ​ງຂຶ້ນ,ຍັງ​ມີ​ຊື່​ງາມ​ນາມ​ມ່ວນ​ວ່າ​ແອ​ງຊູ​ລິນ​ພືດ.

ສຸດ​ທ້າຍ​ແມ່ນ​ຜັກ​ເຊ​ເລີ​ລີ

  ຜັກ​ເຊ​ເລີ​ລີ​ມີ​ວິດ​ຄາ​ມິນ​ແລະ​ວັດຖຸ​ທາດ​ແຮ່​ອຸດົມສົມບູນ,ສາມາດ​ເພີ່ມ​ຄວາມ​ແຮງ​ໃນ​ການ​ຄັນ​ຮູດ​ຂອງ​ກະ​​ເພາະ​ລຳ​ໄສ້,ພາ​​ໃຫ້​ຖ່າຍ​ສະດວກ,ຂັບ​ຖ່າຍ​ໄຂມັນ​ເສດ​ເຫຼືອ​ໃນ​ກະ​ເພາະ​ລຳ​ໄສ້,ການ​ຄົ້ນ​ຄວ້າ​ຢູ່​ຕ່າງປະ​ເທດ​ໄດ້​ຢືນຢັນ​ວ່າ,ກິນ​ຜັກ​ເຊ​ເລີ​ລີ​ເລື້ອຍໆ,​ໂກ​ເລັສ​ເຕລອນ​ໃນ​ຮ່າງກາຍ​ຫນ້ອຍ​ລົງ​ຢ່າງ​​ເດັ່ນ​ຊັດ,​ແລະ​ຍັງ​ສາມາດ​ລົດ​ຄວາມດັນ​ເລືອດ​ໃຫ້​ຕ່ຳລົງ​ຢ່າງ​​ເດັ່ນ​ຊັດ.