ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-07 18:12:31    
ກຳ​ລັງ​ສັງ​ລວມ​ແຫ່ງ​ຊາດ​ຈີນ​ເປັນ​ທີ​6​ໃນ​ໂລກ

cri
ຕາມ​ຂ່າວສານ​ຊີນ​ຮວາ,​ຫວ່າງ​ມໍ່ໆ​ນີ້,​ສະພາ​ບັນດິດ​ວິທະ​ຍາ​ສາດ​ສັງ​ຄົມ​ຈີນ​ໄດ້​ປະ​ກາດ​ໜັງ​ສື​ປົກ​ເຫຼືອງ​ກ່ຽວ​ກັບ​ສະຖາ​ນະ​ການ​ສາກົນ,​ປະກາດ ຜົນ​ຄາດ​ຄະເນ​ກຳ​ລັງ​ສັງ​ລວມ​ແຫ່ງ​ຊາດ​ຂອງ​ບັນ​ດາ​ປະ​ເທດ​ໃຫຍ່,​ຈີນ​​ເປັນທີ 6.

ໜັງສື​ປົກ​ເຫຼືອງ​ໄດ້​ຖື​ການ​ຄາດ​ຄະ​ເນ​ຢ່າງ​ລະອຽດ​ຕໍ່ກຳ​ລັງ​ເສດ​ຖະ​ກິດ ກຳ​ລັງ​ການ​ຕ່າງ​ປະ​ເທດ​ກຳລັງ​ການ​ທະ​ຫານ,​ຊັບພະ​ຍາ​ກອນ​ກຳ​ລັງ​ແຫ່ງ​ຊາດ​ແລະ​ຄວາມ​ສາມາດ​ດັດສົມ​ຄວບ​ຄຸມ​ຂອງ​ລັດຖະ​ບານ​ເປັນພື້ນ​ຖານ,​ຍັງ​ໄດ້​ພິຈາລະ​ນາ​ເຖິງ​ຄວາມ​ກົມ​ກຽວ​ກັນ​ລະຫວ່າງ​ກຳລັງ​ປະ​ເພດ​ຕ່າງໆ​ຢ່າງ​ສັງ​ລວມ.ຜົນ​ການ​ຄາດຄະ​ເນສະ​ແດງ​ໃຫ້​ເຫັນ​ວ່າ,​ອາ​ເມ​ລິ​ກາ,​ອັງ​ກິດ,​ຣັດ​ເຊຍ,ຝລັ່ງ​ແລະ​ເຢຍ​ລະ​ມັເປັນ​ທີ1ຮອດ​ທີ5.

ໜັງສື​ປົກ​ເຫຼືອງ​ເຫັນ​ວ່າ,ຈີນເປັນ​ທີ6,​ມີທ່າ​ແຮງ​ພັດ​ທະນາ​ຄື​ມີ​ຊັບ​ພະ​ຍາ​ກອນ​ແຮງ​ງານ​ອັນ​ອຸ​ດົມ​ສົມ​ບູນ,​ມີ​ທຶນຮອນ​ອັນ​ພຽງ​ພໍ,​ສະ​ພາບ​ແວດ​ລ້ອມ​ພາຍ​ໃນ​ປະ​ເທດ​ທີ່​ໝັ້ນຄົງ​ຍາວ​ນານ​ແລະ​ທິດ​ທາງ​ນະ​ໂຍບາຍ​ຂອງ​ລັດ​ຖະບານ​ທີ່​ສະ​ແຫວງ​ຫາ​ການ​ພັດ​ທະ​ນາໃນ​ຄວາມ​ໝັ້ນ​ທ່ຽງ​ແລະ ອື່ນໆ.