ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-07 18:31:20    
ປີ​ນີ້​ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ອາ​ຟຼິ​ກາ

cri
ຕາມ​ຂ່າວສານ​ຊີນ​ຮວາ,​ນັກ​ຂ່າວ​ໄດ້​ຊາບ​ຈາກ​ກະ​ຊວງ​ການ​ຄ້າ​ຈີນ​ວ່າ,​ປີ 2006,​ລັດ​ຖະ​ບານ​ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ​ອາ​ຟຼິກາ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ,ແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ​ໃນ​ດ້ານ​ຊັບ​ພະຍາ​ກອນ​ມະ ນຸດ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ນອກ​ຈາກ​ການ​ຊ່ວຍ​ເຫຼືອ​ທີ່ບໍ່ ມີ​ເງື່ອນ​ໄຂ​ທາງ​ການ​ເມືອງ​ໃດໆ​ຕິດ​ຫ້ອຍ​ໄປນຳ​ແລ້ວ,​ປີ​ນີ້,​ຈີນ​ຈະ​ສືບ​ຕໍ່​ເປີດ​ກວ້າງ​ຂະ​ໜາດ​ການ​ຄ້າ​ກັບປະ​ເທດ​ອາ​ຟຼິ​ກາ,ສືບ​ຕໍ່​ປະຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ພາສີ​ຕໍ່​ສິນ​ຄ້າ​ສ່ວນ​ໜຶ່ງ​ທີ່​ປະ​ເທດ​ດ້ອຍ​ພັດ​ທະ​ນາກ​ວ່າ​ໝູ່​ຂອງ​ອາ​ຟຼິກາ ສົ່ງ​ມາ​ຂາຍ​ຢູ່​ຈີນ,​ພ້ອມ​ກັນ​ນັ້ນ,​ປະຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທຸກ​ດ້ານ​1​ໝື່ນ​ຄົນ​ໃຫ້​ອາ​ຟຼິກາ​ພາຍ​ໃນ​ສາມ​ປີ​ຄື​ແຕ່​ປີ​2004​ຮອດ​ປີ​2006,​ສືບ​ຕໍ່​ເປີດ​ກວ້າງ​ຂະ​ໜາດ​ການ​ອົບ​ຮົມ.

ຕາມ​ໄດ້​ຊາບ,​ປີ2005,​ຍອດ​ມູນ​ຄ່າ​ການ​ຄ້າ​ຈີນ​ອາ​ຟຼິກາ​ມີ​ຫວັງ​ຈະ​ລື່ນ​ກາຍ​37ຕື້​ໂດ​ລາ,ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວລາ​ດຽວ​ກັນ​ຂອງ​ປີ​2004​ເກືອບ​40%.ປີ​2005,​ຈີນ​ໄດ້​ອົບ​ຮົມ​ບຸກ​ຄົນ​ປະ​ເພດ​ຕ່າງໆ​ໃຫ້​ປະ​ເທດ​ອາ​ຟຼິກາ​ລວມ​3800 ກວ່າ​ຄົນ.