|
ຄວາມສາມາດຊຳລະໂດຍດ່ວນຂອງລະບົບສາທາລະນະສຸກຈີນສູງຂຶ້ນຢ່າງຫຼວງຫຼາຍ
cri
ຕາມຂ່າວCRI,ວັນທີ7ມັງກອນ,ຢູ່ທີ່ປັກກິ່ງ,ທ່ານກ່າວສຽງລັດຖະມົນຕີກະຊວງສາ ທາລະນະສຸກຈີນກ່າວວ່າ,ຈີນມີຄວາມສາມາດສູງຂຶ້ນຢ່າງຫຼວງຫຼາຍໃນການຊຳ ລະເຫດການສາທາລະນະສຸກທີ່ເກີດຂຶ້ນກະທັນຫັນເຊັ່ນພະຍາດຕິດແປດປະເພດ ຮ້າຍແຮງເປັນຕົ້ນແລະປ້ອງກັນແລະປົວພະຍາດສຳຄັນ.
ຕາມແນະນຳວ່າ,ສະພາບພະຍາດຊາສ໌ໃນປີ2003ໄດ້ເຜີຍໃຫ້ເຫັນວ່າລະບົບປ້ອງ ກັນຄວບຄຸມພະຍາດແລະລະບົບກອບກູ້ປິ່ນປົວສຸກເສີນຂອງຈີນອ່ອນແອຫຼາຍ. ສະນັ້ນ,ລັດຖະບານຈີນໄດ້ກຳນົດເປົ້າໝາຍທີ່ໃຊ້ເວລາ3ປີສ້າງແລະບູລະນະກົນ ໄກຊຳລະໂດຍດ່ວນຕໍ່ເຫດການສາທາລະນະສຸກທີ່ເກີດຂຶ້ນກະທັນຫັນ,ເສີມສ້າງ ລະບົບປ້ອງກັນແລະຄວບຄຸມພະຍາດແລະລະບົບກອບກູ້ປິ່ນປົວສຸກເສີນ.ຮອດ ທ້າຍປີ2005,ທົ່ວປະເທດຈີນໄດ້ລົງທຶນເກືອບ27ຕື້ຢວນເພື່ອເປົ້າໝາຍດັ່ງກ່າວ, ເປົ້າໝາຍນີ້ໄດ້ບັນລຸຜົນເປັນຈິງໃນຂັ້ນພື້ນຖານແລ້ວ.
ທ່ານກ່າວສຽງກ່າວວ່າ,ຄວາມສາມາດຊຳລະໂດຍດ່ວນຂອງລະບົບສາທາລະນະ ສຸກຈີນໄດ້ສູງຂຶ້ນຢ່າງຫຼວງຫຼາຍແລ້ວ,ເຊິ່ງໄດ້ຖືກຢັ້ງຢືນຢ່າງບັງເກີດຜົນໃນວຽກ ງານປ້ອງກັນແລະປິ່ນປົວຄົນຕິດພະຍາດໄຂ້ຫວັດສັດປີກປະເພດຮ້າຍແຮງ.
|
|