ກະຊວງການຕ່າງປະເທດຣັດເຊຍຮູ້ສຶກຕື່ນຕົກໃຈຕໍ່ຖ້ອຍຄວາມຂອງທ່ານນາງໄລສ໌ກ່ຽວກັບບັນຫາອາຍແກັສທຳມະຊາດຣັດເຊຍອູແກຼນ
cri
ຕາມຂ່າວCRI,ວັນທີ6ມັງກອນ,ກະຊວງການຕ່າງປະເທດຣັດເຊຍໄດ້ອອກຖະແຫຼງການ,ສະແດງຄວາມຕື່ນຕົກໃຈຕໍ່ຖ້ອຍຄວາມຂອງທ່ານນາງໄລສ໌ກ່ຽວກັບບັນຫາອາຍແກັສທຳ ມະຊາດຣັດເຊຍອູແກຼນໃນມື້ນັ້ນ.
ວັນທີ6ມັງກອນ,ທ່ານນາງໄລສ໌ກ່າວວ່າ,ໃນການວິວາດກັນກ່ຽວກັບອາຍແກັສທຳມະຊາດລະຫວ່າງຣັດເຊຍກັບອູແກຼນ,ຣັດເຊຍໄດ້ຖືພະລັງງານເປັນພາຫະນະການເມືອງ, ບໍ່ໄດ້ຫາບແບກໜ້າທີ່ຮັບຜິດຊອບຂອງຜູ່ສະໜອງພະລັງງານສາກົນທີ່ຮັບຜິດຊອບ.
ຝ່າຍຣັດເຊຍເຫັນວ່າ,ທ່ານນາງໄລສ໌ຕິຕຽນຣັດເຊຍບໍ່ມີຫຼັກອ້າງອີງຈັກເມັດ,ຝ່າຍຣັດເຊຍເຂົ້າໃຈ ເລື່ອງນີ້ບໍ່ໄດ້.
ມື້ດຽວກັນ,ທ່ານມິກຮາຍ ຄາມີນິນ ໂຄສົກກະຊວງການຕ່າງປະເທດຣັດເຊຍກໍກ່າວວ່າ,ບັນຫາອາຍແກັສທຳມະຊາດລະຫວ່າງຣັດເຊຍກັບອູແກຼນແມ່ນວຽກງານສອງຝ່າຍລ້ວນໆ,ອາເມລິກາບໍ່ຄວນແຊກແຊງ.
|
|