ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-08 16:33:01    
ຖິ້ມເຈ້ຍສໍໄປເປັນທະຫານ

cri

 

ໃນລາຊະວົງຮ້ານຂອງຈີນເມື່ອສະຕະວັດທີໜຶ່ງ,ມີຜູ່ມີຄວາມຮູ້ຄວາມສາມາດຜູ່ໜຶ່ງທີ່
ກຳເນີດຢູ່ໃນຕະກຸນວິຊາປະຫວັດສາດຊື່ວ່າປານຊາວ.ເພື່ອປ້ອງກັນເຂດຊາຍແດນຂອງ
ປະເທດຊາດ,ເພີ່ນໄດ້ປະວຽກຂີດຂຽນໄປເປັນທະຫານ,ໃນທີ່ສຸດ,ກໍໄດ້ກາຍເປັນນັກການ
ທະຫານແລະນັກການທູດທີ່ມີຊື່ສຽງໃນປະຫວັດສາດຈີນ.

ທ່ານປານຊາວແມ່ນກຳເນີດໃນວົງຕະກຸນຂຽນປຶ້ມປະຫວັດສາດຜູ່ໜຶ່ງໃນສະໄໝລາດ
ຊະວົງຮ້ານເມື່ອປີຄ.ສ.32,ພໍ່ແລະອ້າຍກັບນ້ອງສາວເພິ່ນລ້ວນແຕ່ແມ່ນນັກຂຽນປະ
ຫວັດສາດທີ່ມີຊື່ສຽງໃນປະເທດຈີນທັງນັ້ນ,ພໍ່ຂອງທ່ານປານຊາວຊື່ປານປ່ຽວໄດ້ຮຽບ
ຮຽງຂຽນປຶ້ມປະຫວັດສາດຕອນທ້າຍຂອງປຶ້ມ"ບັນທຶກປະຫວັດສາດ"ທີ່ມີຊື່ສຽງຂອງຈີນ,
ທ່ານປານກູ ອ້າຍຂອງເພິ່ນກໍໄດ້ຮຽບຮຽງຂຽນປຶ້ມ"ຮ້ານຊູ"ເຊິ່ງເປັນປຶ້ມປະຫວັດສາດ,
ຫຼັງຈາກທ່ານປານກູເຖິງແກ່ກຳແລ້ວ,ນ້ອງສາວຂອງເພິ່ນຊື່ປານຈາວໄດ້ຂຽນປຶ້ມ"ຮ້ານ
ຊູ"ຕໍ່,ທ່ານປານຊາວແມ່ນມັກອ່ານໜັງສືຫຼາຍຕັ້ງແຕ່ຍາມຍັງນ້ອຍ,ເພິ່ນເປັນຄົນສະ
ໝອງໄວມີໂວຫານປາກເວົ້າເກັ່ງ,ທັງມີຄວາມກ້າຫານລື່ນໝູ່.

ຍ້ອນສະພາບຄອບຄົວທຸກຍາກ,ມື້ໃດທ່ານປານຊາວມີແຕ່ຕ້ອງຮັບຈ້າງກ່າຍເອກະ
ສານໃຫ້ພວກເຈົ້ານາຍພໍໄດ້ຢູ່ໄດ້ກິນ,ແຕ່ທ່ານປານຊາວທີ່ມີຄວາມຄຶດນຳແຕ່ເລື່ອງ
ໃຫຍ່ໆຈຶ່ງບໍ່ມັກວຽກຈົດກ່າຍແນວນີ້ສືບມື້ສືບວັນຕະຫຼອດໄປ.ໃນຄາວນັ້ນ,ຫຼັງຈາກບ້ານ
ເມືອງໄດ້ຜ່ານເສິກຜ່ານເສືອມາເປັນເວລາດົນນານແລ້ວ,ຫາກໍ່ສະຫງົບລົງ,ກຳລັງຂອງ
ຊາດກໍຍັງບໍ່ທັນເຂັ້ມແຂງເທື່ອ,ເຂດຊາຍແດນພາກເໜືອກໍຖືກເຜົ່າຊົງນູຊົນເຜົ່າສ່ວນ
ໜ້ອຍລ່ວງລຳ້ເລື້ອຍໆ.ມີມື້ໜຶ່ງ,ທ່ານປານຊາຍກ່າຍເອກະສານຈົນປວດແຂນ,ເພິ່ນຄຶດ
ວ່າວຽກຂອງຕົນບໍ່ມີສ່ວນຊ່ວຍຫຍັງໃນການແກ້ໄຂຄວາມຫຍູ້ງຍາກຂອງຊາດ,ແລ້ວກໍ
ໂມໂຫຂຶ້ນຟາດສໍຟອຍໃນມືຖິ້ມລົງພື້ນດິນໝົດແຮງ,ທັງອຸທານເວົ້າວ່າ:"ເປັນລູກຜູ່ຊາຍ
ຄວນໄປສ້າງຄຸນງາມຄວາມດີໃຫ້ປະເທດຊາດຢູ່ເຂດຊາຍແດນພຸ້ນ!ເຮັດແນວໃດຈະມາ
ຫຼິ້ນສໍຟອຍກັບນຳ້ເມິກແບບນີ້!"ຈາກນັ້ນ,ເພິ່ນກໍເລີຍປະວຽກກ່າຍເອກະສານ,ແລ້ວຂໍສະ
ໝັກເຂົ້າເປັນທະຫານ.

ຫຼັງຈາກທ່ານປານຊາວເຂົ້າເປັນທະຫານແລ້ວ,ຢູ່ໃນສົງຄາມຕ້ານເຜົ່າຊົງນູ,ເພິ່ນໄດ້ສູ້
ລົບຢ່າງອາດຫານຊານໄຊແລະໄດ້ສ້າງຄຸນງາມຄວາມດີຕັ້ງຫຼາຍເທື່ອ,ສະຕິປັນຍາແລະ ຄວາມກ້າຫານຂອງທ່ານປານຊາວໄດ້ຮັບຄວາມຍ້ອງຍໍຈາກເຈົ້າຊີວິດ,ເພາະສະນັ້ນ,ຈຶ່ງ ຖືກແຕ່ງໄປສ້າງສຳພັນທະໄມຕີກັບປະເທດຕ່າງໆຢູ່ເຂດພາກຕາເວັນຕົກເຊິ່ງແມ່ນແຖບ
ຊິນຈ່ຽງຂອງຈີນໃນປະຈຸບັນ.

ທ່ານປານຊາວໄດ້ຮັບພະລາຊະໂອງການພາຜູ່ຕິດຕາມ36ຄົນໄປເຖິງເຂດພາກຕາເວັນ
ຕົກ.ທຳອິດແມ່ນໄປຮອດລັດສີຊານ.ໃນໄລຍະຕົ້ນ,ເຈົ້າຊີວິດແມ່ນໂຄລົບນັບຖືເພິ່ນທີ່
ສຸດ,ທັງຕ້ອງຮັບທູດລາດຊະວົງຮ້ານຢ່າງອົບອຸ່ນ,ແຕ່ຕໍ່ມາບໍ່ທໍ່ໃດມື້ເລີຍປ່ຽນແປງທ່າທີ
ຈືດຈາງທີ່ສຸດຢ່າງກະທັນຫັນ,ຫຼັງຈາກເປັນສະພາບແນວນີ້,ທ່ານປານຊາວກໍ່ເວົ້າຕໍ່ພວກ
ຕິດຕາມວ່າ:"ທ່າທີຂອງເຈົ້າຊີວິດມີການຫັນປ່ຽນຢ່າງກະທັນຫັນແນວນີ້,ເຮົາຄາດຄະເນ
ວ່າອາດຈະແມ່ນເຜົ່າຊົງນູສົ່ງຄົນມາທຳລາຍການສ້າງສາຍສຳພັນທາງການທູດຂອງ
ພວກເຮົາ,ໃຫ້ພວກເຈົ້າອອກໄປສຳຫຼວດເບິ່ງຢູ່ທາງນອກ." ເມື່ອພວກຕິດຕາມອອກໄປ
ສຳຫຼວດເບິ່ງຢູ່ທາງນອກແລ້ວກໍເລີຍປະກົດເຫັນມັນແນວນີ້ແທ້.ບັດນັ້ນ,ທ່ານປານຊາວ
ຈຶ່ງສັ່ງໃຫ້ຜູ່ຕິດຕາມທັງໝົດມາເຕົ້າໂຮມກັນ,ແລ້ວເວົ້າຕໍ່ເຂົາເຈົ້າວ່າ:"ພວກເຮົາເດີນ
ທາງຈາກປະເທດຊາດບ່ອນມາໄກ,ດຽວນີ້ພວມຕົກຢູ່ໃນສະພາບອັນຕະລາຍ,ຖ້າເຈົ້າຊີ
ວິດລັດສີຊານຫາກເຊື່ອຄວາມຍົວະເຍົ້າຂອງທູດເຜົ່າຊົງນູ,ແລ້ວໄປເຂົ້າກັບເຜົ່າຊົງນູ
ແລ້ວ,ພວກເຮົາກໍຈະຖືກຂ້າຕາຍໝົດ,ພວກເຈົ້າເຫັນວ່າຈະເຮັດແນວໃດ?"ພໍຄົນທັງ
ຫຼາຍຟັງແລ້ວ,ກໍຟ້າວເວົ້າວ່າ:"ຈະເປັນຫຼືຕາຍ,ພວກຂ້າພະເຈົ້າກໍລ້ວນແຕ່ຟັງຄຳບັງຄັບ
ບັນຊາຂອງທ່ານທ່ໍນັ້ນ"ທ່ານປານຊາວກໍເວົ້າຢ່າງເດັດດ່ຽວວ່າ:"ດຽວນີ້ກໍມີແຕ່ຕັດສິນໃຈ,
ບຸກເຂົ້າທຳລາຍໂໝ້ງຄ້າຍຂອງສັດຕູທໍ່ນັ້ນ"

ໃນຕອນກາງຄືນມື້ນັ້ນ,ທ່ານປານຊາວໄດ້ພາຜູ່ຕິດຕາມອອກໄປດັກສະກັດຢູ່ນອກຄ້າຍ
ຂອງທູດເຜົ່າຊົງນູ,ແລ້ວວາງໄຟຈູດໄປຕາມສາຍລົມ,ສວຍໂອກາດທີ່ໄຟພວມລຸກວູ່ໆ
ຂຶ້ນແລະຄົນພວມວຸ້ນກັນຢູ່ນັ້ນ,ທ່ານປານຊາວກໍພາໝູ່ເຂົ້າໄປໃນຄ້າຍຂອງສັດຕູສູ້ກັນ
ຢ່າງເອົາເປັນເອົາຕາຍ,ດັບທູດເຜົ່າຊົງນູຈົນໝົດກ້ຽງ.ມື້ລຸນມາ,ທ່ານປານຊາວໄປພໍ້ເຈົ້າ
ຊີວິດລັດສີຊານເຜີຍແບກົນອຸບາຍຂອງເຜ່ົາຊົງນູທັງເວົ້າປະໂລມໃຈເຈົ້າຊີວິດ,ຈາກນັ້ນ,ເຈົ້າຊີວິດຈຶ່ງຕັດສິນໃຈສ້າງສາຍສຳພັນທາງການທູດກັບລາດຊະວົງຮ້ານ.

ຕໍ່ມາ,ທ່ານປານຊາວກໍພາຜູ່ຕິດຕາມ36ຄົນໄປເຖິງລັດຊູເລີ,ເຈົ້າຊີວິດຊູເລີແມ່ນລັດໜຶ່ງ
ອີກຕັ້ງຂຶ້ນໃຫ້ລັດຊູເລີ.ທ່ານປານຊາວກໍຊ່ອຍເຫຼືອຊາວຊູເລີຍົກເລີກເຈົ້າຊີວິດອົງນີ້,
ແລ້ວຕັ້ງເຈົ້າຊີວິດອົງໃໝ່ຂຶ້ນແທນ,ຈິ່ງໄດ້ຮັບຄວາມສະໜັບສະໜູນຂອງປະຊາຊົນລັດ
ຊູເລີ.ທ່ານປານຊາວບໍ່ພຽງແຕ່ສາມາດວາງແຜນຂ້າສັດຕູຢ່າງເດັດຂາດທໍ່ນັ້ນ,ຫາກຍັງ
ຊັກຊວນໃຫ້ເຈົ້າຊີວິດບັນດາລັດຮ່ວມກັນຕ້ານຢັນສັດຕູນຳອີກ,ເພາະວ່າອິດທິກຳລັງ
ຂອງລັດຊາເຊີໃນຄາວນັ້ນແມ່ນແຂງແຮງແລະມັກລ່ວງລຳ້ບັນດາລັດນ້ອຍຢູ່ເຂດພາກ
ຕາເວັນຕົກເລື້ອຍໆ,ທ່ານປານຊາວກໍໄດ້ຮ່ວມມືລັດນ້ອຍເຫຼົ່ານີ້ຕີເອົາຊະນະລັດຊາເຊີທີ່
ໂອ້ອວດຈອງຫອງນັ້ນ,ຈາກນັ້ນ,ທ່ານປານຊາວຜູ່ເປັນທູດຂອງລາດຊະວົງຮ້ານຈິ່ງມີຊ່ື
ສຽງດົ່ງດັງຂຶ້ນຢູ່ເຂດຕາເວັນຕົກ.

ຢູ່ເຂດຕາເວັນຕົກເປັນເວລາ31ປີ,ທ່ານປານຊາວໄດ້ສ້າງຄຸນງາມຄວາມດີອັນດົ່ງດັງ
ທາງການທະຫານແລະການທູດ,ເພິ່ນໄດ້ພື້ນຟູການພົວພັນລະຫວ່າງລາດຊະວົງຮ້ານ
ກັບລັດຕ່າງໆໃນເຊດພາກຕາເວັນຕົກທີ່ຂາດສະບັ້ນມາໄດ້60ກວ່າປີນັ້ນຄືນອີກແລະຍັງ
ຊ່ວຍເຫຼືອລັດຕ່າງໆໃນເຂດຕາເວັນຕົກລະງັບເສິກກາງເມືອງ,ຕ້ານຢັນສັດຕູຕ່າງປະ
ເທດ,ເພາະສະນັ້ນ,ທ່ານປານຊາວຈິ່ງໄດ້ຮັບຄວາມຮັກແພງຈາກປະຊາຊົນລັດຕ່າງໆ
ໃນເຂດພາກຕາເວັນຕົກຢ່າງສຸດເຊິ່ງ,ເມື່ອລາດຊະວົງຮ້ານຮຽກທ່ານປານຊາວກັບຄືນ
ປະເທດ,ຢູ່ຕາມທາງກໍມີພໍ່ແມ່ປະຊາຊົນລັດຕ່າງໆພາກັນກອດຂາມ້າຂອງທ່ານປານ
ຊາວບໍ່ໃຫ້ທ່ານປານຊາວໜີຈາກປະເທດເຫຼົ່ານັ້ນ.

ທ່ານປານຊາວໄດ້ຖິ້ມເຈ້ຍສໍໄປເປັນທະຫານ,ໃນທີ່ສຸດໄດ້ສ້າງຄຸນງາມຄວາມດີອັນພິລຶກ ປຶກໜາໃນດ້ານການທະຫານແລະການທູດໄວ້ໃນປະຫວັດສາດທັງກາຍເປັນແບບຢ່າງ
ໃຫ້ປັນຍາຊົນຈີນເຂົ້າເປັນທະຫານເພື່ອປະເທດຊາດອີກດ້ວຍ.