ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-08 18:19:17    
ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ໄດ້​ກາຍ​ເປັນ​ຈຸດ​ເຕີບ​ໂຕ​ໃໝ່​ຂອງ​ເສດ​ຖະ​ກິດ​ຈີນ

cri
ຕາມ​ຂ່າວສານ​ຊີນຮວາ,ໃນ5ປີ​ມາ​ນີ້,​ກຳ​ລັງ​ຊື້​ສິນ​ຄ້າ​ວັດ​ທະ​ນະ​ທຳ​ຂອງ ປະ​ຊາ​ຊົນ​ຈີນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ,​ອັດຕາ​ເພີ່ມ​ຂຶ້ນ​ຂອງ​ການ​ບໍລິ ໂພກ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະທຳ​ລື່ນ​ກາຍ​ອັດ​ຕາ​ເພີ່ມ​ຂຶ້ນ​ຂອງ​ການ​ບໍລິ​ໂພກ ຜະລິດ​ຕະ​ພັນ​ດ້ານ​ວັດ​ຖຸ16​ຈຸດ,​ອຸດສາ​ຫະ​ກຳ​ວັດທະ​ນະທຳ​ໄດ້​ກາຍ​ເປັນຈຸດ​ເຕີບ​ໂຕ​ໃໝ່​ຂອງ​ເສດ​ຖະ​ກິດ​ຈີນ.

ຜົນການ​ສຳຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ,​ຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ຂອງ ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຂະ​ແໜງ​ການ​ວັດທະ​ນະ​ທຳ​ຕ່າງໆ​ຂອງ​ຈີນ​ຄື​ຂະ ແໜງ​ການ​ພິມ​ຈຳ​ໜ່າຍ,​ຂະ​ແໜງ​ການ​ໜັງສືພິມ,​ຂະແໜງ​ການ​ຮູບ​ເງົາ,​ຂະ ແໜງ​ການ​ວິທະ​ຍຸ​ໂທລະ​ພາບ,​ຂະ​ແໜງ​ການ​ສຽງ​ແລະ​ພາບ,​ຂະ​ແໜງ​ການ​ໂຄສະ​ນາສິນ​ຄ້າ​ແລະ​ຂະ​ແໜງ​ການ​ເກມ​ເປັນ​ຕົ້ນ​ຂອງ​ຈີນ​ໃນປີ​2005​ໄດ້​ມີ​ເຖິງ​1200ຕື້​ຢວນ,​ບວກ​ກັບ​ການ​ບໍລິ​ການ​ທີ່​ກ່ຽວ​ຂ້ອງ​ທີ່ອຸດ​ສາຫະ​ກຳ​ວັດ​ທະ ນະ​ທຳ​ນຳ​ເອົາ​ມາ,​ຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ໄດ້​ບັນລຸ​2000​ຕື້​ຢວນ​ຂຶ້ນ​ໄປ.

ຜູ້​ຊ່ຽວຊານ​ຊີ້​ອອກ​ວ່າ,​ຄຽງ​ຄູ່​ກັບ​ຈີນ​ໄດ້ສະ​ໜັບສະ​ໜູນ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ໃນດ້ານ​ນະ​ໂຍ​ບາຍ​ແຂງ​ແຮງ​ກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຜູ້​ລົງ​ທຶນ​ວິ​ສາ​ຫະ​ກິດ,​ຜູ້​ລົງທຶນ​ຝ່າຍ​ລາດ​ແລະ​ຜູ້​ລົງ​ທຶນ​ສາ​ກົນ​ເປັນ​ຕົ້ນ​ລ້ວນ​ແຕ່​ຍາດ​ແຍ່ງ​ລົງ​ທຶນ​ເຂົ້າ​ໃນ​ຂົງ​ເຂດ​ນີ້.​ການ​ລົງ​ທຶນ​ໃນ​ດ້ານ​ອຸດ​ສາ​ຫະກຳ​ວັດທະ​ນະ ທຳ​ພວມ​ຮ້ອນ​ຂຶ້ນ,​ແລະ​ກາຍ​ເປັນ​ຈຸດເຕີບ​ໂຕ​ໃໝ່​ທີ່​ປອດ​ໃສ​ຂອງ​ເສດ​ຖະກິດ​ຈີນ.