ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-08 19:09:38    
ນາງຊ້ານຊິ້ວຢົງແລະເພງກ່ອມນອນ​ຈີນ​ທີ່​ນາງ​ຂັບ​ຮ້ອງ

cri
ເພງກ່ອມນອນແມ່ນຮູບການດົນຕີປະເພດໜຶ່ງທີ່ມີຢູ່ທຸກແຫ່ງໃນໂລກ, ເພງປະເພດນີ້ທຳ
ນອງອ່ອນໂຍນແບບລະບາຍອາລົມ, ໄດ້ສ່ອງແສງຄວາມທະນຸຖະໜອມອັນອ່ອນໂຍນ ແລະຄວາມຮັກອັນບໍລິສຸດຜຸດຜ່ອງແລະສູງສົ່ງຂອງແມ່ທີ່ມີຕໍ່ລູກ. ເພງກ່ອມນອນຂອງ
ທ້ອງຖ່ິນຕ່າງໆໃນໂລກລ້ວນແຕ່ມີຈຸດພິເສດ ຂອງຕົນ, ເພງກ່ອມນອນຂອງຈີນກໍຄືກັນ, ຊົນເຜົ່າຕ່າງໆແລະທ້ອງຖິ່ນຕ່າງໆກໍມີຈຸດດີເດັ່ນຕ່າງກັນ. ຕໍ່ໄປເຊີນຟັງເພງກ່ອມນອນ ພາກຕາເວັນອອກສຽງເໜືອເຊ່ິງເປັນເພງກ່ອມນອນເຜົ່າຮ້ານຂອງຈີນທີ່ຂັບຮ້ອງໂດຍ
ນາງຕ່ານຊິ້ວຢົງ.

ເນື້ອເພງຂຽນວ່າ: ດວງເດືອນແຈ້ງສະຫວ່າງ, ສາຍລົມພັດຄ່ອຍໆ, ໃບໄມ້ບັງປ່ອງຢ້ຽມ.
ຈີ່ນາຍຮ້ອງຈີດໆ, ຄືກັບສຽງດົນຕີທີ່ມ່ວນອອນຊອນ, ລູກເອ້ຍ, ລູກຮັກ, ລູກຈົ່ງນອນສາ
ເຍີ.

ນາງຕ່ານຊິ້ວຢົງແມ່ນນັກຮ້ອງສຽງສູງທີ່ມີຊີ່ສຽງຂອງຈີນ, ສຽງຂອງນາງອ່ອນຫວານ,
ໃສແຈ້ງ. ນາງເຄີຍຮ້ອງເພງສະຫຼັບໃນຮູບເງົາແລະເລື່ອງໂທລະພາບຫຼາຍເລື່ອງ, ແລະ
ໄດ້ອັດເພງຈຳນວນຫຼວງຫຼາຍ, ແຕນາງຂຶ້ນຊື່ລືນາມແມ່ນຍ້ອນນາງຮ້ອງເພງພື້ນເມືອງ
ຂອງຈີນມ່ວນຫຼາຍ. ເພງພື້ນເມືອງຈີນທີ່ນາງຮ້ອງມີລັກສະນະຊົນເຜົ່າຢ່າງເຂັ້ມຂຸ້ນ, ໄດ້
ບັນລະຍາຍເຖິງຄວາມຮັກອັນຈິງໃຈ, ໄດ້ຮັບຄວາມຊົມເຊີຍຈາກຜູ່ຟັງຢ່າງກວ້າງຂວາງ. ຕໍ່ໄປເຊີນທ່ານຟັງເພງກ່ອມນອນທົ່ງຫຍ້າເຊິ່ງຂັບຮ້ອງໂດຍທ່ານນາງຕ່ານຊິ້ວຢົງ.

ທີ່ທ່ານພວມຟັງຢູ່ນີ້ແມ່ນເພງກ່ອມນອນທົ່ງຫຍ້າເຊິ່ງຂັບຮ້ອງໂດຍນາງຕ່ານຊິ້ວຢົງ. ນີ້ແມ່ນເພງກ່ອນນອນທີ່ແຕ່ງຕາມເພງພື້ນເມືອງເຜົ່າມົງໂກນ, ເພງນີ້ມີຄວາມໝາຍເລິກ
ເຊິ່ງຍາວໄກ, ຄືແມ່ໄດ້ອວຍພອນໃຫ້ລູກມີອະນາຄົດອັນດີງາມ.

ທີ່ທ່ານຟັງມານັ້ນແມ່ນເພງກ່ອມນອນທົ່ງຫຍ້າຂັບຮ້ອງໂດຍນາງຕ່ານຊິ້ວຢົງ.

ເຜົ່າຈວ້າງແມ່ນຊົນເຜົ່າສ່ວນໜ້ອຍທີ່ຕັ້ງພູລຳເນົາຢູ່ເຂດກວາງຊີເຜົ່າຈວ້ງປົກຄອງຕົນ
ເອງຢູ່ພາກໃຕ້ຂອງຈີນ, ປະຊາຊົນເຜົ່າຈວ້ງຊ່າງຟ້ອນຊ່າງລຳ, ເກືອບໝົດທຸກຄົນ,
ເລື່ອງຫຍັງໃນຊີວິດປະຈຳວັນກໍເອົາມາຮ້ອງເປັນເພງໄດ້. ເພງກ່ອມນອນຂອງເຜົ່າ
ຈວ້າງກໍມີລັກສະນະພິເສດຂອງຕົນເອງ, ເພງກ່ອມນອນເຫຼົ່ານີ້ມີທຳນອງມ່ວນຊື່ນແລະ
ເບົາໃຈ, ເນື້ອເພງຄ້າຍຄືກັບເພງເດັກນ້ອຍ, ກໍສະແດງໃຫ້ເຫັນຄວາມຮັກອັນເລິກເຊິ່ງ
ຂອງແມ່ທີ່ມີຕໍ່ລູກ.

ທ່ີທ່ານຟັງຢູ່ນີ້ແມ່ນເພງກ່ອມນອນເຜົ່າຈວ້ງເຊິ່ງຂັບຮ້ອງໂດຍນາງຕ່ານ ຊິ້ວຢັງ. ເນື້ອ
ເພງມີຄວາມໝາຍວ່າ: ແມ່ໄປເຮັດນາ, ຈະເກັບເອົາໝາກໄມ້ມາສູ່ລູກກິນ. ນອນເດີ້ລູກ
ເອີ້ຍ, ແມ່ຈະເກັບໝາກໄມ້ຫວານໆມາສູ່ກິນ, ນອນເດີ້ລູກເອີ້ຍ.

ເຜົ່າປ໋າຍກໍແມ່ນຊົນເຜົ່າສ່ວນໜ້ອຍທີ່ຕັ້ງພູມລຳເນົາຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ, ພວກເຂົາເຈົ້າສ່ວນຫຼາຍດຳລົງຊີວິດຢູ່ແຂວງຢຸນນານແລະແຂວງກຸ້ຍໂຈວເປັນຕົ້ນ. ເພງກ່ອມນອນເຜົ່າປ໋າຍກໍຄືກັນກັບເພງພື້ນເມືອງເຜົ່າປ໋າຍ, ອ່ອນຫວານ, ເຕັມໄປດ້ວຍ
ຄວາມຮັກແລະຮີດປະເພນີອັນເຂັ້ມຂຸ້ນ. ຕໍ່ໄປເຊີນຟັງເພງກ່ອມນອນໜອງແສຂັບຮ້ອງ
ໂດຍນາງຕ່ານຊີ້ວຢົງ.

ເນື້ອເພງຂຽນວ່າ: ຄືນເດືອນຫງາຍໜອງແສມິດອິ່ມຊິ່ມ, ລົມພັດເຮືອໃບໂຍດເຍກ, ເຮືອ
ໃບນ້ອຍຄືກັບອູ່ຂອງລູກ. ນອນສາເຍີ, ລູກຮັກຂອງແມ່.

ທີ່ຟັງຢູ່ນີ້ແມ່ນເພງກ່ອມນອນເຜົ່າເອີ້ວັ່ນເຄີ້. ເຜົ່າເອີ້ວັນເຄີ້ແມ່ນຊົນເຜົ່າສ່ວນໜ້ອຍທີ່ຕັ້ງ
ພູມລຳເນົາຢູ່ພາກຕາເວັນອອກສຽງເໜືອຂງຈີນ, ອາໄສການລ່າເນື້ອລ້ຽງຊີບ. ເພງກ່ອມ
ນອນຂອງເຜົ່າເອີ້ວັ່ນເຄີ້ໄດ້ສະແດງໃຫ້ເຫັນເຜົ່າເອີ້ວັ່ນເຄີ້ມັກພູຜາປ່າໄມ້. ເນື້ອເພງຂຽນ
ວ່າ: ພໍ່ໄປລ່າເນື້ອຢູ່ໃນປ່າ, ລູກເຜົ້າພູກັບແມ່ເດີ້. ດອກໄມ້ເທິງພຫຼ້ິນກັບລູກ, ນ້ຳຫ້ວຍ
ສອນລູກຮ້ອງເພງ. ນົກນ້ອຍຮ້ອງເພງກ່ອມນອນ, ລົມພັດອູ່ລູກໄກວໂອ້ນເອ້ນ. ລູກຈົ່ງ
ໃຫຍ່ໄວໆ, ເຕີບໃຫຍ່ຢູ່ເທິງພູຈົ່ງຮັກພູ, ລູກແມ່ນໄວໜຸ່ມຜູ່ດີເດັ່ນເຜົ່າເອີ້ວັ່ນເຄີ້.