ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 19:14:34    
ການ​ຍົກ​ເລີກ​ນະ​ໂຍ​ບາຍ​ດູ​ໝິ່ນ​ລົດ​ຍົນ​ຂະ​ໜາດ​ນ້ອຍ​ໄດ້​ນຳ​ໂອ​ກາດ​ມາ​ໃຫ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ລົດ​ຍົນ​ຂອງ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງລັດຖະບານ​ຈີນ​ທວງ​ໃຫ້ທ້ອງ​ຖິ່ນ​ຕ່າງໆ​ຍົກ​ເລີກ​ນະ​ໂຍບາຍ​ຈຳກັດ​ລົດຍົນ​ຂະໜາດ​ນ້ອຍ​ເຊິ່ງ​ເປັນ​ນະ​ໂຍບາຍ​ດູ​ໝິ່ນ​ກ່ອນ​ທ້າຍ​ເດືອນ​ມີນາ​ປີ​ນີ້, ຕໍ່​ເລື່ອງນີ້, ບຸກຄົນ​ໃນ​ວົງ​ການ​ຊີ້​ອອກ​ວ່າ, ການ​ຜະລິດ​ລົດຍົນ​ຂະໜາດ​ນ້ອຍ​ແມ່ນ​ຂົງ​ເຂດ​ທີ່​ມີ​ກຳລັງ​ຫຼາຍ​ກວ່າ​ໝູ່​ໃນ​ອຸດສາ​ຫະກຳ​ລົດຍົນ​ຈີນ​ແຂ່ງຂັນ​ກັບ​ບໍລິສັດ​ລົດຍົນ​ຂ້າມ​ຊາດ​, ການ​ຍົກ​​ເລີກ​ນະ​ໂຍບາຍ​ດູ​ໝິ່ນ​ລົດຍົນ​ຂະໜາດ​ນ້ອຍ, ຈະ​ມີ​ຜົນ​ດີ​ຕໍ່​ການ​ສ້າງ​ຄວາມ​ສາມາດ​ພັດທະນາ​ເປັນ​ເຈົ້າ​ຕົນ​ເອງ​ແລະ​ຍີ່​ຫໍ​ຂອງ​ຕົນ​ຂອງ​ອຸດສາ​ຫະກຳ​ລົດຍົນ​ຈີນ, ​ແລ້ວ​ພັດທະນາ​ອຸດສາ​ຫະກຳ​ລົດຍົນ​ຈີນ​ໃຫ້​ຈະ​ເລີ​ນ​ຮຸ່ງ​ເຮືອງ.

ຂໍ້​ມູນ​ຂ່າວ​ສານ​ສ່ອງ​ແສງໃຫ້​ເຫັນ​ວ່າ, ຄຽງ​ຄູ່​ກັບ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​​ຖີບ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ລົດຍົນ​ຂະໜາດ​ນ້ອຍ​ທີ່​ສິນ​ເບືອງ​ນ້ຳມັນ​ໜ້ອຍ, ​ເຊື່ອມ​ພິດ​ໜ້ອຍ​ໄດ້​ຮັບ​ຄວາມ​ນິຍົມ​ຈາກຜູ້​ບໍລິ​ໂພ​ກນັບ​ມື້​ນັບ​ຫຼາຍ​ຂຶ້ນ, ລົດ​ເກງທີ່​ຄົນ​ຈີນ​ຊື້​ໃນ​6 ​ເດືອນ​ຕົ້ນ​ປີ​ກາຍ​ນີ້​ມີ​ປະມານ 1 ສ່ວນ 3​ ​ແມ່ນ​ລົດ​ເກງ​ຂະໜາດ​ນ້ອຍ.