ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 19:16:46    
ນິ​ທານ​ອຸ​ປະ​ມາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ(3)(ສຽງ)

cri


ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າ​ຈະເລົ່າ​ນິທາ​ນອຸປະ​ມາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງສູ່​ທ່ານ​ຟັງຈັກ​ສອງ​ເລື່ອງ: ຄື​ເລື່ອງ"ຖະໜອມ​ສິດ"​ແລະ​ເລື່ອງ​ສັນດານ​ດັດ​ຍາກ.

ນິທານ​ເລື່ອງ​ໜຶ່ງ​​ແມ່ນ​ເວົ້າ​ເຖິງ​ສິງ​ໂຕ​ໜຶ່ງ​ມັກລູກ​ສາວ​ຂອງ​ພໍ່ນາ​ຜູ້​ໜຶ່ງ, ຈຶ່ງ​ໄປ​ອ້ອນວອນພໍ່ນາ​​ບົກລູກ​ສາວ​ໃຫ້. ​ແຕ່ພໍ່ນາ​ຜູ້​ນີ້​ບໍ່​ຍອມ​ໃຫ້​ລູກ​ສາວ​ຂອງ​ຕົນແຕ່ງກັບ​ສັດປ່າ, ​ແຕ່​​ກໍ່​ບໍ່​ກ້າ​ປະຕິ​ເສດ, ຈຶ່ງ​ໄດ້​ຄຶດ​ຫາວິທີ​ໜຶ່ງ. ​ເມື່ອ​​​ສິງ​ໂຕ​ນີ້ມາ​ຂ້ຽວອີກ, ພໍ່ນາ​ຜູ້​ນີ້​ກໍ​ເລີຍ​ວ່າ: ຂ້ອຍກໍ​ຢາກ​ຍົກລູກ​ສາວ​​ໃຫ້​ເຈົ້າ​ຢູ່, ​ແຕ່​ລູກ​ສາວ​ຂ້ອຍ​ຢ້ານ​ເລັບ​ແລະ​ແຂ້ວ​ແຫຼມໆຂອງ​ເຈົ້າຫຼາຍ, ຖ້າ​ເຈົ້າ​ຕັດ​ມັນ​​ຖິ້ມ, ລູກ​ສາວ​ຂ້ອຍ​ກໍ່​ຈະ​ແຕ່ງດອງ​ກັບ​ເຈົ້າ​ທັນທີ. ​ເມື່ອສິງ​​ໂຕ​ຟັງ​ແລ້ວ​ກໍຕົກລົງ​ໃນ​ທັນທີ​ວ່າ​ຈະກັບ​ເມືອ​​ຕັດ​ເລັບ​ແລະ​ຫຼົກແຂ້ວຂອງ​ຕົນຖິ້ມ. ​​ເມື່ອ​ສິງ​ໂຕ​ເຮັດ​ແບບ​ນີ້, ພໍ່ນາກໍ​ບໍ່​ຢ້ານ​ສິງ​​ໂຕ​ອີກ, ​ເມື່ອ​ສິງ​ໂຕ​ກັບ​ມາ​ຫາ​ອີກ, ພໍ່ນາ​​ກໍໃຊ້​ໄມ້​ຄ້ອນ​ຂັບໄລ່​​ສິງ​​ໂຕ​ໃຫ້​ໜີໄປ​.

​ເວົ້າ​ສຳລັບພໍ່ນາຜູ້​ນີ້​ແລ້ວ, ​ທຳ​ອິດ​, ລາວ​ຢ້ານ​ສິງ​ໂຕ​ນີ້​ທີ່​ສຸດ, ດີ​ບໍ່​ດີ, ​ໂຕ​ກັບ​ລູກ​ສາວ​ກໍ​ຈະ​ຖືກ​ສິງ​ໂຕ​ກິນ​ຊ້ຳ, ​ແຕ່​ເພື່ອ​ຮັກສາລູກ​ສາວ​ຂອງ​ຕົນ, ​​ໃນ​ທີ່​ສຸດ​ຈຶ່ງ​ຫາ​ວິທີໄລ່​ສິງ​​ໂຕ​ໜີ. ​ໃນ​​​ເລື່ອງ​ນີ້, ​ພໍ່​ນາ​ໄດ້​ໃຊ້​ຄວາມ​ສະຫຼາດຂອງ​ຕົນ​ປ່ຽນ​ແປງ​ສະພາບ​ການທັງໝົດ. ​ໃນ​ສັງຄົມ​ຍຸກ​ປະຈຸ​ບັນ​, ຄົນ​ທັງຫຼາຍນັບ​ມື້​ນັບ​ເອົາ​ໃຈ​ໃສ່​ນຳ​ການ​ຄຸ້ມ​ຄອງ​ຊັບພະຍາກອນ, ​ໃນ​ນັ້ນ, ສະຕິ​ປັນຍາ​ແລະ​ຄວາມ​ຮູ້​ກໍ່​ແມ່ນ​ຊັບ​ພະຍາກອນ​ທີ່ສຳຄັນ​ກວ່າ​ໝູ່, ບາງ​ເທື່ອ, ​​ໃນ​ເວລາ​ກຳລັງຂອງ​ຕ່າງ​ຝ່າຍຕ່າງ​ຜິດໂຕນ​ກັນຫຼາຍນັ້ນ, ຖ້າ​ຮູ້ໃຊ້​ຄວາມ​ສະຫຼາດ, ກໍ​ສາມາດ​ປ່ຽນ​ທ່າ​ອ່ອນ​ໃຫ້​ເປັນ​ທ່າ​ແຮງ​ໄດ້​ໂດຍ​ບໍ່​ຍາກ​ຊາ, ​ໃນ​ນິທານ​ເລື່ອງ​ນີ້, ທຳ​ອິດສິງ​ໂຕຢູ່​ໃນຖານະ​ທ່າ​ແຮງ, ​ແຕ່​ເຂົາ​ພັດ​ປະລະ​ທ່າ​ແຮງ​ຂອງ​ຕົນ​ຢ່າ​ງງ່າຍດາຍ, ສຸດ​ທ້າຍມັນກໍ່​ບໍ່​ໄດ້​ຫຍັງ, ບໍ່​ວ່າບໍລິສັດ, ອົງການຫຼືວ່າ​ສ່ວນ​ບຸກຄົນ, ລ້ວນ​ແຕ່​ຕ້ອງ​ຮູ້​ຄັກ​​​ແນ່​ວ່າ, ທ່າ​ແຮງ​ຂອງ​ຕົນ​ແມ່ນ​ຫຍັງ, ບໍ່​ຄວນ​ປະລະ​ຢ່າງ​ງ່າຍດາຍ, ຍາມ​ໃດ​ຖ້າ​ເສຍທ່າ​ໄປ​ແລ້ວ, ສະພາ​ບການ​ກໍ່​ຈະ​ປ່ຽນ​ແປງ​ຢ່າງ​ເຖິງ​ຖອງ, ຈະຊອກ​ຫາຄືນ, ກໍ່​ຊ້າແລ້ວ.

ນິທານອຸປະມາອີກ​ເລື່ອງ​ໜຶ່ງແມ່ນ​ເວົ້າ​ເຖິງແມວໂຕ​ຫນຶ່ງມັກ​ອ້າຍບ່າວ​ຜູ້​ເຈົ້າ​ຊູ້​ຜູ້​ໜຶ່ງ, ກໍ​ເລີຍ​ພາວະນາ​ວິ່ງວອນ​ໃຫ້​​ເທ​ບທິ​ດາ ​​ເສກໃຫ້​ມັນກາຍ​ເປັນ​​ຄົນ,​ ໃນ​ທີ່​ສຸດ, ​ເທບ​ທິດາອິດູ​ຕົນ,​​ ​ກໍ​ເລີຍເສກໃຫ້​ມັນ​ກາຍເປັນ​ຜູ່​ສາວ​ທີ່​ສວຍ​ງາມ,​ ເມື່ອອ້າຍບ່າວ​ພົບເຫັນ, ສອງ​ຄົນ​ກໍ່​​ເລີຍຮັກກັນ​, ບໍ່​ດົນ​ກໍ​ສ້າງ​ເປັນ​ຄອບ​ຄົວ​. ມີ​ມື້ຫນຶ່ງ, ​ເທບ​ທິດາ​ຢາກ​ລອງ​​ເບິ່ງວ່າແມວ​ໂຕ​ນີ້​​ໄດ້ປ່ຽນຄົນ​ແລ້ວຫຼື​ບໍ່​, ກໍ່​​ເລີຍ​ປ່ອຍຫນູໂຕ​ຫນຶ່ງ​​​ໃຫ້​ແລ່ນ​ເຂົ້າຫ້ອງ,​​​ ເມື່ອ​​ແມວ​ໂຕ​ນີ້ຫຼຽວເຫັນຫນູ​, ​ກໍ​ລືມ​ວ່າຕົນ​ເອງ​​ເປັນ​ຄົນ​ແລ້ວ,​​ ເລີຍໂດດລົງ​ຈາກ​ຕຽງ, ຄຸບຫນູ​ໂຕ​ນັ້ນຢ່າງ​​​ວ່ອງ​ໄວ, ​​ແລະ​ຈັບ​ຍັດ​ເຂົ້າ​ປາກ​ໃນ​ທັນທີ, ເທບ​ທິດາ​ຫຼຽວເຫັນກໍ່​ຮ້ອງ​ອຸທານ​ຂຶ້ນ​ພ້ອມ​ບາດ, ​ແລ້ວ​​ໃຫ້​ມັນ​ກັບກາຍ​ເປັນ​ໂຕ​ແມວ​ຄື​ເກົ່າ.

 ຢູ່​ຈີນ​ມີ​ສຸພາສິດ​ວ່າ:​ ພູຜາ​ແມ່​ນ້ຳ​​ແປງງ່າຍ,​ ສັນດານ​ດັດ​ຍາກ, ຢາກ​ຮູ້ຈັກສັນດານ​ຂອງຄົນຜູ່ຫນຶ່ງ, ຕ້ອງ​ສັງ​ເກດ​ຈາກ​ກິລິຍາ​ວາຈາ​ມະ​ຍິກ​ມະ​ຍ່ອຍ​ຂອງ​​​ເຂົາ​ໃນ​ຍາມ​ປົກກະຕິ, ເບິ່ງ​ແຕ່ຮູບ​ນອກບໍ່​ໄດ້, ຖ້າ​ກາຍ​ເປັນນິ​ໄສ​ແລ້ວ, ຢາກ​ປ່ຽນ​ ​ກໍຍາກ​. ຖ້າ​ຄົນຜູ່​ຫນຶ່ງ​ປ່ຽນ​ນິ​ໄສ​ປານ​ຄົນ​ຜູ້​ໃໝ່​ຢ່າງ​ກະທັນ​ຫັນ​ຢູ່​ຕໍ່ຫນ້າ​ພວກ​ເຮົາ,​ແນ່ນອນ​ແມ່ນ​ຕ້ອງມີ​ສາ​ເຫດ​​ໃດ​ຫນຶ່​ງ. ພວກ​ເຮົາ​ຈະເບິ່ງ​​ແຕ່ຮູບນອກ​ຊື່ໆ​ບໍ່​ໄດ້, ກ່ອນ​ຈະວິນິ​ໄສ, ດີ​ທີ່​ສຸດ​​ແມ່ນຕ້ອງກຶກກອງຊອກ​ຫາ​ມູນ​ເຫດ​ທີ່​ພາ​ໃຫ້​ປ່ຽນ​ແປງ​,​ ໂດຍ​ສະ​ເພາະ​ແມ່ນ​ຜູ່​ທີ່ມີ​ການ​ພົວພັນດ້ານ​ຜົນ​ໄດ້ຜົນ​ເສຍ​ກັບ​ພວກ​ເຮົາ

​ນິທານ​ອຸປະມາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຂອງ​ພວກ​ເຮົາ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ຫວັງ​ວ່າ​ຄົງ​ຈະ​ເປັນການ​ຊີ້​ແນະ​ສ່ຳ​ໃດ​ສ່ຳ​ໜຶ່ງ​ຕໍ່​ຊີວິດ​ແລະ​ວຽກ​ງານ​ຂອງ​ທ່ານ!