ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 20:35:16    
ກອງ​ອາສາ​ສະໝັກຊາວ​ໜຸ່ມ​ຈີນກຽມ​ເດີນທາງ​ໄປ​ມຽນມາ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຕອນ​ບ່າຍ​ວັນ​ທີ 9 ມັງກອນ,ທ້າວ​ລີ​ນ​ໂກ​ລຽງ ຫົວໜ້າ​ກອງອາສາ​ສະໝັກ​ຊາວ​ໜຸ່ມຈີນ​ທີ່​ໄປ​ຮັບ​​ໃຊ້​ຢູ່​ມຽນມາ​ໄດ້​ຮັບ​ທຸງ​ກອງ​ອາສາ​ສະໝັກຈາກທ່ານ​ລີ​ວຢູ້ຜູ ຮອງ​ເລຂາ​ຄະນະ​ພັກ​ແຂວງ​ກວາງ​ຕຸ້ງ,ສາ​ບັນ​ຕົວຢ່າງຈິງຈັງ​ພ້ອມ​ກັບ​ສະມາຊິກ​ກອງ​ອາສາ​ສະໝັກ.ກອງ​ອາສາ​ສະໝັກປະກອບ​ດ້ວຍ​ຜູ້​ອາສາ​ສະໝັກ 15 ຄົນ​ຈະໄປ​ມຽນມາ​ໃນ​ວັນ​ທີ 11 ມັງກອນ​​ເຮັດ​ວຽກອາສາ​ສະໝັກ 6 ​ເດືອນ​ຢູ່​ຫັ້ນ.

ໂດຍ​ໄດ້​ຮັບຄວາມ​ມອບ​ໝາຍ​ຈາກ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ຈີນ​ແລະ​ກະຊວງ​ການ​ຄ້າ​ຈີນ,​ເລີ່​ມ​ແຕ່​ວັນ​ທີ 3 ພະຈິກ​ປີ 2005 ​ເປັນ​ຕົ້ນ​ມາ,​ແຂວງ​ກວາງຕຸ້ງ​ເລີ່​ມຮັບ​ເອົາ​ຜູ້​ອາສາ​ສະໝັກ​ຊາວ​ໜຸ່ມ 15 ຄົນ​ເພື່ອ​ສະໜອງ​ການບໍ​ລິ​ການ​ດ້ານ​ເຕັກ​ໂນ​ໂລ​ຊີ​ກະສິກຳ​ແລະ​ການ​ອົບຮົມ​ກິລາ​​ໃຫ້​ມຽນມາ.ຜູ້​ອາສາ​ສະໝັກ 15 ຄົນດັ່ງ​ກ່າວມາ​ຈາກ​ແຂວງ​ກວາງຕຸ້ງ​ແລະ​ເຂດ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ເຂດ​ຊີ່ນຈ່ຽງ.