ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 21:03:24    
ຈີນຈະຍົກຄວາມສາມາດປະດິດສ້າງ
ຢ່າງເປັນເຈົ້າຕົນເອງແລະກຳລັງ
ແກ່ງແຍ່ງຂອງຊາດໃຫ້ສູງຂຶ້ນ

cri Author: mo

ຕາມ​ຂ່າວCRI: ວັນ​ທີ 9 ມັງກອນ, ຢູ່​ທີ່​ປັກ​ກິ່ງ, ທ່ານຫູ​ຈີນ​ທາວ​ ປະທານ​ປະ​ເທດ​ຈີນກ່າວ​ວ່າ, ຈີນ​ຈະ​ຍົກ​ຄວາມ​ສາມາດ​ປະດິດ​ສ້າງ​​ຢ່າງເປັນ​ເຈົ້າຕົນ​ເອງ​ແລະ​ກຳລັງ​ແກ່ງ​ແຍ່ງ​ຂອງ​ຊາດ​ໃຫ້​ສູງ​ຂຶ້ນ, ພະຍາຍາມ​ຍ່າງ​ຕາມ​ເສັ້ນທາງ​ປະດິດ​ສ້າງ​ຢ່າງ​ເປັນ​ເຈົ້າຕົນ​ເອງ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ.

ທ່ານ​ຫູ​ຈິນທາວ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ວິທະຍາສາດ​ເຕັກນິກ​ທົ່ວ​ປະ​ເທດ​ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 9 ມັງກອນ. ທ່ານ​​ເວົ້າວ່າ, ຈີນ​ຈະ​ເລືອກ​ເອົາ​ຂົງ​ເຂດ​ຂໍ​ກະ​ແຈ​ທີ່​ມີ​ພື້ນຖານ​ແລະ​ທ່າ​ແຮງ​ຈຳນວນ​ໜຶ່ງ​, ພົວພັນ​ເຖິງ​ເສດຖະກິດ​ແຫ່ງ​ຊາດ​​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ແລະ​ຄວາມ​ປອດ​ໄພ​ຂອງ​ຊາດ,  ສຸມ​ກຳລັງ​ເພື່ອ​ບຸກທະລຸ​​ຈຸດ​ໜັກ, ບັນລຸ​ການ​ພັດທະນາ​ແບບກ້າວກະ​ໂດດ; ພ້ອມ​ກັນນັ້ນ, ຈະ​ລົງ​ເລິກ​ປະຕິ​ຮູບ​ໂຄງ​ປະກອບວິທະຍາສາດ​ເຕັກນິກ, ​ເຮັດ​ໃຫ້​​ອົງ​ປະກອບ​ຂອງ​ວິທະຍາສາດ​ເຕັກນິກ​​ດີ​ຂຶ້ນ​ຕື່ມ, ກະຕຸກ​ກຳລັງ​ປະດິດສ້າງ​​ຂອງ​ທົ່ວ​ສັງຄົມ​ຢ່າງ​ເຕັມທີ່, ຊຸກ​ຍູ້​ການ​ສ້າງສາ​ລະບົບປະດິດ​ສ້າງຂອງ​ຊາດ.


ກອງ​ປະຊຸມ​ວິທະຍາສາດ​ເຕັກນິກ​ຈະ​ໄຂ 3 ມື້​ແມ່ນ​ກອງ​ປະຊຸມ​ວິທະຍາສາດ​ເຕັກນິກ​ລະດັບ​ຊາດຄັ້ງທີ 1 ທີ່​ຈີນ​ໄຂ​ຂຶ້ນ​ໃນ​ສະຕະ​ວັດ​ນີ້. ​ໃນ​ກອງ​ປະຊຸມ​​ເປີດ​ສາກທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 9 ມັງກອນ, ຍັງ​ໄດ້​ຈັດ​ພິທີ​ມອບ​ລາງວັນ​ວິທະຍາສາດ​ເຕັກນິກ​ແຫ່ງ​ຊາດ​ຈີນ ​ເຊິ່ງ​ເປັນ​ລາງວັນ​ສູງ​ສຸດ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ.