ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 21:18:18    
ປີ​2005,​ການ​ຄ້າ​ຈີນ​ອາ​ຊຽນ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ທີ່​ພັດ​ທະ​ນາ​ຮອບ​ດ້ານ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ9​ມັງກອນ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ກະຊວງ​ການ​ຄ້າ​ຈີນວ່າ,ປີ 2005,​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ເລີ່​ມຫຼຸດພາສີຮອບດ້ານ,ການ​ຄ້າ​ລະຫວ່າງ​ຈີນ​ອາ​ຊຽນ​ໄດ້​ເຂົ້າສູ່​ໄລຍະ​ໃໝ່​ທີ່​ພັດທະນາ​ຮອບດ້ານ​ແລະ​ລົງ​ສູ່​ລວງ​ເລິກ.

ຕົວ​ເລກສະ​ແດງໃຫ້​ເຫັນ​ວ່າ,​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ພະ​ຈິກ​ປີ2005,ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຊຽນບັນລຸ117​ຕື້240​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​2004 23,5%.​ອາ​ຊຽນສືບ​ຕໍ່​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ຫ້າ ຕະ​ຫຼາດ​ສົ່ງ​ອອກ​ໃຫຍ່​ທີ​ຫ້າ​ແລະ​ເປັນ ແຫຼ່ງ​ນຳ​ເຂົ້າ​ໃຫຍ່​ທີ​ສີ່​ຂອງ​ຈີນ.​ມາດ​ຕາ​ສ່ວນ​ມູນ​ຄ່າການ​ຄ້າ​ຈີນ-ອາ​ຊຽນ​ໃນ​ຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ຈາກ3,55%​ໃນ​ປີ1975​ເພີ່ມ​ຂຶ້ນຮອດ9,14%​​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ຜະ​ຈິກ​ປີ2005.

ນອກ​ນີ້,ອົງປະກອບ​ສິນຄ້າ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ໄດ້​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າຢ່າງ​ບໍ່​ຢຸດ​ຢັ້ງ,ການ​ຄ້າ​ຜະລິດ​ຕະພັນ​ໄຮ​ເຕັກ​ລະຫວ່າງ​ສອງ​ຝ່າຍ​ມີ​ຖານະ​ສູງ​ຂຶ້ນຄູ່​ປີ​ໃນ​ການ​ຄ້າ​ສອງ​ຕໍ່​ສອງ.