ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 21:27:24    
ທີ​ມຈີນ​ຊິງ​ໄດ້​ແຊມ​ປຽນ​ຕີ​ຄູ່​ເພດ​ຍິງ​ດອກ​ປີກ​ໄກ່​ສະ​ວິສ​ໂອ​ເພັນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 8 ມັງກອນ​ເວລາ​ທ້ອງ​ຖິ່ນ, ງານ​ແຂ່ງຂັນ​ສະ​ວິສ​ໂອ​ເພັນ ​ເຊິ່ງ​ເປັນ​ງານ​ແຂ່ງຂັນ​ດອກ​ປີກ​ໄກ່​ສາກົນ​ໂອ​ເພັນ​ນັດ​ທຳ​ອິດ​ໃນ​ປີ 2006 ​ໄດ້​ສິ້ນ​ສຸດ​ລົງ, ທີມຈີນ​ຊິງ​ໄດ້​ແຊມ​ປຽນ​ຕີ​ຄູ່​ເພດ​ຍິງ, ​ແລະ​ຊິງ​ໄດ້ຫຼຽນ​ເງິນ​ຕີ​ດ່ຽວ​ຍິງ​ແລະຊາຍ​.

ການ​ແຂ່ງຂັນ​ຕີ​ຄູ່​ເພດ​ຍິງ​ໄດ້​ດຳ​ເນີນ​ຢູ່​ລະຫວ່າງ​ນັກ​ກິລາ​ຈີນ​ສອງ​ຄູ່. ນາງ​ອີ​ຢາງ​ກັບ​ນາງ​ຕູ້​ຈິ້ງ​ໄດ້​ເອົາ​ຊະນະ​ນາງ​ຈ່າງ​ຕ່າ​ນກັບ​ນາງ​ຈ້າວ​ຖິງຖິງທີ່​ປະກອບ​ເປັນ​ຄູ່​​ເຂົ້າຮ່ວມ​ການ​ແຂ່ງ​ຂັນ​ຢູ່​ຕ່າງປະ​ເທດ​ເປັນຄັ້ງທຳ​ອິດ​ດ້ວຍ​ຄະ​ແນນ 2:1, ​ແລ້ວ​ຊິງ​ໄດ້​ແຊມ​ປຽນ.

ທ້າວ​ເຊ້ຍ​ຊຽນ​ເຈີ ນັກ​ກິລາ​ຕີ​ດ່ຽວ​ອາ​ວຸ​ໂສ​ໄດ້​ເສຍ​ໃຫ້​ທ້າວ​ລີ​ຊົງ​ແວ ນັກ​ກິລາ​ມາ​ເລ​ເຊຍ​ທີ່​ຊິງ​ໄດ້​ທີ​ສາມ​ໃນ​ງານ​ແຂ່ງຂັນ​ດອກ​ປີກ​ໄກ່​ຊິງ​ຊະນະ​ເລີດ​ລະດັບ​ໂລກ​ໃນ​ປີ​ກາຍ ດ້ວຍ​ຄະ​ແນນ 0:2. ນາງ​ຈູ່ລິນ ນັກ​ກິລາຕີ​ດ່ຽວ​​ຮຸ້ນ​ໃໝ່​ກໍ່​ເສຍ​ໃຫ້​ນາງສິຫວາຍ​ເວິນ​ຂອງ​​ເຢຍ​ລະ​ມັນ​ດ້ວຍ​ຄະ​ແນນ 0:2.

ນັກ​ກິລາ​ມາ​ເລ​ເຊຍ​ແລະ​ນັກ​ກິລາ​ອັງກິດ​ຕ່າງ​ຊິງ​ໄດ້​ແຊມ​ປຽນຕີ​ຄູ່​ເພດ​ຊາຍ​ແລະ​​ຕີ​ຄູ່​ຍິງ​ຊາຍປະສົມ.