ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-10 11:04:23    
ອາ​ເມ​ລິ​ກາ​ຮັບ​ປະ​ກັນ​ການ​ເລືອກ​ຕັ້ງ​ສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ປາ​ເລັສ​ຕິນ​ຈະ​ລວມ​ທັງ​ເຢ​ຣູ​ສະ​ເລມ​ຕາ​ເວັນ​ອອກ

cri
ຕາມຂ່າວ​ສານຊີນຮວາ,​ວັນທີ9​ມັງກອນ​ຢູ່​ກາຊາ,​ທ່ານ​ອັບບາສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕີນ​ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ວ່າ,​ລັດ​ຖະ ບານ​ອາ​ເມ​ລິ​ກາ​ໄດ້​ໃຫ້​ການ​ຮັບ​ປະກັນ​ແກ່​ຝ່າຍ​ປາ​ເລັສ​ຕີນ​ວ່າ​ການ​ເລືອກ ຕັ້ງສະ​ພາ​ນິຕິ​ບັນ​ຍັດ​ປາ​ເລັສ​ຕີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ25​ມັງກອນ​ຈະ​ລວມ ທັງເຢ​ຣູສະ​ເລມ​ຕາ​ເວັນ​ອອກ.

ທ່ານ​ອັບ​ບາສ​ກ່າວ​ວ່າ,​ຝ່າຍ​ປາ​ເລັສ​ຕີນ​ໄດ້​ຮັບ​ຈົດ​ໝາຍ​ຮັບ​ປະ​ກັນ​ຂອງ ອາ​ເມ​ລິ​ກາ​ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ,​ດັ່ງ​ນັ້ນ,​ຝ່າຍ​ປາ​ເລັສ​ຕີນ​ຕັດ​ສິນ​ໃຈ​ຈັດການ​ເລືອກ​ຕັ້ງສະ​ພາ​ນິຕິ​ບັນ​ຍັດ​ຕາມ​ເວລາ​ກຳ​ນົດບົນ​ຈິດ​ໃຈ​ຂອງ​ສັນຍາ​ປາ​ເລັສ​ຕີນ​ອິສຣາ​ແອນ.

ທ່ານ​ຍັງ​ກ່າວ​ວ່າ​ໄດ້​ມອບ​ສິດ​ໃຫ້​ກອງ​ທະ​ຫານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ປາ​ເລັສ​ຕີນ​ໃຊ້​ມາດ​ຕະ​ການ​ເຂັ້ມ​ງວດ,​ສະ​ໜອງ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ອັນ​ຈຳ​ເປັນ​ໃຫ້​ສະ​ຖານ​ທີ່​ເລືອກ​ຕັ້ງ​ຢູ່​ແຖບ​ກາຊາ​ແລະ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ,​ແລະ​ໃຊ້​ກຳ​ລັງ​ອາວຸດ​ຕໍ່​ຜູ້​ໃດໆ​ທີ່​ເຈຕະ​ນາທຳ​ລາຍ​ຂະ​ບວນ ການ​ເລືອກ​ຕັ້ງ​ໃນ​ກໍລະ​ນີ​ອັນ​ຈຳ​ເປັນ.