ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-10 14:46:17    
ພັກ​ການ​ເມືອງ​ນິ​ກາຍ​ຊຸນ​ນິດ​ຂອງ​ອີ​ຣັກ​ຈະ​ຍຶດ​ໝັ້ນ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ເມືອງ

cri
ຕາມ​ຂ່າວCRI,​ວັນ​ທີ​9​ມັງ​ກອນ,​ພັກ​ອິສ​ລາມ​ອີ​ຣັກ ພັກ​ການ​ເມືອງ​ໃຫຍ່​ກວ່າ​ໝູ່​ຂອງ​ນິ​ກາຍ​ຊຸນ​ນິດ​ຂອງ​ອີ​ຣັກ​ກ່າວ​ວ່າ​ຈະ​ຍຶດ​ໝັ້ນ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ເມືອງ​ຂອງ​ອີ​ຣັກ.

ວັນ​ທີ9​ມັງກອນ,​ໂຄສົກ​ຂອງ​ພັກ​ອິສ​ລາມ​ອີ​ຣັກ​ກ່າວ​ວ່າ,ພັກ​ດັ່ງ​ກ່າວ​ຮູ້​ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ຂະ​ບວນ​ການ​ເມືອງ​ຂອງ​ອີ​ຣັກ,​ເພາະ​ວ່າ​ຂະ​ບວນ​ການ​ເມືອງ​ຈະ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຊາດ,​ເຮັດ​ໃຫ້​ອີ​ຣັກ​ພົ້ນ​ອອກ​ຈາກ​ການ​ຍຶດ​ຄອງ​ຂອງ​ກອງ​ທະ​ຫານ​ຕ່າງ​ປະ​ເທດ.

ນອກ​ນີ້,ຂ່າວ​​ແຈ້ງວ່າ,ວັນ​ທີ9ມັງກອນ,ຢູ່​ມໍ່​ກະຊວງ​ພາຍ​ໃນ​ອີ​ຣັກ​ໄດ້​ເກີດ​ເຫດ​ການ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ​ສອງ​ລາຍ.​ປັດ​ຈຸ​ບັນ,​ໄດ້​ເຮັດ​ໃຫ້​28​ຄົນ​ເສຍ​ຊີ​ວິດ,​25​ຄົນ​ບາດ​ເຈັບ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ9​ມັງ​ກອນ,​ທ່ານ​​ແມັກ​ເຄຼ​​ແລນ​ໂຄ​ສົກ​ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ກ່າວ​ວ່າ,ຝ່າຍ​ອາ​ເມ​ລິ​ກາ​ພວມ​ຕິດ​ຕໍ່​ພົວ​ພັນ​ກັບ​ພວກ​ຂວ້ຳ​ບາດ​ຂອງ​ອີ​ຣັກ,​ເພື່ອ​ຊຸກ​ຍູ້ໃຫ້ພວກ​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ຂອງ​ອີ​ຣັກ.