|
ປະຈຸບັນຍັງເວົ້າບໍ່ໄດ້ວ່າ ການເກີດໄຂ້ຫວັດສັດປີກທີ່ເປັນກະແສສູງຢູ່ຈີນນັ້ນໄດ້ຜ່ານພົ້ນໄປແລ້ວ
cri
Author: cai
ຕາມຂ່າວCRI:ວັນທີ 10 ມັງກອນ,ຢູ່ປັກກິ່ງ,ທ່ານມາວຊູນອ່ານ ໂຄສົກກະຊວງສາທາລະນະສຸກຈີນກ່າວວ່າ,ປະຈຸບັນຍັງເວົ້າບໍ່ໄດ້ວ່າ,ການເກີດໄຂ້ຫວັດສັດປີກທີ່ເປັນກະແສສູງຢູ່ຈີນນັ້ນໄດ້ຜ່ານພົ້ນໄປແລ້ວ.
ໂຄສົກຜູ້ນີ້ເວົ້າວ່າ,ຢູ່ບາງທ້ອງຖິ່ນຂອງຈີນໄດ້ເກີດໄຂ້ຫວັດສັດປີກມາເປັນເວລາໄລຍະໜຶ່ງແລ້ວ,ຍ້ອນປ້ອງກັນແລະຄວບຄຸມຢ່າງບັງເກີດຜົນ,ໄຂ້ຫວັດສັດປີກຈຶ່ງບໍ່ໄດ້ແຜ່ລະບາດຢ່າງຂະໜາດໃຫຍ່,ແຕ່ທັງນີ້ບໍ່ໝາຍຄວາມວ່າ,ຄວາມອັນຕະລາຍທີ່ຄົນຕິດເຊື້ອໄຂ້ຫວັດສັດປີກໄດ້ຫຼຸດລົງ.ຕໍ່ໄຂ້ຫວັດສັດປີກອາດຈະເກີດຂຶ້ນຄັ້ງໃໝ່ນັ້ນ,ພາກສ່ວນສາທາລະນະສຸກຈີນພວມສືບຕໍ່ເພີ່ມທະວີການຕິດຕາມ.
ທ່ານຍັງເຜີຍໃຫ້ຮູ້ວ່າ,ປະຈຸບັນ,ຢູ່ຈີນຍັງບໍ່ທັນເກີດມີສະພາບເຊື້ອໄຂ້ຫວັດສັດປີກແຜ່ລະບາດຢູ່ລະຫວ່າງຄົນ.
ຕອນຄ່ຳວັນທີ 9 ມັງກອນ,ກະຊວງສາທາລະນະສຸກຈີນໄດ້ແຈ້ງວ່າມີຜູ້ຕິດເຊື້ອໄຂ້ຫວັດສັດປີກປະເພດຮ້າຍແຮງອີກຜູ້ໜຶ່ງ,ນີ້ແມ່ນຄົນຈີນຜູ້ທີ 8 ຕິດເຊື້ອໄຂ້ຫວັດສັດປີກປະເພດຮ້າຍແຮງ.
|
|