|
ຕາມຂ່າວCRI: ວັນທີ 10 ມັງກອນ ທ່ານເມົາສິນອານ ໂຄສົກຖະແຫຼງຂ່າວກະຊວງສາທາລະນະສຸກຈີນໄດ້ເຜີຍໃຫ້ຮູ້ວ່າ, ຈີນຈະປະກາດຕົວເລກຄາດຄະເນສະພາບໂຣກເອດທົ່ວປະເທດຈີນຫຼ້າສຸດໃນບໍ່ດົນນີ້.
ໃນງານຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນ ທ່ານເມົາສິນອານແນະນຳວ່າ, ປີກາຍນີ້ ກະຊວງສາທາລະນະສຸກຈີນ ສຳນັກງານວາງແຜນໂຣກເອດສະຫະປະຊາຊາດຫຼື UNAIDS ແລະອົງການອະນາໄມໂລກໄດ້ຕີລາຄາສະພາບການແຜ່ລະບາດຂອງໂຣກເອດຢູ່ຈີນ, ປັດຈຸບັນ ສາມຝ່າຍພວມຊັນນະສູດຄັ້ງສຸດທ້າຍຕໍ່ຜົນການຕີລາຄາ, ສາມຝ່າຍຈະຮ່ວມກັນປະກາດຕົວເລກຫຼ້າສຸດຕໍ່ພາຍນອກໃນບໍ່ດົນນີ້.
ເດືອນທັນວາປີ 2003, ກະຊວງສາທາລະນະສຸກຈີນກັບໜ່ວຍຈີນຂອງ UNAIDS ປະກາດບົດລາຍງານວ່າ, ຈີນມີຜູ່ຕິດເຊື້ອໄວລັດໂຣກເອດປະມານ 8 ແສນ 4 ໝື່ນຄົນ, ຜູ່ເປັນໂຣກເອດປະມານ 8 ໝື່ນຄົນ.
|