ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-11 11:00:48    
ຜູ້​ວ່າການ​ແທນນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ​ກ່າວ​ວ່າ, ຊາວ​ປາ​ເລັສ​ຕີນ​ທີ່​ຢູ່​ເຢ​ລູຊາ​​ເລັມ​ຕາ​ເວັນ​ອອກ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ຂອງ​ການ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ​​ປາ​ເລັສ​ຕີນ​ໄດ້

cri Author: mo
ຕາມ​ຂ່າວCRI:ວັນ​ທີ 10 ມັງກອນ, ຢູ່​ເຢລູຊາ​​ເລັມ ທ່ານ​ໂອ​ເມີດ ຜູ້​ວ່າການ​ແທນນາຍົກລັດຖະມົນຕີອິສຣາ​ແອນ​ກ່າວ​ວ່າ, ຊາວປາ​ເລັສຕີນ​ທີ່​ອາ​ໄສ​ຢູ່​ເຢ​ລູຊາ​​ເລັມ​ຕາ​ເວັນ​ອອກ​ອາດ​​ເຮັດ​ຕາມ​​​ເຄີຍ, ​ໄປ​ປ່ອນ​ບັດຢູ່​ໂຮງ​ໄປສະນີ​ທ້ອງ​ຖິ່ນ​ໃນ​ເວລາ​ເລືອກ​ຕັ້ງຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ​ທີ່​​ຈະຈັດ​ຂຶ້ນ​ໃນ​ວັນ​ທີ 25 ມັງກອນ, ​ແຕ່​ອົງການ​ຮາ​ມັສຈັດການ​​ແຂ່ງຂັນ​ເລືອກ​ຕັ້ງຢູ່​ເຢລູຊາ​ເລັມ​ຕາ​ເວັນ​ອອກບໍ່​ໄດ້.

ຕາມ​ຂ່າວ​ແຈ້ງ​ວ່າ, ທ່ານ​ໂອ​ເມີດ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ໂທລະ​ສັບ​ກັບ​ທ່ານ​ນາງ​ໄລ​ສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໃນ​ຕອນ​ບ່າຍ​ມື້​ດຽວ​ກັນ. ທ່ານ​ໂອ​ເມີດ​ຍັງ​​ເວົ້າວ່າ, ລັດ​ຖະບານ​ອິສຣ​າ​ແອນ​ຈະ​​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ປະຈຳ​ທຸກ​ອາທິດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ມັງກອນ. ທ່ານ​ເວົ້າວ່າ, ອິສຣ​າ​ແອນ​​ຈະບໍ່​ອະນຸຍາດ​​ໃຫ້​ອົງການ​ກໍ່​ການ​ຮ້າຍຂອງ​ປາ​ເລັສຕີນ​ແລະ​ຜູ້ຕາງໜ້າ​ຂອງ​​ເຂົາ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງຢູ່​ເຢລູຊາ​ເລັ​ມ.

ນອກ​ນີ້, ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ທາງ​ໂທລະພາບ​ໃນ​ວັນ​ທີ 10 ມັງກອນ, ທ່ານ​ໂມ​ຟັສ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ກໍ​ໄດ້​ສະ​ແດງ​ວ່າ ອະນຸຍາດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາ​ເລັສຕີນທີ່​ຢູ່​​ເຢລູຊາ​ເລັມ​ຕາ​ເວັນ​ອອກ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ.