ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-11 11:06:12    
ຈີນ​ຈະ​ພະ​ຍາ​ຍາມ​ສ້າງ​ການ​ທ່ອງ​ທ່ຽວ​ໃຫ້​ເປັນ​ອຸດ​ສາ​ຫະ​ກຳ​ສຳ​ຄັນ

cri
ຕາມ​ຂ່າວໜັງ​ສືພິມ​ເຢີນ​ໝີນ​ຢື້​ປ້າວ,​ວັນ​ທີ10​ມັງ​ກອນ​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ນາງ​ອູ​ອີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ,​ຈີນ​ຈະ​ພະ​ຍາ​ຍາມ​ສ້າງ​ການ​ທ່ອງ​ທ່ຽວ​ໃຫ້​ເປັນ​ອຸດ​ສາ​ຫະ​ກຳ​ສຳຄັນ​ຂອງ​ເສດຖະກິດ​ແຫ່ງ​ຊາດ.

ທ່ານ​ນາງ​ອູ​ອີ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະ​ຊຸມ​ວຽກ​ງານ​ທ່ອງ ທ່ຽວ​ຂອງ​ຈີນທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ10​ມັງ​ກອນ.ທ່ານ​ນາງ​ແນະ​ນຳ​ວ່າ,​ປັດຈຸ​ບັນ, ຈີນ​ໄດ້​ບັນລຸ​ການ​ຂ້າມ​ຜ່ານ​ຄັ້ງ​ເປັນ​ປະ​ຫວັດ​ສາດ​ທີ່​ຈາກ​ປະ​ເທດ​ໃຫຍ່​ດ້ານ​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ໄປ​ສູ່​ປະ​ເທດ​ໃຫຍ່​ດ້ານ​ການ​ທ່ອງ​ທ່ຽວ​ໃນ​ໂລກ.ຕໍ່​ໄປ​ພາຍ​ໜ້າ,​ຈີນ​ຈະ​ສືບ​ຕໍ່​ເລັ່ງລັດ​ພັດ​ທະ​ນາ​ຕະ​ຫຼາດ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ,​ພ້ອມ​ກັນ​ນັ້ນ,​ຊຸກ​ຍູ້​ການ​ສ້າງ​ສາ​ຕົວຢ່າງ​ການ​ທ່ອງ​ທ່ຽວ​ກະ​ສິ​ກຳ,ເພີ່ມ​ທະວີ​ລາຍ​ໄດ້​ຂອງ​ຊາວ​ກະ​ສິກອນ​ໂດຍ​ຜ່ານ​ຈາກ​ການ​ພັດທະ​ນາ​ການ​ທ່ອງ ທ່ຽວ.ນອກ​ນີ້,ຈີນ​ຍັງ​ຈະ​ສ້າງ​ຕັ້ງ​ກົນ​ໄກ​ປ້ອງ​ກັນ​ແລະ​ຮັບ​ມື​ຄວາມ​ປອດ​ໄພ ດ້ານ​ການ​ທ່ອງ​ທ່ຽວ,ເພີ່ມ​ທະວີ​ວຽກ​ງານ​ຄວາມ​ປອດ​ໄພ​ດ້ານ​ການ​ທ່ອງ​ທ່ຽວ.

ຜົນ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ປີ2005,​ສະ​ເລ່ຍ​ແລ້ວ,​ປະຊາ​ຊົນ​ໃນ​ຕົວ ເມືອງ​ແລະ​ຊົນ​ນະ​ບົດ​ຈີນມີ​90%​ໄດ້​ທ່ອງ​ທ່ຽວ,ໃນ​ນັ້ນ,ໄປ​ທ່ອງ​ທ່ຽວ​ຢູ່​ນອກ​ແດນ​ຈີນ​ມີ31​ລ້ານ​ເທື່ອ​ຄົນ.ຍອດ​ລາຍ​ໄດ້​ຈາກ​ການ​ທ່ອງ​ທ່ຽວ​ຕະຫຼອດ​ປີ​ລື່ນ​ກາຍ​760​ຕື້​ຢວນ.ອີງ​ຕາມ​ແຜນ​ກຳນົດ,​ຮອດ​ປີ2010,ຍອດ​ລາຍ​ໄດ້​ຈາກ​ການ ທ່ອງ​ທ່ຽວ​ຈະ​ບັນລຸ​1200ຕື້​ຢວນ.