ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-11 13:45:16    
ຈີນ​ຈະ​ເລັ່ງ​ລັດ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຊີ​ວະ​ຊາດ​ແລະ​ການ​ບິນ​ອະ​ວະ ກາດ

cri
ຕາມ​ຂ່າວ​ເຢີນໝີນ​ຢື້​ປ້າວ​ສະ​ບັບ​ພົ້ນ​ທະ​ເລ,ວັນ​ທີ10​ມັງ​ກອນ​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ລູ້​ຢົງ​ຊຽງ ຫົວ​ໜ້າ​ສະພາ​ບັນ​ດິດ​ວິທະ​ຍາສາດ​ຈີນກ່າວ​ວ່າ,​ໃນ15ປີ​ຂ້າງ​ໜ້າ,ຈີນ​ຈະ​ໃຊ້​ມາດ​ຕະ​ການ,​ເລັ່ງ​ລັດ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ສູງ,​ເຊັ່ນ​ຊີວະ​ຊາດ,ການ​ບິນ​ອະ​ວ​ະກາດ​ເປັນ​ຕົ້ນ.

ໃນກອງ​ປະຊຸມ​ວິທະ​ຍາສາດ​ເຕັກ​ໂນ​ໂລ​ຊີຈີນ​ທີ່​ພວມ​ຈັດ​ຂຶ້ນ​ຢູ່ປັກ​ກິ່ງ,​ທ່ານ​ລູ້​ຢົງ​ຊຽງ​ແນະ​ນຳ​ວ່າ,​ປັດຈຸ​ບັນ,​ຄວາມ​ສາ​ມາດ​ປະດິດ​ສ້າງ​ໃໝ່​ດ້ານ​ເຕັກ​ໂນ​ໂລ​ຊີ​ສູງ​ຂອງ​ຈີນ​ບໍ່​ສູງ,​ຕົ້ນ​ຕໍ​ແມ່ນ​ອາ​ໄສ​ນຳ​ເຂົ້າ​ເຕັກ​ໂນໂລ​ຊີ​ຈາກ​ຕ່າງ​ປະ​ເທດ.ຕໍ່​ໄປ​ພາຍ​ໜ້າ,ຈີນ​ຈະ​ທຳ​ລາຍ​ການ​ຜູກ​ຂາດ​ສາກົນ​ເຕັກ​ໂນໂລ​ຊີສູງ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ສຳຄັນ​ຂອງຕ່າງ​ປະເທດ,​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.ອີງ​ຕາມ​ແຜນກຳ​ນົດ​ພັດທະ​ນາ​ວິທະ​ຍາ​ສາດ​ເຕັກ​ໂນ​ໂລຊີ ໄລ​ຍະ​ກາງ​ແລະ​ໄລຍະ​ຍາວ​ທີ່​ລັດຖະ​ບານ​ຈີນວາງ​ອອກ,ຈີນ​ຈະ​ອອກ​ແຮງ ພັດ​ທະນາ​ເຕັກ​ໂນໂລ​ຊີຂໍ້​ມູນ​ຂ່າວສານ,​ສ້າງ​ຈຸດ​ເຕີບ​ໂຕ​ໃໝ່ທີ່​ມີ​ຄວາມສາ ມາດ​ແກ່ງ​ແຍ່ງ​ສາ​ກົນ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ,​ເຊັ່ນ​ຊີວະ​ຊາດ,​ອຸປະ​ກອນ ເປັນ​ຕົ້ນ,​ແລະ​ເລັ່ງ​ລັດ​ສ້າງ​ຄວາມ​ສາມາດ​ປະດິດ​ສ້າງ​ເຕັກ​ໂນ​ໂລ​ຊີໃນ​ຂົງ​ເຂດ​ຕ່າງໆ​ທີ່​ກ່ຽວ​ພັນ​ເຖິງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ,​ເຊັ່ນ​ການ​ບິນ​ອະວະ​ກາດ,ແສງ​ລາ​ແຊ​ເປັນ​ຕົ້ນ.