|
![](/images/spacer.gif) |
(GMT+08:00)
2006-01-11 14:33:06
|
![](/images/shim.gif) |
ທ່ານເຈິ່ງຊີ້ງຮົງແຍກອອກພົບປະຜູ້ນຳກາສັກສະຖານ
cri
Author: shuo
ຕາມຂ່າວCRI:ວັນທີ10ມັງກອນ,ຢູ່ທີ່ອາສຕານາ,ທ່ານເຈິ່ງຊີ້ງຮົງ ຮອງປະທານປະເທດຈີນທີ່ພວມຢ້ຽມຢາມກາຊັກສະຖານຢ່າງເປັນທາງການໄດ້ແຍກອອກເຈລະຈາກັບຫຼືພົບປະຜູ້ນຳກາຊັກສະຖານ.
ໃນເວລາເຈລະຈາກັບທ່ານນາຈາບາເຢັຟ ປະທານາທິບໍດີກາຊັກສະຖານ,ທ່ານເຈິ່ງຊີ້ງຮົງກ່າວວ່າ,ຝ່າຍຈີນຂອບອົກຂອບໃຈນຳຝ່າຍກາຊັກສະຖານທີ່ໄດ້ສະໜັບສະໜູນຝ່າຍຈີນໃນບັນຫາໄຕ້ຫວັນ ບັນຫາຕິເບດແລະການໂຈມຕີອິດທິກຳລັງສາມແງ່,ຝ່າຍຈີນຈະເຮັດຄືແຕ່ເກົ່າເມືອຫຼັງສະໜັບສະໜູນກາສັກສະຖານທຳຄວາມພະຍາຍາມເພື່ອປົກປັກຮັກສາອະທິປະໄຕ ເອກະລາດແຫ່ງຊາດແລະສະຖຽນລະພາບພາຍໃນປະເທດ.ຝ່າຍຈີນຍິນດີເກາະແຂນກັນກັບຝ່າຍກາຊັກສະຖານ,ພະຍາຍາມຊຸກຍູ້ການພົວພັນໄມຕີຈິດຖານບ້ານໃກ້ເຮືອນຄຽງແລະການຮ່ວມມືທີ່ຕ່າງຝ່າຍຕ່າງຝ່າຍມີຜົນປະໂຫຍດລະຫວ່າງຈີນກັບກາສັກສະຖານຂຶ້ນສູ່ຂັ້ນໄດໃໝ່.ທ່ານນາຈາບາເຢັຟເວົ້າວ່າ,ຝ່າຍກາຊັກສະຖານຖືຝ່າຍຈີນເປັນໝູ່ເພື່ອນທີ່ຈິງໃຈ,ຍິນດີເພີ່ມທະວີການຮ່ວມມືລະຫວ່າງສອງປະເທດຕື່ມອີກໃນຂົງເຂດເສດຖະກິດການຄ້າ ພະລັງງານ ຄວາມປອດໄພແລະມະນຸດຊາດ.
ໃນເວລາພົບປະທ່ານອາຮາເມຕົຟ ນາຍົກລັດຖະມົນຕີກາຊັກສະຖານ,ທ່ານເຈິ່ງຊີ້ງຮົງເວົ້າວ່າ,ການພົວພັນສອງປະເທດປະເຊີນໂອກາດໃໝ່ແຫ່ງການພັດທະນາ.ສອງຝ່າຍຄວນສວຍໃຊ້ໂອກາດທີ່ມີຜົນດີນີ້ຢ່າງເຕັມສ່ວນ,ຊອກຄົ້ນຊ່ອງທາງຮ່ວມມືໃໝ່,ເປີດກວ້າງຂົງເຂດການຮ່ວມມື,ເສີມສ້າງເນື້ອໃນແຫ່ງການພົວພັນຄູ່ຂາຍຸດຖະສາດຈີນກາຊັກສະຖານ.ທ່ານອາຮາເມຕົຟກ່າວວ່າ,ຫວັງໃຫ້ສອງຝ່າຍສືບຕໍ່ພະຍາຍາມ,ເປີດກວ້າງການຮ່ວມມືໃນຂົງເຂດເສດທະກິດການຄ້າ ພະລັງງານແລະອື່ນໆ.
ໃນເວລາແຍກອອກພົບປະປະທານສອງສະພາກາຊັກສະຖານ,ທ່ານເຈິ່ງຊີ້ງຮົງຍັງໄດ້ແລກປ່ຽນຄວາມເຫັນກັບປະທານສອງສະພາກ່ຽວກັບການເພີ່ມທະວີການແລກປ່ຽນແລະການ ຮ່ວມມືກັນລະຫວ່າງສະພາປະຊາຊົນແຫ່ງຊາດຈີນກັບສະພາກາຊັກສະຖານແລະຊຸກຍູ້ການພົວພັນຈີນກາຊັກສະຖານພັດທະນາຕໍ່ໄປ.
|
|
|