ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-12 14:30:30    
ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ(ສຽງ)

cri Author: da


ຕາມ​ຂ່າວ​CRI: ປີ 2005,​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນຫຼາຍ​ຂົງ​ເຂດ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຕື່ມ​ອີກ,​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ ​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີຈີນ​ອາຊຽນ​ໄດ້​ມີ​ການ​ພັດ​ທະນາ​ຢ່າງ​ໜັກ​ແໜ້ນ​ກວ່າ​ເກົ່າ.​ໃນ​ລາຍ​ການ​​ເຂົ້າ​ສູ່​ອາ​ຊຽນ​ພາກ​ນີ້,​ເຊີນ​ທ່ານ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ:​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ໄດ້​ມີ​ການ​ພັດ​ທະນາ​ຢ່າງ​ໜັກ​ແໜ້ນ.

ໃນ​ເວລາ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ສົນ​ທະ​ນາຜູ່​ນຳ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ທີ່​ຈັດ​ຂຶ້ນ​ຢູ່​ກົວ​ລາ​ລຳ​ເປີ ນະຄອນ​ຫຼວງ​ມາ​ເລ​ເຊຍ​ໃນວັນ​ທີ 12 ທັນ​ວາ​ປີ 2005,​ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ໄດ້​ແນະນຳ​ຄວາມ​ຄືບ​ໜ້າ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ສ້າງ​ຕັ້ງ​ເຂດ​ການຄ້າ​ເສລີ​ຈີນ​ອາ​ຊຽນ.​ທ່ານ​ເວົ້າ​ວ່າ: (1)

"ຈີນ​ກັບ​ອາ​ຊຽນ​ພວມ​ຕັ້ງ​ໜ້າ​ຊຸກ​ຍູ້​ຂະ​ບວນ​ວິວັດ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ,​ໄດ້​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນ​ຍາ​ການ​ຄ້າ​ສິນ​ຄ້າ,ເລີ່ມ​ຈັດ​ການ​ເຈລະ​ຈາ​ເພື່ອ​ເຊັນ​ສັນຍາ​ການ​ຄ້າ​​ການ​ບໍລິ​ການ​ແລະ​ການ​ລົງ​ທຶນ;​ແຕ່​ເດືອນ​ກໍລະ​ກົດ​ປີ 2005 ​ເປັນ​ຕົ້ນ​ມາ,​ການ​ຄ້າ​ສິນ​ຄ້າ​ເລີ່ມ​ຫຼຸດ​ພາສີ​ຮອບ​ດ້ານ."

​ເພື່ອ​ເປີດ​ກວ້າງ​ການ​ພັດທະນາ​ເສດຖະກິດ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຊ່ອງ​ຫວ່າງ​ໃໝ່​ຂອງ​ການ​ເພີ່ມການ​ຄ້າ​ກັບ​ຕ່າງປະ​ເທດ​,ຈີນ​ກັບ 10 ປະ​ເທດ​ອາ​ຊຽນ​ໄດ້​ເຊັນ"​ສັນຍາ​ຂອບ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ"​ໃນ​ທ້າຍ​ປີ 2002,ເລີ່ມ​ເປີດຂະ​ບວນ​ການ​ສ້າງ​ຕັ້ງ​ເຂດ​ການຄ້າ​ເສ​ລີຈີນ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການ. ​ໃນຕົ້ນປີ 2004,ຈີນ​ກັບປະ​ເທດ​ອາ​ຊຽນ​ສ່ວນ​ຫຼາຍ​ເລີ່ມ​ປະ​ຕິບັດ"​ແຜນ​ການ​ຮັບ​ຜົນ​ໄລຍະ​ຕົ້ນ"​ພາຍໃຕ້​ຂອບ​ເຂດ​ການ​ຄ້າ​ເສລີ,​ຫຼຸດ​ພາສີ​ຜະລິດ​ຕະພັນ​ກະສິ​ກຳ​. ທ້າຍ​ປີ 2004,​ສອງ​ຝ່າຍ​ໄດ້​ເຊັນ"​ສັນຍາ​ການ​ຄ້າ​ສິນ​ຄ້າ"​ແລະ"​ສັນຍາ​ກົນ​ໄກ​ແກ້​ໄຂ​ຄວາມ​ວິວາດ​ກັນ",​ແລ້ວ​ໄດ້​ສຳ​ເລັດ​ການ​​​ເຈລະ​ຈາ​ການ​ຄ້າ​ສິນ​ຄ້າ.ອີງ​ຕາມ​ຕາ​ລາງ​ເວລາ​ທີ່"ສັນ​ຍາ​ການ​ຄ້າ​ສິນ​ຄ້າ"​ກຳ​ນົດ​​ໄວ້​,​ເດືອນ​ກໍລະກົດ​ປີ 2005,​ສອງ​ຝ່າຍ​ໄດ້​ເລີ່ມ​ປະ​ຕິບັດ​ແຜນ​ການ​ຫຼຸດ​ພາສີ​ພາຍ​ໃນ​ເຂດ​ການ​ຄ້າ​ເສລີ,​ນອກ​ຈາກ​ຜະລິດ​ຕະພັນ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນ​ໄລຍະ​ຕົ້ນທີ່​ໄດ້​ຫຼຸດ​ພາສີ​ເມື່ອ​ປີ 2004​ແລະ​ຜະລິດ​ຕະພັນ​ສະດຸ້ງ​ໄວ​​ສ່ວນ​ໜ້ອຍ​ແລ້ວ,​ສອງ​ຝ່າຍ​ເລີ່ມ​ຫຼຸດ​ພາສີ​ຜະລິດ​ຕະພັ​ນ​ອີກ 7 ພັນ​ຊະ​ນິດ​​ເທື່ອ​ລະ​ກ້າວ.​ນອກ​ນີ້,​ໃນປີ 2005,​ສອງ​ຝ່າຍ​ຍັງ​ໄດ້​ເຈລະ​ຈາ​ກັນ​ກ່ຽວ​ກັບ​ສັນຍາ​ການ​ລົງ​ທຶນ​ແລະ​ການ​ຄ້າ​ການ​ບໍລິ​ການ.

​ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​​ຈັດ​ຂຶ້ນ​​ໃນ​ເດືອນ​ກັນຍາ​ປີ 2005,​ທ່ານ​ຟູ້​ຈື້​ຢີ້ງ ຜູ້​ຊ່ອຍ​ລັດຖະ​ມົນຕີ​ກະ​ຊວງ​ການ​ຄ້າ​ຈີນ​ຊີ້​ອອກ​ວ່າ: (2)

"ບົນ​ພື້ນ​ຖານ​ການ​ຮ່ວມ​ມື​ທາງ​ເສດ​ຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຂະ​ບວນ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ເລັ່ງ​ໄວ​ເຂົ້າ​ຕື່ມ​ອີກ,​ໂດຍ​ສະ​ເພາະ​​​ໄດ້​ເລີ່ມ​ປະຕິ​ບັດ​ແຜນ​ການ​ຫຼຸດ​ພາສີ​ໃນ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໃນ​​ເດືອນ​ກໍລະ​ກົດ​ປີ 2005,​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​​ໄດ້​ກ້າວ​ເຂົ້າສູ່​ໄລຍະ​ປະຕິ​ບັດ​ຢ່າງ​ຮອບ​ດ້ານ​ແລະ​ມີ​ລັກ​ສະນະ​ທາດ​ແທ້."

ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ດຳ​ເນີນ​ມາຢ່າງ​ໜັກ​ແໜ້ນ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທັງ​ສອງ​ຝ່າຍ. ແຕ່​ປີ 2002 ຮອດ​ປີ 2004,ສະ​ເລ່ຍ​ແລ້ວ ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ 38,9% ຕໍ່​ປີ.ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍປີ 2004 ​ໄດ້​ບັນລຸ 105 ຕື້ 900 ລ້ານ​ໂດ​ລາ​ສະຫະ​ລັດ,​​ເຊິ່ງ​ບັນລຸ​ຄາດ​ໝາຍ​ຍອດ​ມູນ​ຄ່າ​ການ​ຄ້າ​ລື່ນ​ກາຍ 100 ລ້ານ​ໂດ​ລາ​ສະຫະ​ລັດ​ກ່ອນ​ເວ​ລາ​ກຳນົດ​ປີ​ໜຶ່ງ​ທີ່​ສະ​ເໜີ​ໂດຍ​ທ່ານ​ເວີນ​ເຈຍ​ປາວ ນາ​ຍົກ​ລັດຖະ​ມົນຕີ​ຈີນ.ປະຈຸ​ບັນ,​ຈີນ​ກັບອາ​ຊຽນ​ຕ່າງ​ໄດ້​​​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ 4 ​ຂອງ​ຝ່າຍ​ກົງ​ກັນ​ຂ້າມ,​ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ປີ 2005 ມີ​ຫວັງ​ຈະ​ຫຼາຍ​ກວ່າ 120 ຕື້​ໂດ​ລາ​ສະຫະ​ລັດ.

​ໃນ​ງານ​ເອັກສ໌​ໂປ​ຈີນ​ອາ​ຊຽນ​ຄັ້ງທີ 2 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ ​ເທດສະ​ບານ​ເຂດ​ກວາງ​ຊີ​​ຈີນ​ໃນ​ເດືອນ​ຕຸລາ​ປີ 2005,​ທ່ານ​ອົງ​ເຄັງ​ຢົງ ​ເລ​ຂາ​ທິການ​ໃຫຍ່​ອາ​ຊຽນ​ເວົ້າ​ວ່າ: (3)

"ຂ້າ​ພະ​ເຈົ້າ​ຕ້ອງ​ຊີ້​ອອກ​ວ່າ,​ຄວາມ​ຮັບ​ຮູ້​ຄື​ກັນ​ດ້ານ​ການ​ເມືອງລະ​ຫວ່າງ 10 ປະ​ເທດ​ອາ​ຊຽນ​ກັບ​ຈີນ,​ແມ່ນ​ປັດ​ໄຈ​ສຳຄັນ​ອັນ​ໜຶ່ງ​ທີ່ຮັບ​ປະກັນ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ. ປັດ​ໄຈ​ສຳ​ຄັນ​ອີກ​ອັນ​ໜຶ່ງ​ກໍ​ແມ່ນ ສະ​ໜອງ​ຊ່ອງ​ຫວ່າງ​ໃຫ້​ວິ​ສາ​ຫະກິດ​ເອກະ​ຊົນ,​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ສາ​ມາດ​ໄດ້ຜົນ​ດີ​​ຈາກ​ການ​ໄຂ​ຕະຫຼາດ.​ໃນ​ຂະນະ​ທີ່ວິ​ສາ​ຫະກິດ​ເອກະ​ຊົນ​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຕະ​ຫຼາດ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຫຼາຍ​ກວ່າ​ເກົ່າ​ນັ້ນ,​ກໍຈະ​ຊຸກຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະກິດ​ການ​ຄ້າ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມ."

​ໃນ​ເວລາ​ທົບ​ທວນ​ໄລຍະ​ຜ່ານ​ມາ,​ພາຍ​ໃຕ້​ຄວາມ​ພະຍາ​ຍາມ​ຮ່ວມ​ຂອງ​ທັງ​ສອງ​ຝ່າຍ,​ການ​ສ້າງ​ສາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ໄດ້​ມີ​ຄວາມ​ຄືບ​ໜ້າ​ອັນ​ໃຫຍ່​ຫຼວງ.​ຈ້ອງ​ມອງ​ເບິ່ງ​ອະນາ​ຄົດ,ການ​ສ້າງ​ສາ​ເຂດ​ການ​ຄ້າ​ເສລີ​ຍ່ອມ​ຈະ​ກ້າວໄປ​ສູ່​ໄລຍະ​ຄຳ​ທີ່​ຂະ​ຫຍາຍ​ລົງ​ສູ່​ລວງ​ເລິກ​ໂດຍ​ບໍ່​ຕ້ອງ​ສົງ​ໄສ,​​ເໝືອນ​ດັ່ງ​ທ່ານ​ເສີນ​ຈ້ຽນ ຜູ່​ຊ່ອຍ​ລັດຖະ​ມົນຕີ​ກະ​ຊວງ​ການ​ຄ້າ​ຈີນ​ເວົ້າ​ນັ້ນ​ວ່າ: (4)

"​ໃນ 5 ປີ​ຂ້າງ​ໜ້າ​ນີ້,ຈີນ​ຈະ​ສືບ​ຕໍ່ຂະ​ຫຍາຍ​ການ​ພົວ​ພັນ​ມິດຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງລົງ​ສູ່​ລວງ​ເລິກ,​ຍຶດ​ໝັ້ນ​ມີ​ໄມຕີ​ຈິດ​ຕໍ່​ປະ​ເທດ​ໃກ້​ຄຽງ,ຖື​ປະ​ເທດ​ໃກ້​ຄຽງ​ເປັນ​​​ເພື່ອນ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ພາກ​ພື້ນ,ເຮັດ​ໃຫ້​ການ​ຮ່ວມ​ມື​ຮອບ​ດ້ານ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລົງ​ສູ່​ລວງ​ເລິກ,​ໂດຍ​ສະ​ເພາະ​ແມ່ນ​​ເຮັດ​ໃຫ້ການ​ພັດທະ​ນາກະ​ສິກຳ ​ເຕັກນິກ​ຂໍ້​ມູນ​ຂ່າວ​ສານ​ແລະ​ຊັບພະ​ຍາ​ກອນມະ​ນຸດ ການ​ພັດ​ທະນາ​ແລະ​ລົງທຶນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ເຂດ​ລ່ອງ​ແມ່ນ້ຳຂ​ອງ,​ພ້ອມ​ດ້ວຍ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ວິ​ສາ​ຫະກິດ​ຂະ​ໜາດ​​ນ້ອຍ​ແລະ​ຂະ​ໜາດ​ກາງໃນ​ຂົງ​ເຂດ​ສາທາ​ລະນະ​ສຸກ​ແລະ​ວິທະຍາ​ສາດ​ເຕັກ​ນິກ​ລົງ​ສູ່​ລວງ​ເລິກ​,​ເພີ່ມ​ຊີວິດ​ຊີວາ​ໃໝ່​​ໃຫ້​ແກ່​ການ​ພົວ​ພັນ​ຄູ່​ຂາຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນທີ່​ອວ່າຍ​ໜ້າ​ໄປ​ສູ່ສັນຕິ​ພາບ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​,ພ້ອມ​ກັນ​ຊຸກຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ກ້າວ​ຂຶ້ນສູ່​ໄລຍະ​ໃໝ່."

ນັກ​ວິ​ເຄາະ​ເຫັນ​ວ່າ,​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,​ມີ​ຜົນ​ດີ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ມິດຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ລົງ​ສູ່​ລວງ​ເລິກ,ຈະ​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ຮັບ​ຜົນ​ພ້ອມ​ກັນ,​ທັງ​ຈະ​ສ້າງ​ໂອກາດ​ພັດ​ທະນາ​ໃໝ່​​ໃຫ້​ອາຊີ​ແລະ​ໃຫ້​ທົ່ວ​ໂລກ.