ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການນິທານສຸພາສິດ, ໃນລາຍການພາກນີ້, ຂ້າພະເຈົ້າຈະເລົ່າສຸພາສິດເລື່ອງ "ຟານຢານກາຍຖູ" ແປວ່າ "ປ່ຽນແປງຄວາມຄຶດເດີມແລະຢາກເຮັດແນວອື່ນຢ່າງກະທັນຫັນ".
ໃນສະໄໝທ້າຍລາຊະວົງຮັ້ນຕາເວັນອອກຂອງຈີນ, ອ້ວນຊ້ຽວທີ່ເກີດຈາກວົງຕະກູນຂຸນນາງຜູ່ໃຫຍ່ ຍຶດໄດ້ດິນແດນສ່ວນໃຫຍ່ຂອງແຂວງເຫີເປິຍ ພາກຕາເວັນອອກຂອງແຂວງຊານຕົ່ງແລະທົ່ວແຂວງຊານຊີ່ ໃນການປາບຂຸນເສິກຕັງໂຕະ, ແລ້ວກາຍເປັນອິດທິກຳລັງແບ່ງແຍກທີ່ມີດິນກວ້າງແລະມີພົນທະຫານຈຳນວນຫຼວງຫຼາຍ. ໃນເຫຼົ່າຜູ່ປຶກສາຂອງເຂົາ, ເຝິງຈີ້ແລະເສິນເພິ້ຍມີຊື່ສຽງກວ່າໝູ່. ກ່ອນອື່ນແມ່ນເຝິງຈີ້ໄປຈີ້ໂຈ່ວ ແລະກາຍເປັນໜຶ່ງໃນພວກເສນາບໍດີຂອງອ້ວນຊ້ຽວ, ຍ້ອນເຝິງຈີ້ເປັນຄົນສະຫຼາດຫຼັກແຫຼມ ມີປັນຍາເຕັມປູມ, ສະນັ້ນ ຈຶ່ງໄດ້ຮັບຄວາມເອົາໃຈໃສ່ຈາກອ້ວນຊ້ຽວທີ່ສຸດ. ພາຍຫຼັງມາ ເສິນເພິ້ຍກໍ່ມາດຳລົງຕຳແໜ່ງໃນກອງທະຫານຂອງອ້ວນຊ້ຽວ, ແຕ່ເຂົາໄດ້ຖົກຖຽງກັບເຝິງຈີ້ເລື້ອຍໆ. ບາງຄົນໄດ້ຕິຕຽນເສິນເພິ້ຍຢູ່ຕໍ່ໜ້າອ້ວນຊ້ຽວວ່າເຂົາເປັນຄົນຫົວແຂງດື້ດຶງບໍ່ມີເຫດຜົນ, ອ້ວນຊ້ຽວເລີຍຖາມເຝິງຈີ້ດ້ວຍຕົນເອງວ່າ ເສິນເພິ້ຍເປັນຄົນແນວໃດ. ເຝິງຈີ້ຕອບໃນທັນທີວ່າ: "ເສິນເພິ້ຍເປັນຄົນກົງໄປກົງມາ, ມີຄຸນສົມບັດຂອງວິລະບູລຸດໃນສະໄໝບູຮານ, ບໍ່ວ່າຜູ່ອື່ນຈະໃສ່ຮ້າຍປ້າຍສີແນວໃດ, ກໍ່ບໍ່ຄວນສົງໄສຄຸນສົມບັດຂອງເຂົາ." ຫຼັງຈາກນັ້ນ, ອ້ວນຊ້ຽວກໍ່ສະໜິດສະໜົມກັບສອງຄົນນີ້ທີ່ສຸດ, ຍິ່ງໄວ້ເນື້ອເຊື່ອໃຈກວ່າເກົ່າ.
ຢວນຖານແມ່ນລູກກົກຂອງອ້ວນຊ້ຽວ, ໃນເວລາຍັງເປັນເດັກນ້ອຍ, ເຂົາກໍ່ເປັນເດັກນ້ອຍຜູ່ຮູ້ຄວາມ, ສ່ວນຢວນຊ້າງ ລູກຫຼ້າຂອງອ້ວນຊ້ຽວພັດເປັນຄົນຫຼໍ່ມີພູມຖານ, ໄດ້ຮັບຄວາມຮັກຈາກພໍ່ແມ່ຫຼາຍ. ອ້ວນຊ້ຽວຢາກໃຫ້ລູກຫຼ້າຢວນຊ້າງເປັນຜູ່ສືບທອດພາລະກິດຂອງຕົນ, ຈຶ່ງຍົກຢວນຖານໃຫ້ອ້າຍຂອງຕົນເພື່ອເປັນລູກລ້ຽງ, ແລະຍັງໃຫ້ເຂົາເຈົ້າສອງຄົນຕ່າງເປັນຜູ່ປົກຄອງເຂດໜຶ່ງໃນດິນແດນທີ່ເຂົາເຈົ້າຍຶດໄດ້. ຕໍ່ມາບໍ່ດົນໄດ້ເກີດສົງຄາມຢູ່ທີ່ກ່ວນຕູ້, ອ້ວນຊ້ຽວເສຍໃຫ້ໂຈໂສຢ່າງເຈັບແສບ, ຈຶ່ງອັ່ງແຄ້ນແໜ້ນໃຈຈົນຕາຍ. ໂດຍອີງຕາມຄວາມປາຖະໜາຂອງອ້ວນຊ້ຽວ ເຝິງຈີ້ແລະເສິນເພິ້ຍສະໜັບສະໜູນຢວນຊ້າງຂຶ້ນຄອງອຳນາດ. ຢວນຖານກັບຢວນຊ້າງເລີຍເກີດຄວາມຂັດແຍ່ງກັນ, ຢວນຖານນຳພາກອງທະຫານໄປປະຈຳຢູ່ຫຼີຢາງ, ກຽມຈະບຸກໂຈມຕີເມືອງແຢ້ທີ່ຢວນຊ້າງເຝົ້າຮັກສາ. ພໍດີໃນເວລານີ້ ໂຈໂສສວຍໂອກາດທີ່ພີ່ນ້ອງສອງຄົນນີ້ເກີດການປະທະກັນ, ໄດ້ແຕ່ງກອງທະຫານໄປບຸກໂຈມຕີຫຼີຢາງຢ່າງຮີບດ່ວນ. ໃນເວລາອັນຕະລາຍດັ່ງກ່າວນີ້, ຢວນຖານຈຶ່ງຂໍຄວາມຊ່ອຍເຫຼືອນຳນ້ອງຊາຍ, ເມື່ອຢວນຊ້າງໄດ້ຊັ່ງຊາຜົນໄດ້ຜົນເສຍແລ້ວ ຈຶ່ງນຳພາກອງທະຫານໄປຊ່ອຍເຫຼືອ. ໂກ່ເຈ່ຍ ທີ່ປຶກສາຂອງໂຈໂສໄດ້ປະກອບຄວາມເຫັນຕໍ່ໂຈໂສວ່າ: "ຢວນຖານກັບຢວນຊ້າງຍາດຊິງອຳນາດກັນ, ຕ່າງສ້າງພັກພວກຂອງຕົນ, ຖ້າໄປໂຈມຕີເຂົາເຈົ້າ, ສອງອ້າຍນ້ອງຈະຕ່າງຊ່ອຍເຫຼືອກັນ. ກົງກັນຂ້າມ, ຖ້າຖອນທະຫານໄປຊົ່ວຄາວ, ພວກເຂົາເຈົ້າກໍ່ຈະໂຈມຕີກັນຢ່າງແນ່ນອນ." ໂຈໂສເຫັນວ່າຄຳເວົ້າຂອງໂກ່ເຈ່ຍມີເຫດມີຜົນ, ຈຶ່ງຖອນກອງທະຫານຄືນ, ໄປໂຈມຕີຫຼິວປຽວທີ່ເມືອງຈິ່ງໂຈ່ວ. ເປັນແນວນັ້ນແທ້, ຢວນຖານໄດ້ນຳພາກອງທະຫານມາໂຈມຕີຢວນຊ້າງ, ເສິນເພິ້ຍຈຶ່ງຟ້າວຂຽນຈົດໝາຍມາໃຫ້ຢວນຖານ, ເຕືອນແລ້ວເຕືອນອີກ, ຫວັງໃຫ້ສອງອ້າຍນ້ອງຢ່າເຮັດເລື່ອງທີ່ເຮັດໃຫ້ຍາດມິດຊ້ຳໃຈຄູ່ອາຄາດດີໃຈ. ໃນຈົດໝາຍຂອງເສິນເພິ້ຍຂຽນວ່າ: "ສອງອ້າຍນ້ອງສຸມຈິດສຸມໃຈ, ສາມັກຄີກັນຢ່າງແໜ້ນແຟ້ນ, ກໍ່ຈະເພີ່ມອິດທິພົນຫຼາຍຂຶ້ນຄົບເທົ່າ, ປ້ອງກັນສັດຕູເຮັດໃຫ້ທົ່ວດິນແດນມີຄວາມສະຫງົບ, ທະຫານແລະປະຊາຊົນກໍ່ຍິນດີອຸທິດເຫື່ອແຮງ. ເປັນຫຍັງພັດໄປຟັງການຍຸຍົງຂອງຄົນໃຈຄົດ, ປ່ຽນຄວາມຄຶດທີ່ພ້ອມກັນປ້ອງກັນໂຈໂສ, ປ່ຽນແປງເຈົ້າຄອງເມືອງຈີ້ໂຈ່ວຢ່າງດື້ດ້ານຈອງຫອງ, ແລະດັນໃຫ້ສາມັນຊົນອັນໄພສານຕົກຢູ່ໃນຂຸມເລິກແຫ່ງສົງຄາມ?" ຕາມການບັນທຶກໃນໜັງສືບູຮານ, ເມື່ອຢວນຖານອ່ານຈົດໝາຍແລ້ວເຄີຍນ້ຳຕາໄຫຼອາບແກ້ມ, ແຕ່ຍ້ອນສອງອ້າຍນ້ອງໂຈມຕີກັນ, ໃນທີ່ສຸດ ໂຈໂສຈຶ່ງດັບສູນອິດທິກຳລັງວົງຕະກູນຢວນໄດ້ຢ່າງງ່າຍດາຍ.
|