ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-11 16:53:22    
ທ່ານ​ເຊິນ​ດ່ານ​ຊິ່ນ ນັກ​ແຕ້ມ​ຂອງ​ຈີນ(ສຽງ)

cri

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,​ຊົມ​ເຊີຍທ່ານ​ຮັບຟັງ​ລາຍການ​ວັດທະນະທຳ​ຈີນ.ທ່ານ​ເຊິນ​ດ່ານ​ຊິ່ນ​ເຄີຍ​ເປັນ​ສາດສະດາຈານພິ​ເສດຂອງ​ສະຖາ​ບັນວິຈິດ​ຕະກຳ​ຂອງ​ມະຫາວິທະຍາ​ໄລ​ຊິ່ນ​ຮວາ​ປັກ​ກິ່ງ​ຂອງຈີນ,​ໃນ​ຫລາຍ​ປີ​ມາ​ນີ້,ຊື່​ຂອງ​ທ່ານ​​ໄດ້ປະ​ກົດ​ໃນ​ສື່​ມວນ​ຊົນ​ຕົ້ນຕໍ​ຂອງ​ຈີນ​ເລື້ອຍໆ​,ນີ້​ຕົ້ນຕໍ​ແມ່ນຍ້ອນ​​ປະສົບ​ການ​​ແຕ້ມ​ຮູບທີ່​ບໍ່​ທຳ​ມະ​ດາ​,ການ​ສະ​ແຫວ​ງຫາສິລະ​ປະຢ່າງ​ຈົດ​ຈໍ່,​ແລະບຸກຄະ​ລິກລັກສະນະ​​ທີ່​ກ້າ​ເວົ້າ​ກົງ​ໄປ​ກົງ​ມາ​ຂອງ​ທ່ານ.ມື້​ນີ້​ຂ້າພະ​ເຈົ້າກໍ່​ຈະແນະນຳ​ທ່ານ​​ເຊິນ​ດ່ານ​ຊິ່ນ ນັກ​ແຕ້ມ​ຈີນສູ່​ທ່ານ​ຟັງ.

ທ່ານ​ເຊິນ​ດ່ານ​ຊິນ​ມີ​ອາຍຸ50ປີປາຍ​ແລ້ວ,​ແມ່ນ​ນັກ​ແຕ້ມ​ແບບ​ນັກປາດ​ທີ່​ສຸຂຸມ​ຮອບ​ຄອບ​ຜູ້​ຫນຶ່ງ,ທ່ານ​ມັກ​ນຸ່ງ​ເຄື່ອງນຸ່ງ​ແບບ​ຈີນ,ຈົ່ງຜົມ​ສັ້ນ​ຄ້າຍ​ຄື​ຫົວ​ໂລ້ນ,ຜົມ​ສັ້ນ​ທີ່​ຕັ້ງ​ຂຶ້ນ​ໄດ້​ສໍ່​ໃຫ້​ເຫັນນິ​ໄສ​ທີ່​ກົງ​​ໄປ​ກົງ​ມາ​ຂອງ​ທ່ານ​.ທ່ານ​ມີ​ຕາ​​ແຫລມ​ຄົມ,ສະ​ແດງ​ອອກ​ເຖິງຄວາມ​ສາມາດສອດສ່ອງ​ອັນ​ຫຼັກ​ແຫຼມ.

ທ່ານ​ເຊິນ​ດ່ານ​ຊິ່ນ​ເຕີບ​ໃຫຍ່​ຢູ່​ຊຽງ​ໄຮ້ ຕົວ​ເມືອງ​​ໃຫຍ່​ຢູ່​ແຄມ​ທະ​ເລພາກ​ຕາ​ເວັນ​ອອກຂອງ​ຈີນ,​​ໃນໂອກາດ​​ບັງ​ເອີນ​​ເທື່ອຫນຶ່ງ​,​ທ່ານ​​ໄດ້ສຳຜັດກັບຮູບ​​ແຕ້ມຝ່າຍຕາ​ເວັນ​ຕົກຈຳນວນ​ຫນຶ່ງ,​ເຮັດ​ໃຫ້​ທ່ານ​ເກີດ​ມີ​ຄວາມ​ມັກ​ແຕ້ມ​ຮູບ.ປີ1970,ຈີນ​ພວມ​ດຳ​ເນີນ"ການປະຕິ​ວັດວັດທະນະທຳ",ທ່ານ​ເຊິນ​ດ່ານ​ຊິ່ນ​ທີ່​ມີ​ອາຍຸ17ປີ​​ໃນ​ເວລາ​ນັ້ນ​ໄດ້ໄປ​ເປັນຊາວ​ກະສິກ​ອນຢູ່​ແຂວງ​ຈ່ຽງຊີ່,​ແລະ​ເປັນຊ່າງ​ແຕ້ມ​ແບບອາຊີບຜູ້​ຫນຶ່ງ​ໃນ​ໂຮງງານ​ຜ​ະລິດກັບ​ອັດຖິ​​ແຫ່ງ​ຫນຶ່ງຂອງ​ຊົນນະບົດ​.​​ໃນ​ເວລາ​ລົມເຖິງ​ປະສົບ​ການຕອນນັ້ນ,ທ່ານ​ເຊິນ​ດ່ານ​ຊິ່ນ​ຍັງ​ຈື່​ບໍ່​ລືມ:

"ຂ້າພະ​ເຈົ້າ​​ເລີຍ​ກາຍ​ເປັນ​ຊ່າງ​ແຕ້ມ​ແບບ​ອາຊີບ​ຜູ້​ຫນຶ່ງ,ກໍ່​ແມ່ນ​ແຕ້ມ​ຮູບ​ໃສ່ກັບ​ອັດຖິ.​ໃນ​ເວລາ​ນັ້ນ​ໄດ້​ເຮັດ​ວຽກ​ນຳ​ອາຈານ​ຜູ້​ຫນຶ່ງ,​ເພິ່ນເຮັດ​ກັບ​ອັດຖິ,ຂ້າ​ພະ​ເຈົ້າ​ແຕ້ມຮູບ​ໃສ່ກັບ​ອັດ​ຖິ,​ແຕ້ມຕົ້ນ​ແປກ​ຕົ້ນສົນ,ຫມາຍ​ຄວາມ​ວ່າອາຍຸ​ຍືນ​ຍາວ"

ປະສົບ​ການ​ຕອນນີ້​ເຮັດ​ໃຫ້​ລະດັບ​ແຕ້ມ​ຮູບຂອງ​ທ່ານ​ເຊິນ​ດ່ານ​ຊິ່ນ​​ໄດ້​ມີ​ຄວາມກ້າວຫນ້າ.ພາຍຫລັງ​ມາ,ທ່ານ​​ເຄີຍ​ແຕ້ມຮູບ​ກາ​ຕູນ,ຮູບ​ປະກອບ,ຮູບ​ໂຄສະນາ,​ເຖິງ​ວ່າ​ບໍ່​ເຄີຍ​ໄດ້​ຮັບ​ການ​ເຝິກ​ຫັດ​​ຕາມແບບ​ແຜນກໍ່ຕາມ,​ແຕ່ຮູບ​ແຕ້ມ​ຂອງ​ທ່ານ​ເຊິນ​ດ່ານ​ຊິ່ນ​​ກໍ່ໄດ້​ມີ​ຊື່ສ​ຽງບໍ່ໜ້ອຍຢູ່​ແຫ່ງ​ນັ້ນ.

ເດືອນ​ກັນຍາ​ປີ1976,ທ່ານ​ເຊິນ​ດ່ານ​ຊິ່ນ​​​ໄດ້ໄປ​ແຕ້ມ​ຮູບຢູ່​ຕິ​ເບ​ດ.​ໃນ​ເວລາ​ນີ້,ທ່ານປະທານ​ມາວ​ເຈີ​ຕົ່ງ ຜູ້ນຳ​ທີ່ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃຫ​ມ່​ໄດ້​ເຖິງ​ແກ່​ກຳ,ປະຊາຊົນ​ທົ່ວ​ປະ​ເທດຈີນ​ຕົກ​ຢູ່​ໃນ​ຄວາມ​ໂສກ​ເສົ້າ​ສະຫລົດ​ໃຈ.​ໂດຍຫມູນອ້ອມ​ເຫດການ​ການ​ເມືອງອັນສຳຄັນດັ່ງກ່າວ​ນີ້,ທ່ານ​ເຊິນ​ດ່ານ​ຊິ່ນ​​ໄດ້ແຕ້ມ​ຮູບ​ນ້ຳມັນ​ແຜ່ນ​ໃຫຍ່ທີ່​ມີ​ຊື່ວ່າ"ນ້ຳ​ຕາ​ຕົກ​ເຕັມນາ​ທີ່​ເກັບ​ກ່ຽວ​ໄດ້​ອຸດົມສົມບູນ".ຮູບ​ແຜ່ນ​ນີ້​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງວິຈິດ​ຕະກຳ​ລະ​ດັບ​ຊາດ,​ໄດ້​ຮັບ​ຄວາມ​ຍ້ອງຍໍ​ຢ່າງສູງ,ຊື່​ຂອງ​ທ່ານ​ເຊິນ​ດ່ານ​ຊິ່ນ​​ໄດ້​ເຜີຍ​ແຜ່​ໃນ​ວົງ​ການ​ວິຈິດ​ຕະກຳ​ຢ່າງ​ວ່ອງໄວ,​​ຊາວ​ຫນຸ່ມ​ຫລາຍ​ຄົນ​ທີ່​ແຕ້ມ​ຮູບ​ນ້ຳມັນ​​​ໄດ້ມາ​ຈາກ​ແຫ່ງ​ຕ່າງໆຂອງ​ຈີນ​ມາ​ຂໍ​ຮຽນ​ນຳ​ທ່ານ​ເຊິນ​ດ່ານ​ຊິ່ນ.

"ມັນ​ແມ່ນ​ຜົນງານ​ທີ່ໂຊກ​ດີກວ່າ​ໝູ່​ຂອງ​ຂ້າພະ​ເຈົ້າ,ມັນ​​​ໄດ້​ສ້າງ​ຊື່ສຽງ​ໃຫ້​​ແກ່ຂ້າ​ພະ​ເຈົ້າ​​ໂດຍ​ບັງ​ເອີນ.​ໃນ​ຕົ້ນ​ປີ1978,​ໄດ້​ເລີ່​ມສອບເສັງຮັບສະໝັກ​ນັກ​ສຶກສາ​ປະລິຍາ​ໂທ​​ໃນທົ່ວ​ປະ​ເທດ​​,​ໃນ​ເວລາ​ນັ້ນ​ຂ້າ​ພະ​ເຈົ້າ​ກໍ່​​ໄດ້​ສະໝັກ​ຊື່ເຂົ້າ​ຮ່ວມ​ການສ​ອບ​ເສັງ.​ຮອດ​​ເດືອນ​ກັນຍາ​ປີ1978,​ໄດ້​ຮັບ​ໃບ​ແຈ້ງ​​ໃຫ້​​ໄປ​ຮຽນ,​ແຕ່​ນີ້ໄປຈຶ່ງ​​ໄດ້ອອກ​ຈາກ​ຊົນນະບົດ​ຢ່າງ​ເປັນ​ທາງ​ການ."

ຢູ່​ສະ​ຖາ​ບັນ​ວິຈິດ​ຕະກຳ​ສູນ​ກາງ​ຈີນ,ທ່ານ​​ເຊິນ​ດ່ານ​ຊິ່ນ​ໄດ້ຮໍ່າ​ຮຽນ​ທິດ​ສະ​ດີ​ແຕ້ມ​ຮູບ​ຝ່າຍຕາ​ເວັນ​ຕົກ​ຢ່າງ​ເປັນ​ລະບົບ,​ໄດ້​ເລີ່​ມຕົ້ນຊີວິດ​​ແຕ້ມ​ຮູບ​​ແບບອາຊີບ​ຂອງ​ທ່ານ.ພາຍຫລັງສອງ​ປີ​,ທ່ານ​​ເຊິນ​ດ່ານ​ຊິ່ນ​​​ໄດ້ໄປ​ຕິ​ເບ​ດ​ເທື່ອ​ທີ່​ສອງ,​ໃນ​ເດືອນ​ສິງຫາ​ປີ1980,"ປະມວນ​ຮູບ​ແຕ້ມ​ກ່ຽວ​ກັບຕິ​ເບ​ດ"ທີ່​ທ່ານ​ແຕ້ມ​ນັ້ນ​ໄດ້ພາ​ໃຫ້​ເກີດ​ມີ​ຄວາມ​ຄືກຄື້ນໃນ​ງານ​ວາງສະ​ແດງ​ຕອນຮຽນ​ຈົບຂອງຫ້ອງ​ຮຽນ​ປະ​ລິນ​ຍາ​ໂທສະ​ຖາ​ບັນ​ວິຈິດ​ຕະກຳ​ສູນ​ກາງ​ຈີນ,ກາຍ​ເປັນ​ຫລັກ​ຫມາຍ​ທາງ​ແຫ່ງ​ຫນຶ່ງ​​ໃນ​ປະ​ຫວັດ​​ວິຈິດ​ຕະກຳ​ຍຸກ​ປະຈຸ​ບັນ​ຂອງ​ຈີນ.

ປີ1982,ທ່ານ​​ເຊິນ​ດ່ານ​ຊິ່ນ​ໄດ້​ໄປຮຽນ​ຕໍ່​ຢູ່​ອາ​ເມ​ລິ​ກາ.​ເວົ້າສຳລັບທ່ານ​ເຊັນ​ດ່ານ​ຊິ່ນ​ແລ້ວ,ຄວາມ​ເຍົ້າ​ຍວນ​ທີ່ໃຫຍ່ກວ່າ​ໝູ່​ການ​ໄປອາ​ເມ​ລິ​ກາ​ແມ່ນ​ສາມາດ​ເຫັນຕົ້ນ​ສະບັບ​ຂອງ​ນັກ​ແຕ້ມຝ່າຍ​ຕາ​ເວັນ​ຕົກຈຳນວນຫຼວງ​ຫລາຍ.​ເພື່ອ​​ແກ້​ໄຂ​ບັນຫາ​ດ້ານ​ຊີວິດ​ການ​ເປັນ​ຢູ່​,ທ່ານ​ທັງ​ແຕ້ມ​ຮູບ​ໃຫ້​ລະບຽງ​ວາງສະ​ແດງ​ຮູບ​ພາບ,ທັງປະດິດ​ສ້າງ​ການ​ແຕ້ມ​ຮູບ.​ໃນການ​ດຳລົງ​ຊີວິດ​ຢູ່​ອາ​ເມ​ລິ​ກາ​ເປັນ​ເວາ​ລາ18ປີ,ທ່ານ​​ເຊິນ​ດ່ານ​ຊິ່ນ​ໄດ້​​ແຕ້ມ​ຮູບ​ຈຳນວນຫຼວງ​ຫຼາຍ,​ໄດ້ສະ​ສົມ​ບົດຮຽນ​ອັນອຸດົມສົມບູນ.

ປີ2000,ພາຍຫລັງ​ທ່ານ​ເຊິນ​ດ່ານ​ຊິ່ນ​ກັບຄືນ​ປະ​ເທດ​ຈີນ​ແລ້ວ,ຖືກ​ມະຫາ​ວິທະຍາ​ໄລ​ຊິ່ນ​ຮວາຈ້າງເປັນສາດສະ​ດາ​ຈານ​ຂອງ​ສະ​ຖາ​ບັນ​ສິລະ​ປະ​ໂດຍ​ຈຳເພາະ.ກາ​ນກັບ​ຄືນ​ປະ​ເທດ​ຂອງ​ທ່ານ​ໄດ້​ນຳ​ເອົາ​ອາກາດ​ສົດ​​ໃສໃຫ້​​ແກ່ວົງ​ການ​ສິລະ​ປະພາ​ຍ​ໃນ​ປະ​ເທດຈີນ.ທັດສະນະ​ຄະຕິ​ດ້ານສິລະ​ປະ​ແລະ​ແບບ​ວິທີສອນ​ຂອງ​ທ່ານ​ໄດ້​ເຮັດ​ໃຫ້ວົງ​ການ​ສິລະ​ປະ​ໃນ​ຄາວ​ນັ້ນ​ເປີດ​ຫູ​ເປີດ​ຕາ,ທ່ານ​​ເນັ້ນ​ຫນັກການ​ສອນ​ຕາມ​ສະພາບ​ຄວາມ​ສາມາດ,​​ເນັ້ນ​ຫນັກ​ການ​ປົດ​ປ່ອຍ​ບຸກຄະ​ລິກ​ລັກສະນະ​ຂອງໝົດ​ທຸກ​ຄົນ​,ພະຍາຍາມ​ສຸດ​ຂີດ​ເສີມ​ຂະຫຍາ​ຍຄວາມຊຳນານ​ພິ​ເສດ​ຂອງ​​ທຸກຄົນ,​ກະຕຸກ​ຄວາມ​ບັນດານ​​ໃຈ​ຂອງ​ທຸກ​ຄົນ.

ຫນຶ່ງ​ປີ​ກ່ອນ,ທ່ານ​ເຊິນ​ດ່ານ​ຊິ່ນ​ໄດ້​ລາ​ອອກຈາກ​ຕຳ​ແຫນ່​ງ​ສາດສະ​ດາ​ຈານ​ມະຫາ​ວິທະຍາ​ໄລ​ຊິນ​ຮວາ,​ກາຍ​ເປັນ​ນັກ​ແຕ້ມ​ອິດສະຫຼະ.ທ່ານ​ບໍ່ພ​ຽງ​ແຕ່​ມັກ​ແພງແຕ້ມ​ຮູບ​ເທົ່າ​ນັ້ນ,ຍັງ​ມັກ​ດົນ​ຕີ​ຫລາຍ,ປີ2002,ທ່ານ​ໄດ້​ພິມ​ຈຳ​ຫນ່າຍຊຸມນຸມ​ບົດ​ປະພັນ​ຕ່າງໆ​,​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຜູ້​ອ່ານ​ທັງຫລາຍ.

ບົດຄວາມ​ຂອງ​ທ່ານ​ເຊິນ​ດ່ານ​ຊິ່ນ,​ໄດ້​ແຊກ​ຊືມຈິດ​ໃຈ​ຕິຕຽນ​ອັນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ທ່ານໃນ​ລະຫວ່າງ​ແຕ່ລະ​ຄຳ​ແຕ່ລະ​ປະ​ໂຫຍກ,"ຊຸມນຸມ​ບົດ​ປະພັນ​ຖອຍ​ຄືນ​ຫລັງ"ຂອງ​ທ່ານ​ໄດ້​ຈັດ​ໂຮມ​ບົດຄວາມ​ສ່ວນ​ຫນຶ່ງຂອງ​ທ່ານພາຍ​ຫລັງ​ກັບ​ຄືນ​ປະ​ເທດຈີນ​ຫ້າ​ປີ​​​ມາ​ນີ້,ຫົວ​ເລື້ອງ​ໄດ້ກ່ຽວ​ພັນ​ເຖິງ​ຫລາຍ​ດ້ານ​ຄືຮູບ​ແຕ້ມ,ຮູບພາບ,ຕົວ​ເມືອງ,ການ​ສຶກສາ​ເປັນ​ຕົ້ນ,ບົດ​ຄວາມຂອງ​ທ່ານ​​ໄດ້ສັງ​ເກດ​ຢ່າງ​​ແຫຼມ​ຄົມ,ບັນ​ລະ​ຍາຍ​ຂໍ້​ປີກ​ຍ່ອຍ​ຢ່າງມີ​ຊີວິດ​ຊີວາ,​ໄດ້ສຳ​ຫລວດຄືນ​ແລະ​ຊັກ​ຖາມ​ຂົງ​ເຂດ​ສິລະ​ປະ​ມະນຸດ​ຂອງ​ຈີນ​ໃນ​ຮ້ອຍ​ປີ​ມາ​ນີ້ັຢ່າງ​ເລິກ​ເຊິ່ງ.