ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການວັດທະນະທຳພັນປີ. ແຕ່ສະຕະວັດທີ 3 ຮອດສະຕະວັດທີ 6, ແມ່ນສະໄໝໜຶ່ງທີ່ສຳຄັນໃນປະຫວັດສາດທີ່ວິທະຍາສາດເຕັກໂນໂລຊີຂອງຈີນໄດ້ຮັບຄວາມຄືບໜ້າທີ່ມີລັກສະນະບຸກທະລຸ, ໃນດ້ານຕ່າງໆ ເຊັ່ນ ຄະນິດສາດ ດາລາສາດ ວິທີຄຳນວນວັນເດືອນປີແລະການຜະລິດກົນຈັກເປັນຕົ້ນລ້ວນແຕ່ໄດ້ປະກົດມີນັກວິທະຍາສາດແລະນາຍຊ່າງງວດໜຶ່ງ. ຈູຊົງຈື່ກໍ່ແມ່ນນັກຄະນິດສາດແລະນັກດາລາສາດທີ່ມີຊື່ສຽງດົ່ງດັງໃນສະໄໝນັ້ນ, ໝາກຜົນທີ່ເພິ່ນໄດ້ຮັບນັ້ນ, ຖືກຖືເປັນຂີດໝາຍໜຶ່ງແຫ່ງລະດັບການພັດທະນາວິທະຍາສາດເຕັກໂນໂລຊີຈີນໃນສະໄໝນີ້. ຕໍ່ໄປເຊີນຟັງລາຍລະອຽດ.
ຈູຊົງຈື່ເກີດໃນປີ 429. ເພິ່ນໄດ້ອຸທິດກຳລັງວັງຊາຕະຫຼອດຊີວິດເຂົ້າໃນການຄົ້ນຄວ້າວິທະຍາສາດ.
ສຳລັບໝາກຜົນອັນຍິ່ງໃຫຍ່ທີ່ຈູຊົງຈື່ໄດ້ຮັບໃນດ້ານວິທະຍາສາດ, ກ່ອນອື່ນໄດ້ສະແດງໃຫ້ເຫັນໃນດ້ານຄະນິດສາດ. ເພິ່ນໄດ້ຮັບການບຸກທະລຸໃນການຄົ້ນຄວ້າອັດຕາສ່ວນຂອງຮອບວົງກົມ ເຊິ່ງໄດ້ຄອງຖານະສຳຄັນໃນປະຫວັດຄະນິດສາດຂອງໂລກ.
ການຄຳນວນອັດຕາສ່ວນຂອງຮອບວົງກົມແມ່ນຫົວຂໍ້ຄົ້ນຄວ້າທີ່ສຳຄັນທີ່ສຸດແລະກໍ່ແມ່ນຫຍຸ້ງຍາກທີ່ສຸດໃນຄະນິດສາດ, ໃນສະໄໝບູຮານ ມີນັກຄະນິດສາດຫຼາຍຄົນໄດ້ສຸມກຳລັງເຂົ້າໃນການຄຳນວນອັດຕາສ່ວນຂອງຮອບວົງກົມ. ໃນເວລາຈູຊົງຈື່ມີອາຍຸ 35 ປີ, ເພິ່ນໄດ້ເລີ່ມຄຳນວນອັດຕາສ່ວນດັ່ງກ່າວນີ້. ໃນຄາວນັ້ນ, ຄົນທັງຫຼາຍໄດ້ຮັບຮູ້ຈາກການພຶດຕິກຳວ່າ, ຄວາມຍາວຂອງຮອບວົງກົມແມ່ນສາມເທົ່າປາຍຂອງເສັ້ນຜ່າສູນກາງຂອງວົງກົມ, ແຕ່ຈະຫຼາຍປານໃດນັ້ນ, ພັດມີຄວາມເຫັນຕ່າງກັນ.
ບົນພື້ນຖານຂອງຄົນຮຸ້ນກ່ອນ, ຈູຊົງຈື່ໄດ້ຄຳນວນອັດຕາສ່ວນຂອງຮອບວົງກົມເຖິງຫຼັງຈຸດເລກເສດ 7 ຫົວໜ່ວຍ ຄື ຢູ່ລະຫວ່າງ 3,1415926 ກັບ 3,1415927. ຈູຊົງຈື່ໃຊ້ວິທີຫຍັງມາຄຳນວນໄດ້ຜົນດັ່ງກ່າວ, ປັດຈຸບັນຍັງສັນນິຖານບໍ່ໄດ້ເທື່ອ. ມີຄວາມເຫັນຢ່າງໜຶ່ງເຫັນວ່າ, ເພິ່ນແມ່ນຄຳນວນໂດຍເລີ່ມຈາກການຕໍ່ຮູບ 6 ຫຼ່ຽມເທົ່າກັນ, ຈົນຕໍ່ໄປຮອດຮູບ 2 ໝື່ນ 4576 ຫຼ່ຽມເທົ່າກັນ, ແລ້ວຄຳນວນຮອບຍາວແລະເນື້ອທີ່ຕາມລຳດັບ. ສາມາດຈິນຕະນາການໄດ້ວ່າ, ໃນສະໄໝບູຮານ, ຢາກສຳເລັດໜ້າທີ່ຄຳນວນອັນມະຫາສານຄືແນວນີ້, ຈະຕ້ອງການຄວາມມານະອົດທົນແລະກຳລັງໃຈຄືແນວໃດ.
ອັດຕາສ່ວນຂອງຮອບວົງກົມທີ່ຈູຊົງຈື່ຄຳນວນໄດ້ນັ້ນ, ໄດ້ຮັກສາມາເປັນເວລາ 1000 ປີໃນປະວັດຄະນິດສາດ, ຈົນຮອດສະຕະວັດທີ 15 ຈຶ່ງຖືກອານຄາຊີ ຫຼື Alkashi ນັກຄະນິດສາດອາລັບບຸກທະລຸ. ໃນຂະນະດຽວກັນ ຈູຊົງຈື່ຍັງໄດ້ສະເໜີມູນຄ່າໃກ້ຄຽງຂອງ ອັດຕາສ່ວນຮອບວົງກົມໃນຮູບແບບເລກສ່ວນຄື 355/113, ເຊິ່ງເປັນການສະເໜີກ່ອນໝູ່ໃນໂລກ. ຢູ່ເອີລົບ ຈົນຮອດສະຕະວັດທີ 16 ວາແລນຕິນ ອົດໂຕ ນັກຄະນິດສາດເຢຍລະມັນຈຶ່ງຄຳນວນໄດ້ຜົນດັ່ງກ່າວ.
ນອກຈາກຜົນສຳເລັດໃນການຄຳນວນອັດຕາສ່ວນຂອງຮອບວົງກົມແລ້ວ, ຈູຊົງຈື່ຍັງພ້ອມກັນກັບລູກຂອງເພິ່ນ, ແກ້ໄຂບັນຫາຄຳນວນບໍລິມາດຂອງຮູບບານດ້ວຍວິທີອັນແນບນຽນ. ຫຼັກມູນທີ່ພໍ່ກັບລູກສອງຄົນນີ້ນຳໃຊ້ໃນຄາວນັ້ນ ຢູ່ຝ່າຍຕາເວັນຕົກຖືກເອີ້ນເປັນຫຼັກມູນ "ຄາວາເລຣີ", ແຕ່ຫຼັງຈາກສະໄໝຈູຊົງຈື່ຜ່ານມາ 1000 ກວ່າປີແລ້ວ ຄາວາເລຣີ ນັກຄະນິດສາດອີຕາລີຈຶ່ງຄົ້ນຄວ້າໄດ້ຜົນດັ່ງກ່າວ.
ຈູຊົງຈື່ຍັງໄດ້ລົງເລິກຄົ້ນຄວ້າຂົງເຂດອື່ນໆຂອງຄະນິດສາດ, ໜັງສື "ຈຸ້ຍຊູ້" ທີ່ໄດ້ໂຮມສູນໝາກຜົນການຄົ້ນຄວ້າຂອງເພິ່ນຖືກລາຊະວົງຖາງໃນພາຍຫຼັງ (ແຕ່ປີ ຄ.ສ.618-907) ຖືເປັນໜຶ່ງໃນ "ຕຳລາຄຳນວນ 10 ເຫຼັ້ມ", ແມ່ນແບບຮຽນທີ່ນັກຮຽນຕ້ອງອ່ານໃນການຮຽນຄະນິດສາດ. ໜັງສືດັ່ງກ່າວເຄີຍຖືກເຜີຍແຜ່ໄປຮອດຍີ່ປຸ່ນແລະເກົາຫຼີ, ໃຊ້ເປັນແບບຮຽນຂອງໂຮງຮຽນ.
ໃນດ້ານດາລາສາດແລະວິທີຄຳນວນວັນເດືອນປີ ຈູຊົງຈື່ກໍ່ໄດ້ຮັບຜົນສຳເລັດດີເດັ່ນ. ປີ ຄ.ສ.462, ຈູຊົງຈື່ໄດ້ສ້າງ "ປະຕິທິນຕ້າໝິງ" ທີ່ວິທະຍາສາດກວ່າໝູ່ແລະກ້າວໜ້າກວ່າໝູ່ໃນສະໄໝນັ້ນ, ໄດ້ນຳໃຊ້ "ຄວາມໂຕນກັນຂອງປີ" ເຂົ້າໃນ "ປະຕິທິນຕ້າໝິງ" ເປັນຄັ້ງທຳອິດ. ຕາມການຄຳນວນຢ່າງແມ່ນຢຳຂອງນັກດາລາສາດຍຸກປັດຈຸບັນ, ໜ່ວຍໂລກໝູນອ້ອມດວງຕາເວັນຮອບໜຶ່ງ, ແຕ່ລະປີຈະໂຕນກັນປະມານ 50,2 ວິນາທີ, ປະກົດການນີ້ເອີ້ນວ່າ "ຄວາມໂຕນກັນຂອງປີ". ໃຊ້ "ປະຕິທິນຕ້າໝິງ" ມາຄຳນວນເວລາເກີດສຸລິຍາຄາດແລະຈັນທະຄາດ ກໍ່ແມ່ນຢຳໂດຍພື້ນຖານ, ນີ້ກໍ່ແມ່ນການປະກອບສ່ວນສຳຄັນອັນໜຶ່ງຂອງຈູຊົງຈື່.
ຈູຊົງຈື່ຍັງແມ່ນນັກຜະລິດກົນຈັກທີ່ດີເດັ່ນຜູ່ໜຶ່ງ, ຕາມການບັນທຶກໃນໜັງສືປະຫວັດສາດ, ເພິ່ນໄດ້ຜະລິດໂມ້ຫີນດ້ວຍພະລັງນ້ຳ, ແລະ "ເຮືອແລ່ນພັນລີ້" ທີ່ແລ່ນໄດ້ຢ່າງວ່ອງໄວແລະອື່ນໆ.
ຈູຊົງຈື່ເຖິງແກ່ກຳເມື່ອອາຍຸ 72 ປີ. ເພິ່ນໄດ້ຄົ້ນຄວ້າຢ່າງກວ້າງຂວາງໃນຂົງເຂດວິທະຍາສາດ ແລະໄດ້ຮັບຜົນຢ່າງໃຫຍ່ຫຼວງ, ນີ້ແມ່ນມີໜ້ອຍໃນປະຫວັດວິທະຍາສາດເຕັກໂນໂລຊີຂອງໂລກ.
|