ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-11 17:49:26    
ກິລາ​ຈີນ​ເດີນ​ຜ່ານ​ປີ 2005 ທີ່​ບໍ່​ທຳ​ມະ​ດາ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ, ​ເຖິງ​ວ່າກິລາ​ປະ​ເພດແຂ່ງຂັນ​ຂອງ​ຈີນບໍ່​ຮຸ່ງ​ເຮືອງ​ເໝືອນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ປີ 2004 ກໍ່ຕາມ, ​ແຕ່​ກໍ່​ມີ​ອັນ​​ໂລດ​ໂຜນ​ແລະ​ຈຸດ​ຮຸ່ງຢ່າງຫຼວງຫຼາຍ. ​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບສຽງທີ່​ພາດ​ຫົວ​ເລື່ອງ​ວ່າ: ກິລາ​ຈີນ​ເດີນ​ຜ່ານ​ປີ 2005 ທີ່​ບໍ່​ທຳ​ມະ​ດາ.

ປີ 2005, ນັກ​ກິລາ​ຈີນ​ຊິງ​ໄດ້​ແຊມ​ປຽນ​ລະດັບ​ໂລກ​ຂອງ​ລາຍການ​ແຂ່ງຂັນ​ງານ​ກິລາ​ໂອ​ລິ​ມປິກ 28 ຫຼຽນ, ຖັດຈາກ​ອາ​ເມ​ລິ​ກາ​ແລະຣັດ​ເຊຍ​. ​ໃນ​ລາຍການ​ທ່າ​ແຮງທີ່​ມີ​ມູນ​ເຊື້ອ ​ເຊັ່ນ ປິ່ງ​ປ່ອງ ດອກ​ປີກ​ໄກ່ ​ໂດດ​ນ້ຳ​ແລະ​​ຍິງ​ປືນ​ເປັນຕົ້ນ, ຈີນ​ສືບ​ຕໍ່​ຮັກສາ​ຖານະ​ທ່າ​ແຮງ​ຂອງ​ຕົນ, ​ໃນ​ງານ​ແຂ່ງຂັນ​ປິ່ງ​ປ່ອງ​ຊິງ​ຊະນະ​ເລີດ​ລະດັບໂລກ​ທີ່​ຊຽງ​ໄຮ້​ໃນ​ເດືອນ​ພຶດສະພາ​ປີ 2005, ທີ​ມຈີນ​ຊິງ​ໄດ້ຫຼຽນຄຳ​ທັງ​ໝົດຂອງ​ລາຍການ​ດ່ຽວ 5 ລາຍການ, ​ໃນ​ງານ​ແຂ່ງຂັນ​ດອກ​ປີກ​ໄກ່​ຊູ​​ເດີ​ມານຂັບ​ປະ​ເພດໝູ່​ຄະນະ​ປະສົມປີ 2005 ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນ​ເດືອນ​ພຶດສະພາ, ທີ​ມຈີນ​ໄດ້​ເອົາ​ຊະນະ​ທີ​ມອິນ​ໂດ​ເນ​ເຊຍ ປະ​ເທດ​ເຂັ້ມ​ແຂງ​​ດ້ານ​ກິລາ​ດອກ​ປີກ​ໄກ່​ທີ່​ມີ​ມູນ​ເ​ຊື້​ອ​ໃນ​ການ​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດ, ​ແລ້ວ​ຊິງ​ໄດ້​ແຊມ​ປຽນ. ທີ​ມຈີນເລີຍ​ກາຍ​ເປັນ​ທີ​ມທີ່​ຊິງ​ໄດ້​ແຊມ​ປຽນ​ງານ​ແຂ່ງຂັນ​ຊູ​​ເດີມານ​ຂັບ ​ໂທ​ມາສຂັບ​ແລະ​ຢູ​ເບີ​ຂັບ​ທີ​ມທຳ​ອິດ​ໃນ​ໂລກ. ​ໃນ​ງານ​ແຂ່ງຂັນ​ລອຍ​ນ້ຳ​ຊິງ​ຊະນະ​ເລີດ​ລະດັບໂລກ​ທີ່​ຈັດ​ຂຶ້ນຢູ່​ມົງ​ເຣອານ​ແຫ່ງ​ກາ​ນາ​ດາ​ໃນ​ເດືອນ​ກໍລະກົດ, ທີ​ມ​ໂດດ​ນ້ຳ​ຈີນ​ເຊິ່ງຖືກ​ເອີ້ນ​ເປັນ​ "ທີ​ມ​ແຫ່ງ​ຄວາມ​ຝັນ" ຊິງ​ໄດ້ຫຼຽນຄຳ 5 ຫຼຽນ​​ໃນ​ຈຳນວນ 10 ຫຼຽນຂອງ​ລາຍການ​​ໂດດ​ນ້ຳ, ​ໄດ້​ປ້ອງ​ກັນ​ຖານະທ່າ​ແຮງ​ທີ່​ບຸກບໍ່​ແຕກ​ອີກ​ເທື່ອ​ໜຶ່ງ.

​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ, ນັກກິລາ​ຈີນ​ຊິງ​ໄດ້​ຫຼຽນຄຳ 32 ຫຼຽນ, ຖ້າຢາກຊິງ​ໄດ້ຫຼຽນຄຳຫຼາຍກວ່າ​ເກົ່າ​ອີກ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ກໍ່​ຈຳ​​ເປັນຕ້ອງຊອກ​ຫາ​ຈຸດ​ບຸກທະລຸ​ໃໝ່. ປີ 2005, ນັກ​ກິລາ​ຈີນ​ກໍ່​ໄດ້​ຮັບ​ການ​ບຸກທະລຸ​ໃນບາງ​ລາຍ​ການ​ແຂ່ງຂັນ​ງານ​ກິລາ​ໂອ​ລິ​ມປິກທີ່​ອ່າວຫຼ້າຫຼັງ​ໃນ​ເມື່ອ​ກ່ອນ. ​ໂດຍ​ສະ​ເພາະ​ແມ່ນ​ໃນ​ງານ​ແຂ່ງຂັນ​ຊົກມວຍ​ຊິງ​ຊະນະ​ເລີດ​ລະດັບໂລກ​ຄັ້ງທີ 13 ທີ່​ຈັດ​ຂຶ້ນຢູ່​ເມືອງ​ໝຽນຢາງ ທາງ​ພາກ​ຕາ​ເວັນ​ຕົກສ​ຽງ​​ໃຕ້ຂອງ​ຈີນ​ໃນ​ເດືອນ​ພະຈິກ​ປີ​ນີ້, ທ້າວ​ໂຈ່​ວຊື້​ມິ​ງ ນັກ​ກິລາ​ຈີນ​ໄດ້​ເອົາ​ຊະນະ​ຄູ່​ແຂ່ງຂັນ​ທີ່​​ເຂັ້ມແຂງ​ໝົດທຸກຄົນ, ​ແລ້ວ​ຊິງ​ໄດ້ຫຼຽນຄຳ​ໃນ​ຮຸ້ນ 48 ກິ​ໂລ, ​ໄດ້​ຂຽນ​ໜ້າ​ໃໝ່​ຂອງປະຫວັດ​ນັກ​ກິລາ​ຈີນ​ທີ່ບໍ່​ເຄີຍ​ຊິງໄດ້ຫຼຽນຄຳ​ໃນ​ລາຍການ​ແຂ່ງຂັນຊົກ​ມວຍ​ຂະໜາດ​ໃຫຍ່​ລະດັບ​ໂລກ. ທ່ານ​ຊຸຍ​ຕ້າ​ລິນ ຮອງ​ປະທານ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຈີນ​ເວົ້າວ່າ:

​"ໃນ​ການ​ແຂ່ງຂັນ, ທ້າວ​ໂຈ່​ວຊື້​ມິ​ງ​ໄດ້​ສະ​ແດງ​ລະດັບ​ແລະ​​ແບບ​ແຜນຂອງ​ຕົນ​ຢ່າງ​ຈົບງາມ, ​ໄດ້​ຮັບ​ໄຊ​ຊະນະ​ດ້ວຍທ່າ​ແຮງ​ອ່າວ​ໃຫຍ່. ການ​ບຸກທະລຸ​ຂອງ​ທ້າວ​ໂຈ່​ວຊື້​ມິ​ງ​ເທື່ອ​ນີ້, ​ໄດ້​ເພີ່ມ​ຄວາມ​ໝັ້ນໃຈ​ຂອງ​ວົງ​ການ​ມວຍ​ຈີນ, ​ແລະກໍ່​ໄດ້​ເພີ່ມ​ຄວາມ​ຕັດສິນ​ໃຈ​ຂອງ​ນັກ​ກິລາ​ມວຍ​ຈີນ​ທີ່​ຈະ​ຍາດ​ເອົາ​ຜົນງານ​ດີ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008."

ຕອນ​ຮຸ່ງ​ເຊົ້າວັນ​ທີ 7 ສິງຫາ​ປີ 2005, ການ​ກິລາ​ຈີນ​ໄດ້​ມີ​ການ​ບຸກທະລຸ​ໃໝ່​ອີກ ນັ້ນກໍ່​ຄື ທ້າວ​ສຽນ​ເຈີ້ນ​ຮວາ ນັກ​ກິລາ​ຈີນ​ຊິງ​ໄດ້​ແຊມ​ປຽນ​ປະ​ເພດ​ດ່ຽວ​ເພດ​ຊາຍໃນ​ການ​ແຂ່ງຂັນ 5 ລາຍການ​ຍຸກ​ປັດຈຸບັນທີ່​ຈັດ​ຂຶ້ນຢູ່​ທີ່​ວັກ​ໂຊ​ວີ​ແຫ່ງ​ໂປ​ໂລ​ຍ, ທ້າວ​ສຽນ​ເຈີ້ນ​ຮວາ​ເລີຍ​ກາຍ​ເປັນ​ຊາວ​ອາຊີ​ຜູ່​ທຳ​ອິດ​ທີ່​ຊິງ​ໄດ້​ແຊມ​ປຽນ​ຂອງ​ລາຍການ​ແຂ່ງຂັນ​ດັ່ງກ່າວ.

​ເດືອນ​ພຶດສະພາ​ປີ 2005, ທ້າວ​ລິວ​ສຽງ ນັກ​ກິລາ​​ແລ່ນ​ຂ້າມ​ຮົ້ວ 110 ​ແມັດ​ຂອງຈີນ​ໄດ້​ຮັບລາງວັນ​ນັກ​ກິລາ​ຮຸ້ນ​ໃໝ່​ຜູ່​ດີ​ເດັ່ນ​ກວ່າ​ໝູ່​ໃນ​ລາງວັນ​ໃຫຍ່​ໂລ​ແຣນສ໌ກິລາ​ໂລກ ​ເຊິ່ງຖືກ​ເອີ້ນ​ເປັນ "​ໂອສ໌ກາ​ແຫ່ງ​ເວທີ​ກິລາ" ຍ້ອນ​ມີ​ການປະພຶດ​ອັນ​ລ້ຳ​ເລີດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ. ​ແຕ່​ວ່າ, ນັກ​ກິລາ​ຈີນ​ທີ່​ສະ​ເທືອ​ນຈີນ​ຢ່າງ​ແທ້​ຈິງ​​ໃນ​ປີ 2005 ​ແມ່ນ​ທ້າວ​ຕິງ​ຈິ້ນ​ຮຸຍ ຊາວ​ໜຸ່ມ​ທີ່​ມີອາຍຸ​ພຽງ​ແຕ່ 18 ປີ. ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ ​ໃນ​ສະໜາມ​ແຂ່ງຂັນ​ສະນຸກ​ເກີ​ສາກົນ​ປີ 2005 ​ທ້າວ​ຕິງ​ຈິ້ນ​ຮຸຍ​ແມ່ນ​ປະຈັກ​ຕາ​ຄົນ​ກວ່າ​ໝູ່. ພາຍ​ໃນ​ເວລາ​ອັນ​ສັ້ນໆ ຄື 8 ​ເດືອນ, ທ້າວຕິງ​ຈິ້ນຮຸຍ​ໄດ້​​ເຮັດ​ໃຫ້​ເວທີ​ກິລາ​ສະນຸກ​ເກີ​ຂອງໂລກ​ຕົກສະ​ເງີ້ສອງ​ເທື່ອ: ກ່ອນ​ອື່ນ ​ເພິ່ນຊິງ​ໄດ້​ແຊມ​ປຽນ​ໃນ​ງານ​ແຂ່ງຂັນ​ສະນຸກ​ເກີຈີນໂອ​ເພັນທີ່​ຈັດ​ຂຶ້ນ​ໃນ​ເດືອນ​ເມສາ; ​​ໃນ​ເດືອນ​ທັນວາ, ທ້າວ​ຕິງ​ຈິ້ນ​ຮຸຍ​ໄດ້​ສ້າງ​ຄວາມ​ອັດສະຈັນ​​ໃຫຍ່ກວ່າ​ເກົ່າ​ອີກໃນ​ງານ​ແຂ່ງຂັນ​ສະນຸກ​ເກີ​ຊິງ​ຊະນະ​ເລີດ​ອັງກິດ, ​​ເພິ່ນໄດ້​ເອົາ​ຊະນະ​ນັກ​ກິລາ​ເກັ່ງ​ທີ່​ມີ​ຊື່​ສຽງ​ໃນ​ໂລກ 9 ຄົນ​ຕາມໆ​ກັນ, ​ແລ້ວ​ຊິງ​ໄດ້​ແຊມ​ປຽນ​ຂອງ​ງານ​ແຂ່ງຂັນ​ສະນຸກ​ເກີ​ຊິງ​ຊະນ​ະ​ເລີດ​ອັງກິດ​​ເຊິ່ງມີ​ຄວາມ​ສໍາຄັນຖັດຈາກ​ການ​ແຂ່ງຂັນ​ຊິງ​ຊະນະ​​ເລີດຂອງ​ໂລກ, ທັງ​ຍັງ​ໄດ້​ເປັນ​ນັກ​ກິລາ​ທີ່ບໍ່​ແມ່ນຂອງ​ສາມ​ເກາະ​ອັງກິດ​ຜູ່​ທຳ​ອິດ​ທີ່​ຍາດ​ເອົາກຽດສັກ​ສີ​ດັ່ງກ່າວ. ພາຍຫຼັງຊິງ​ໄດ້​ແຊມ​ປຽນ​ແລ້ວ, ທ້າວ​ຕິງ​ຈິ້ນ​ຮຸຍ​ເວົ້າວ່າ:

"ສາມາດ​ຊິງ​ໄດ້​ແຊມ​ປຽນ​ໃນ​ງານ​ແຂ່ງຂັນສະນຸກ​ເກີ​ຢູ່​ອັງກິດ, ​ເວົ້າສຳລັບ​ຕົນ​ເອງ​ແລ້ວ​ແມ່ນ​ການ​ບຸກທະລຸ​ທີ່​ໃຫຍ່ຫຼວງ, ມັນ​ແມ່ນ​ງານ​ແຂ່ງຂັນ​ສະນຸກ​ເກີ​ທີ່​ມີ​ຄວາມ​ສຳຄັນອັນ​ດັບ​ສອງ​ໃນ​ໂລກ, ຂ້າພະ​ເຈົ້າ​ແມ່ນ​ເລີ່​ມ​ແຂ່ງຂັນ​ຈາກ​ຮອບ​ທຳ​ອິດ​ເຊິ່ງ​ແມ່ນ​ຮອບ​​ຕ່ຳ​ສຸດ, ນີ້​ໄດ້​ເພີ່ມ​ຄວາມ​ເຊື່ອ​ໝັ້ນຕົນ​ເອງ​ໃຫ້​ແກ່​ຂ້າພະ​ເຈົ້າ, ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ໄດ້​ຮັບ​ບົດຮຽນ​ຢ່າງຫຼວງຫຼາຍ."

ປີ 2005, ສາມາດ​ເວົ້າ​ໄດ້​ວ່າ ທີ​ມຜະຈົນ​ໄພ​ຂົ້ວ​​ໂລກໃຕ້​ຂອງຈີນ​ແມ່ນ​ໝູ່​ຄະນະ​ກິລາ​ທີ່​ດີ​ເດັ່ນ​ກວ່າ​ໝູ່​. ວັນ​ທີ 16 ທັນວາ, ທີ​ມຜະຈົນ​ໄພ​ຂົ້ວ​ໂລກ​ໃຕ້​ຂອງຈີນ​ທີ່​ປະກອບ​ດ້ວຍ 7 ຄົນ ​ເມື່ອ​ໄດ້​ເດີນ​ຜ່ານ 120 ກິ​ໂລ​ແມັດ​​ເປັນ​ເວລາ 10 ມື້ຢ່າງ​ລຳບາກ​ກາກ​ກຳ​ແລ້ວ, ​ໃນ​ທີ່​ສຸດ​ກໍ່ໄດ້​ໄປ​ຮອດ​ຈຸດ​ຂົ້ວ​ໂລກ​ໃຕ້, ສະມາຊິກສາມ​ຄົນ​ໃນ​ທີ​ມຜະຈົນ​ໄພກອງ​ນີ້ ຄື ທ້າວ​ຫວັງ​ຢົງ​ເຟິງ ຫົວໜ້າ​ທີ​ມປິນພູຈີນ​ກັບທ້າວ​ຊຶ​ໂລ້​ແລະ​ທ້າວ​ລິວ​ຈ້ຽນ ​ເລີຍ​ໄດ້​ສຳ​ເລັດ​ວິລະ​ກຳ​ອັນ​ຍິ່ງ​ໃຫຍ່ຄື "7 ບວກ 2" ໝາຍ​ຄວາມ​ວ່າ​ໄດ້ສຳ​ເລັດ​ການ​​ເຄື່ອນ​ໄຫວ​ຜະຈົນ​ໄພ​ທີ່​ເອົາ​ຊະນະ​ຈອມ​ພູ​​ສູງ​ສຸດ​ຂອງ 7 ມະຫາທະວີບ​ແລະ​​ເອົາ​ຊະນະ​ຈຸດ​ຂົ້ວ​ໂລກ​ໃຕ້​ແລະ​ຈຸດ​ຂົ້ວ​ໂລກ​ເໜືອ. ນີ້​ແມ່ນ​ຄົນ​ຈີນ​ສຳ​ເລັດ​ວິລະ​ກຳ​ອັນ​ຍິ່ງ​ໃຫຍ່ "7 ບວກ 2" ​ເປັນຄັ້ງທຳ​ອິດ, ​ກ່ອນ​ໜ້າ​ນີ້, ​ໃນ​ທົ່ວ​ໂລກ​ມີ​ພຽງ 5 ຄົນ​ເທົ່າ​ນັ້ນ​ໄດ້​ສຳ​ເລັດ​ວິລະ​ກຳ​ອັນ​ຍິ່ງ​ໃຫຍ່​ດັ່ງກ່າວ.

ປີ 2005 ​ແມ່ນ​ປີ​ທຳ​ອິດ​ທີ່​ງານ​ກິລາ​ໂອ​ລິ​ມປິກ​​ໄດ້​ກ້າວເຂົ້າຮອບ​ປັກ​ກິ່ງ, ​ໃນ​ປີ​ 2005 ນີ້, ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ສະດວກ. ວັນ​ທີ 26 ມິຖຸນາ, ​ຄຳ​ຂວັນຫຼັກຂອງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​​ໄດ້​ປະກາດຢ່າງ​ຄຶກຄື້ນ, ທ່ານ​ລິ​ສາງ​ຊຸນ ກຳມະ ການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ປະກາດ​ເນື້ອ​ໃນ​ຄຳ​ຂວັນດັ່ງກ່າວ:
ຄຳ​ຂວັນຫຼັກຂອງ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ​ແມ່ນ "​ໂລກ​ອັນ​ດຽວກັນ ຄວາມ​ຝັນ​ອັນດຽວກັນ".
ວັນ​ທີ 11 ພະຈິກ, ​ໃນ​ເວລາ​ຫ່າງ​ຈາກ​ການ​ເປີດ​ສາກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຍັງ​ມີ 1000 ມື້​ເຕັມໆ, "ຝູຫວາ" ​ເຊິ່ງ​ເປັນ​ຕົວ​ນຳ​ໂຊກຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ ຄື ຕຸກກະຕາ​ຮູບ​ເດັກ 5 ​ໂຕ​ທີ່​ໜ້າ​ຮັກ​ທີ່​ສຸດ ​ໄດ້​ປະກາດ​ຢ່າງ​ຄຶກຄື້ນ. "ຝູຫວາ" ​ແມ່ນ​ທູດ​ໄມຕີ​ຈິດ​ທີ່​ຈີນ​ອຸທິດ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ແລະ​ໂລກ. ຕົວນຳ​​ໂຊກ 5 ​ໂຕດັ່ງກ່າວ​ນີ້ກໍ່​​ໄດ້​ກາຍ​ເປັນ​ຕົວ​ນຳ​​ໂຊກ​ທີ່​ມີ​ຈຳນວນຫຼາຍກວ່າ​ໝູ່​ໃນ​ປະຫວັດ​ງານ​ກິລາ​ໂອ​ລິ​ມປິກ.

ການ​ກໍ່ສ້າງ​ຫໍ​ແລະ​ສະໜາມກິລາ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ສະດວກ, ວັນ​ທີ 18 ຕຸລາ, ຫໍ​ກິລາ​ຂອງມະຫາວິທະຍາ​ໄລ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ປັກ​ກິ່ງ​ເຊິ່ງຈະ​ໃຊ້​​​​ເປັນ​ສະໜາມ​ແຂ່ງຂັນ​ຢູ​ໂດ​ແລະ​ເທ​ຄວນ​ໂດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເລີ່​ມລົງ ມື​ກໍ່ສ້າງ. ​ເມື່ອ​ເປັນ​​ແນວ​ນີ້, ຫໍ​ແລະ​ສະໜາມກິລາ​ຂອງງານ​ກິລາ​ໂອລິ​ມປິກ​ປັກ​ກິ່ງ​ທີ່​ສ້າງ​ໃໝ່ 14 ​ແຫ່ງ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ແລ້ວ. ​ເຈົ້າໜ້າ​ທີ່​ຄະນະ​ກຳມະການຈັດ​ງານ​ກິລາ​​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ, ຫໍ​ແລະ​ສະໜາມກິລາທັງ​ໝົດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ສ້າງ​ສຳ​ເລັດ​ກ່ອນ​ທ້າຍ​ປີ 2007.

ວຽກ​ງານ​ຊັກ​ຊວນ​ພໍ່ຄ້າ​ມາ​ລົງທຶນ​ຂອງງານ​ກິລາ​ໂອ​ລິ​ມປິກ​ກໍ່​ໄດ້​ຮັບ​ຜົນງານ​ທີ່​ໜ້າ​ເພິ່ງ​ພໍ​ໃຈ, ​ແຜນການ​ສະໜັບສະໜູນງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສາມ​ຂັ້ນ​ຄື ​"​ແຜນການ​ຄູ່​ຂາ​ຮ່ວມ​ມື" ​"ແຜນການຜູ່​ສະໜັບສະໜູນ" ​ແລະ "​ແຜນການຜູ່​ສະໜອງ" ​ໄດ້​ເລີ່​ມປະຕິບັດ​ແລ້ວ. ​ວິ​ສາ​ຫະກິດ 10 ​ແຫ່ງ​ໄດ້​ກາຍ​ເປັນ​ຄູ່​ຂາ​ຮ່ວມ​ມື​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ມີ​ວິ​ສາ​ຫະກິດ 9 ​ແຫ່ງ​ໄດ້​ກາຍ​ເປັນ​ຜູ່​ສະໜັບສະໜູນງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລ້ວ. ນອກ​ນີ້, ວຽກ​ງານ​ກະກຽມ​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແລະ​ປ້ອງ​ກັນ​ພະຍາດ​ເປັນຕົ້ນ ກໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ລະດັບ​ຕ່າງ​ກັນ​ໃນ​ປີ 2005.

​ກິລາ​ຈີນ​ໄດ້​ເດີນ​ຜ່ານປີ 2005 ທີ່ບໍ່​ທຳ​ມະ​ດາ, ສ່ວນ​ນັກ​ກິລາ​ຈີນ​ທັງຫຼາຍກໍ່​ຫວັງ​ຢ່າງ​ແຮງ​ກ້າ​ຢາກ​ຍາດ​ໄດ້ຜົນ​ງານ​ດີກ​ວ່າ​ເກົ່າ​ໃນ​ປີ 2006.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ລາຍການ​ໂລກ​ກິລາ​ພາກ​ນີ້​ຂໍ​ຈົບ​ລົງພຽງທໍ່​ນີ້, ຂໍ​ອວຍພອນ​ໃຫ້​ທ່ານ​ຜູ່​ຟັງ​ທັງຫຼາຍຈົ່ງ​ສະບາຍດີ​ໃນ​ປີ​ໃໝ່, ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ, ສະບາຍດີ.