ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-11 20:54:06    
ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​​ເນັ້ນ​ວ່າ ຈະເລັ່ງ​ລັດ​ຊຸກຍູ້​ບາດກ້າວ​ປະດິດ​ສ້າງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຂອງ​ຈີນ

cri Author: cai
ຕາມ​ຂ່າວCRI:ກອງ​ປະຊຸມ​ວິທະຍາສາດ​ເຕັກ​ໂນ​​ໂລ​ຢີທົ່ວ​ປ​ະ​ເທດ​ຈີນທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໄດ້​ອັດ​ລົງ​ໃນ​ວັນ​ທີ 11 ມັງກອນ.ຫວ່າງ​ກ່ອນ​ນີ້,​ໃນ​ເວລາ​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວ,ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກ​ລັດຖະມົນຕີ​ຈີນ​ກ່າວ​ເນັ້ນ​ວ່າ,ຈະເລັ່ງລັດ​ຊຸກຍູ້​ບາດກ້າວ​ປະ​ດິດສ້າງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຂອງ​ຈີນ.

ທ່ານ​ເວີ່ນ​ເຈ່ຍ​ປາວ​ເວົ້າ​ວ່າ,ການ​ປະດິດ​ສ້າງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ແມ່ນ​ວິນ​ຍານ​ຂອງ​ການ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ,​ແມ່ນ​ກຳລັງດັນທີ່​ບໍ່​ສຸດ​ສ້ຽງ​ແຫ່ງການ​ພັດທະນາ​ຂອງ​ຊາດ​ໜຶ່ງ,ຕ້ອງ​ຖື​ການ​ຍົກ​ຄວາມ​ສາມາດ​ປະດິດ​ສ້າງ​​ຢ່າງເປັນ​ເຈົ້າ​ຕົນ​ເອງ​ໃຫ້​ສູງ​ຂຶ້ນ​ເປັນ​ການ​ເລືອກ​​ເອົາ​ອັນ​ດັບ​ໜຶ່ງ​ໃນ​ການ​ຍົກ​ກຳລັງ​​ແກ່ງ​ແຍ່ງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ໃຫ້​ສູງ​ຂຶ້ນ.ທ່ານ​ເວົ້າວ່າ,ຈີນ​ຈະວາງ​ແລະ​ປະຕິບັດ​ນ​ະ​ໂຍບາຍ​​ແລະ​ມາດ​ຕະການ​ທີ່​ສົ່ງ​ເສີມ​ການ​ປະດິດ​ສ້າງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ,ຜ່ານ​ຈາກ​ນະ​ໂຍບາຍ​ເກັບ​ພາສີ​ມາກະ​ດຸກ​ຊຸກຍູ້ວິ​ສາ​ຫະກິດ​ເພີ່ມ​ການ​ລົງທຶນ​ເຂົ້າ​ໃນ​ການ​ຄົ້ນຄວ້າ​ພັດທະນາ,ພ້ອມ​ກັນ​ນັ້ນ,​ເພີ່ມຄວາມ​ແຮງ​ໃນ​ການ​ປົກ​ປັກ​ຮັກສາ​ສິດ​ຊັບ​ສິນ​ທາງ​ປັນຍາ,ກວດກາ​ຊຳລະ​ແລະ​ລົງ​ໂທດການ​ກະທຳຜິດ​ກົດໝາຍທີ່​ລ່ວງລະ​ເມີດສິດປະ​ເພດຕ່າງໆ​ຢ່າງ​​ເດັດດ່ຽວ.

ທ່ານ​ເວີ່ນ​ເຈ່ຍ​ປາວ​ຍັງ​ກ່າວ​ເນັ້ນ​ວ່າ,ຕໍ່​ໄປ​ພາຍ​ໜ້າ,ຈີນ​ຈະວາງ​ການ​ພັດທະນາ​ພະລັງງານ ການ​ຮັກສາ​ສິ່ງ​ແວດ​ລ້ອມ​ຊັບພະຍາກອນ​ນ້ຳ​ໄວ້​ຢູ່​ຖານະບູລິ​ມະ​ສິດ;ພະຍາຍາມ​ກຳ​ສິດ​ຊັບ​ສິນ​ທາງ​ປັນຍາ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ເຕັກນິກ​ແກນ​ກາງຂອງ​ຂະ​ແໜງການ​ຜະລິດ​ອຸປະກອນ​ແລະ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ;​ເລັ່ງລັດ​ພັດທະນາ​ເຕັກນິກ​ຊີວະ​ຊາດ​ແລະ​​ເຕັກນິກ​ທະ​ເລ;​ເພີ່ມ​ທະວີ​ການ​ຄົ້ນຄວ້າວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຢີພື້ນຖານ​ແລະ​ເຕັກນິກ​​ແນວໜ້າ,​ເພື່ອ​ເລັ່ງລັດ​ຊຸກຍູ້​​ການ​ພັດທະນາ​ຂອງ​ພາລະກິດ​ວິທະຍາສາດ​ເຕັກ​ໂນ​​ໂລ​ຢີຂອງ​ຈີນ​.