ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-12 11:08:31    
ເຈົ້າ​ໜ້າ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ​ຮູ້​ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ມາດ​ຕະ​ການ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ຂອງ​ຕວກ​ກີ

cri
ຕາມຂ່າວCRI,ວັນທີ11ມັງກອນ,ຢູ່ອັງກາລາ,​ທ່ານ​ມາກ ດານ​ຊົນ​ຜູ່​ຮັບ​ຜິດ ຊອບ​ພາກ​ພື້ນ​ເອີ​ລົບ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ເຣເຊັບ ອັກ​ດາກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຕວກ​ກີ.​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ການ​ເຈ​ລະ​ຈາ,​ທ່ານ​ດານ​ຊົນ​ກ່າວ​ວ່າ,​ອົງ​ການ​ດັ່ງ​ກ່າວ​ຮູ້​ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ມາດ​ຕະ​ການ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ຂອງ​ລັດ​ຖະ​ບານ​ຕວກ​ກີ.

ມື້​ດຽວ​ກັນ,​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ທີ່​ຮັບຜິດຊອບ​ສຸຂະພາບ​ຂອງ​ສັດ​ຂອງ​ອົງ​ການ​ຟາວ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ,​ເຖິງ​ວ່າ​ຕວກ​ກີ​ໄດ້​ໃຊ້​ມາດ​ຕະ​ການ​ແລ້ວ​ກໍ​ຕາມ,​ແຕ່​ວ່າ​ເຊື້ອ​ໂຣກ​ໄຂ້​ຫວັດ​ສັດ​ປີກ​ອາດ​ພວມ​ແຜ່​ລະ​ບາດ​ຢູ່​ຕວກ​ກີ.​ອົງ​ການ​ຟາ​ວຮຽກ​ຈິ່ງ​ຮ້ອງ​ໃຫ້​ປະ​ເທດ​ໃກ້​ຄຽງ​ຂອງ​ຕວກ​ກີ​ຍົກ​ສະ​ຕິ​ລະ​ວັງ​ຕົວ​ໃຫ້​ສູງ​ຂຶ້ນ.

ຍ້ອນ​ສະພາບ​ໄຂ້ຫວັດ​ສັດ​ປີກ​ຂອງ​ຕວກກີ​ ​ນັບ​ມື້​ນັບ​ຮ້າຍ​ແຮງ,​ວັນ​ທີ​11​ມັງ​ກອນ,​ສະ​ຫະ​ພາບ​ເອີ​ລົບ​ໄດ້​ປະກາດ​ເລື່ອນ​ເວລາປະຕິບັດ​ແຜນການ​ຕິດຕາມ​ຄວບ​ຄຸມ​ນົກ​ປ່າ​ໄປ​ຮອດ​ທ້າຍ​ປີ2006.

ນອກ​ນີ້,ຂ່າວ​ແຈ້ງວ່າ,ວັນ​ທີ11​ມັງກອນ,ກະຊວງ​ກະສິກຳ​ລູມາ​ນີປະກາດ​ວ່າ,​ອີງ​ຕາມ​ຜົນ​ການ​ກວດ​ກາ​ຫຼ້າ​ສຸດ,ຢູ່ພາກ​ຕາ​ເວັນ​ອອກ​ຂອງ​ລູມາ​ນີ​ໄດ້​ມີ​ອີກ​ສອງ​ບ່ອນ​ເກີດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ,​ແຕ່​ຍັງ​ບໍ່​ທັນ​ມີ​ຄົນ​ຕິດ​ເຊື້ອ​ໂຣກ​ໄຂ້ຫວັດ​ສັດ​ປີກຢູ່​ລູມາ​ນີ.