ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-12 14:25:27    
ຂະ​ແໜງ​ການ​ປະ​ຊຸມ​ແລະ​ວາງ​ສະ​ແດງ​ຂອງ​ຈີນ​ຮ່ວມ​ກັນ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນທີ11ມັງກອນ, ​ຢູ່​ກວາງ​ໂຈ່​ວ ​ເມືອງ​ພາກ​ໃຕ້​ຂອງ​ຈີນ​ໄດ້​ປະ​ກາດ​ຖະ​ແຫຼງ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ທີ່​ມີ​ອົງ​ການ​​ຂະ​ແໜງ​ການ​ປະຊຸມ​ແລະ​ວາງ​ສະ​ແດງ​ຈີນ​ເກືອບ​ໜຶ່ງ​ພັນ​ຫຼັງ ​ຮ່ວມ​ກັນ​ລົງ​ນາມ​.ຖະ​ແຫຼ​ງການ​ຂຽນ​ວ່າ,​ອົງ​ການ​ເຫຼົ່າ​ນີ້​ຂອງ​ຈີນ​ຫຼີກ​ເວັ້ນ​ບໍ່​ໃຫ້​ມີ​ການ​ກະ​ທຳ​ລ່ວງ​ລ້ຳ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ເຊັ່ນ​ລັກ​ລອກ​ແບບ​ເປັນ​ຕົ້ນ​ໃນ​ງານ​ວາງ​ສະ​ແດງ​ທີ່​ພວກ​ເຂົາ​ເຈົ້າ​ຈັດ​ຂຶ້ນ.

ຖະ​ແຫຼ​ງການ​ດັ່ງກ່າວຖືກ​ປະ​ກາດ​ໃນ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ດ້ານ​ການ​ປະ​ຊຸມ​ແລະ​ວາງ​ສະ​ແດງ​ສາ​ກົນ​ຈີນ​ທີ່​ພວມ​ດຳ​ເນີນ​ຢູ່.​ໃນ​ໄລ​ຍະ​ຈັດ​ເວ​ທີ​ປາ​ໄສ​ເທື່ອ​ນີ້,​ຄະ​ນະ​ກຳ​ມະ​ການ​ສົ່ງ​ເສີມ​ການ​ຄ້າ​ສາກົນ​ຈີນ​ ​ກັບ​ສະ​ມາ​ຄົມ​ຄຸ້ມ​ຄອງ​ການ​ວາງ​ສະ​ແດງ​ສາ​ກົນ​ທີ່​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ຢູ່​ອາ​ເມ​ລິ​ກາ​ຍັງ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ"​ຖະ​ແຫຼງ​ການ​ຮ່ວມ​ຂອງ​ຂະ​ແໜງ​ການ​ປະ​ຊຸມ​ແລະ​ວາງ​ສະ​ແດງ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ.​ໃນ​ຖະ​ແຫຼງ​ການ​ດັ່ງ​ກ່າວ,​ສອງ​ຝ່າຍ​ກ່າວ​ວ່າ,​ສະ​ໜັບ​ສະ​ໜູນ​ການ​ປົກ​ປ້ອງ​ຢ່າງ​ສົມ​ເຫດ​ສົມ​ຜົນ​ຕໍ່​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ນັກ​ທຸ​ລະ​ກິດ​ໃນ​ເວລາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ,ພ້ອມ​ກັນ​ເອົາ​ໃຈ​ໃສ່​ນຳ​ການ​ກະ​ທຳ​ທີ່​ລັກ​ລອກ​ແບບ​ສິດ​ຊັບ​ສິນ​ທາງ​ປັນຍາ.