|
 |
(GMT+08:00)
2006-01-12 14:38:07
|
 |
ຈີນເປີດກວ້າງຂອບເຂດປະຕິບັດລະບອບປະກັນໄພດ້ານການບາດເຈັບຍ້ອນວຽກ
cri
ຕາມໜັງສືພິມເຢິນມິນຢື້ປ້າວຂອງຈີນ,ຈີນຈະເປີດກວ້າງຂອບເຂດປະຕິບັດລະບອບປະກັນໄພດ້ານການບາດເຈັບຍ້ອນວຽກ,ຜູ່ເຮັດວຽກຢູ່ໜ່ວຍງານພາລະກິດແລະອົງການຈັດຕັ້ງປະຊາຊົນທີ່ບໍ່ຫາຜົນກຳໄລຈະໄດ້ຮັບການປະກັນໄພບາດເຈັບຍ້ອນວຽກ.
ວັນທີ11ມັງກອນ,ກະຊວງແຮງງານແລະປະກັນສັງຄົມຈີນໄດ້ປະກາດຂ່າວດັ່ງກ່າວ.ຕາມແນະນຳວ່າ, ລະບອບປະກັນໄພ ບາດເຈັບຍ້ອນວຽກທີ່ຈີນປະຕິບັດໃນປັດຈຸບັນຕົ້ນຕໍແມ່ນປະຕິບັດຢູ່ໃນພາລະກອນວິສາຫະກິດ.ຄຽງຄູ່ກັບຂອບເຂດປະຕິບັດລະບອບດັ່ງກ່າວຂະຫຍາຍກວ້າງອອກ,ຕໍ່ໄປພາຍໜ້າ,ຜູ່ເຮັດວຽກຢູ່ໜ່ວຍງານພາລະກິດຖືກບາດເຈັບຍ້ອນວຽກຫຼືເປັນພະຍາດອາຊີບຈະໄດ້ຮັບການປະກັນໄພ.
ໜ່ວຍງານພາລະກິດຂອງຈີນລວມທັງໜ່ວຍງານສາທາລະນະປະໂຫຍດແລະໜ່ວຍງານທີ່ໄດ້ຮັບການສະໜັບສະໜູນຈາກອົງການປົກຄອງເຊັ່ນມະຫາວິທະຍາໄລ,ໂຮງໝໍ,ສື່ມວນຊົນແລະອົງການຄົ້ນຄວ້າເປັນຕົ້ນ.ປັດຈຸບັນ,ມີຜູ່ປະຕິບັດງານຫຼາຍກວ່າ27ລ້ານກວ່າຄົນ.
|
|
|