ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-12 14:50:59    
ຈັງ​ຫວະ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ເຂດ​ຕິ​ເບດ​ຈີນ​​ລື່ນ​ກາຍ12% 5​ປີ​ລຽນ​ຕິດ

cri Author: zhangshuo
ຕາມ​ຂ່າວສານ​ຊິນ​ຮວາ:ປີ2005,GDPຂອງ​ເຂດ​ຕິ​ເບ​ດປົກຄອງ​ຕົນ​ເອງ​ຂອງ​ຈີນ​ໄດ້​ລື່ນ​ກາຍ25​ຕື້​ຢວນ,ຈັງຫວະ​ເຕີບ​ໂຕຂອງ​ເສດຖະກິດ​ໄດ້​ລື່ນ​ກາຍ12%​ 5ປີ​ລຽນຕິດ.

ຕາມ​ແນະນຳ​ວ່າ,​ໃນ​5ປີ​ມາ​ນີ້,​ໃຕ້​ການ​ສະໜັບສະໜູນ​ຢ່າງແຂງ​ແຮງ​ຂອງ​ລັດ​ຖະ​ບານ​ກາງ​ແລະ​ແຂວງ​ອື່ນໆຂອງ​ຈີນ,​ເສດຖະກິດ​ຕິ​ເບ​ດ​ໄດ້ພັດທະນາ​ຢ່າງສືບ​ເນື່ອງ ​ວ່ອງ​ໄວ​​ແລະ​ປອດ​ໄສ.​ໃນ5ປີ​ມາ​ນີ້,ນັບ​ລວມ​ເຂົ້າກັນ​ແລ້ວ,​ເຂດ​ຕິ​ເບ​ດ​ໄດ້ສຳ​ເລັດ​ການ​ລົງ​ທຶນ​ຊັບ​ສິນ​ຄົງ​ທີ່​​ໃນທົ່ວ​ສັງ​ຄົມເກືອບ69​ຕື້​ຢວນ,​ໃນ​ນັ້ນ,ລັດ​ໄດ້​ລົງທຶນ​50ກວ່າ​ຕື້​ຢວນ.

ປະຈຸ​ບັບນີ້,​ກິດຈະການ​ອັນ​​ໃຫຍ່ຫຼວງ ​ເຊັ່ນ​ທາງ​ລົດ​​ໄຟ ​ເດີ່ນຍົນ​ແລະ​​ໂຮງ​ໄຟຟ້າ​ນ້ຳຕົກ​​ເປັນ​ຕົ້ນ​ຂອງ​ເຂດ​ຕິ​ເບດ​ພວມ​ກໍ່​ສ້າງ​ຢ່າງ​ສະ​ດວກ,​ບັນ​ຫາ​ທີ່​ພື້ນ​ຖານ​ໂຄງ​ລ່າງ​ຫຼ້າຫຼັງ​ທີ່​ຜູກ​ຂາດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຕິ​ເບ​ດໄດ້​ຮັບ​ການ​ຜ່ອນ​ຄາຍ​ລົງ​ແລະ​ປົວ​ແປງ​ໃຫ້​ດີ​ຂຶ້ນ.​ອຸດ​ສາ​ຫະ​ກຳ​ສຳ​ຄັນ​ຂອງ​ເຂດ​ຕິ​ເບ​ດ​ໄດ້​ຈາກ​ກະ​ສິ​ກຳ​ກາຍ​ເປັນ​ອຸດ​ສາ​ຫະ​ກຳ​ທີ​ສາມ​ທີ່​ຖື​ຂະ​ແໜງ​ການ​ບໍ​ລິ​ການ​ເປັນ​ຫຼັກ,​ຊາວ​ກະ​ສິ​ກອນ​ແລະ​ຊາວ​ລ້ຽງ​ສັດ​ໄດ້​ມີ​ລາຍ​ໄດ້​ເພີ່ມ​ຫຼາຍ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.