ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-12 15:35:46    
ມື້​ໃດ​ກໍ​ແມ່ນ​ມື້​ສັນ​ວັນ​ດີ(ສຽງ)

cri Author: shuo


ທີ່​ນີ້​ວິທະຍຸ​ສາກົນ​ແຫ່​ງປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​​ເຄົາລົບ,ມື້​ນີ້​ແມ່ນ​ມື້​ຂຶ້ນປີ​ໃໝ່ປີ 2006,​ໃນ​ວັນ​ສິລິມຸງຄຸນ​ນີ້,ດີ​ໃຈ​ຫຼາຍທີ່​ໄດ້​ພົບ​ກັບ​ທ່ານ​​ໃນ​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​. ຂ້າພະ​ເຈົ້າ​ແມ່ນ​​ສົມບູນ.ຢູ່​ແຫ່ງ​ນີ້​,ຂ້າພະ​ເຈົ້າຂໍ​ເວົ້າ"ສະບາຍດີ​ປີ​ໃໝ່"ຕໍ່ທ່ານຜູ້ຟັງທີ່​ຮັກ​ແພງ.​ໃນ​ລາຍການມື້ນີ້,ຂ້າພະ​ເຈົ້າຂໍ​ແນະນຳເພງ​ປະມວນ​ໜຶ່ງທີ່​ມ່ວນ​ຊື່ນ​ໜ້າ​ຟັງ,​ເພື່ອສົ່ງ ຄວາມ​ອວຍພອນປີ​ໃໝ່​ມາ​ນຳ​ສຽງ​ເພງ.ກ່ອນ​ອື່ນ​ເຊີນ​ຟັງ​ເພງsong gei ni "ຂໍ​ມອບ​ໃຫ້​ເຈົ້າ"ທີ່​ຂັບ​ຮ້ອງ​ໂດຍ​ທ່ານ​ເວີ້​ຍ​ຈິ່ນຕົ້ງ​ແລະ​ນາງ​ລິວ​ຢູ້ຫວັນ.​ເພງ​ນີ້​ມີ​ທຳນອງ​ມ່ວນ​ຊື່ນ​ຫຼ່ຽນ​ໄຫຼ,​ພໍດີ​ເມາະ​ກັບ​ບັນຍາ​ກາດ​ມ່ວນ​ຊື່ນ​ສິລິມຸງຄຸນ​ຂອງ​ບຸນປີ​ໃໝ່.​ເພງ​ນີ້​ມີ​ເນື້ອ​ຮ້ອງ​ວ່າ: "ຂໍ​ມອບສິລິ​ມຸງຄຸນ​ໃຫ້​ເຈົ້າ,ຂໍ​ມອບ​ຄວາມ​ມ່ວນ​ຊື່ນ​ໃຫ້​ເຈົ້າ,ຂໍ​ສົ່ງ​ຄວາມສຸກ​ຂະພາບ​ໃຫ້ ເຈົ້າ,ຂໍ​ສົ່ງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​​ໃຫ້​ເຈົ້າ,ຂໍ​ສົ່ງ​ຄວາມສຸກ​ໃຫ້​ເຈົ້າ,ຂໍ​ໃຫ້​ເຈົ້າ,ຂໍ​ໃຫ້​​ເຈົ້າຢູ່ດີມີ​ແຮງ, ປະສົບ​ແຕ່​ຄວາມສຸກ ເບີກບານ​ມ່ວນ​ຊື່ນ ສິລິ​ມຸງຄຸນ."

ເພງ "ຂໍ​ມອບ​ໃຫ້​ເຈົ້າ"ທີ່​ຟົດ​ຟື້ນ​ ​ມ່ວນ​ຊື່ນ​ໄດ້​ນຳ​ເອົາ​ບັນຍາກາດ​ມ່ວນ​ຊື່ນ​ໃນ​ວັນ​ບຸນ​ມາ​ຍັງ ພວກ​ເຮົາ.ຕໍ່​​ໄປ,​ເຊີນ​ຟັງ​ເພງni rang wo gan dong "​ເຈົ້າ​ເຮັດ​ໃຫ້​ຂ້ອຍ​ກະ​ຕຸ້ນ​ໃຈ"ທີ່​ຂັບ​ຮ້ອງ​ໂດຍ​ນາງ ເຊິ​ນສື່​ສື່.​ໃນ​ເພງ​ມີ​ເນື້ອ​ຮ້ອງວ່າ: "ຂໍ​​ໃຫ້​ເຈົ້າ​ຍີ້ມຢ່າງ​ຊື່ນ​ໃຈທຸກ​ມື້​ທຸກນາທີ,​​ໃນຊີວິດ​ທີ່​ທຳ​ມະ​ດາ​ ມ່ວນ​ຊື່ນ​ແລະ​ສະບາຍ​ໃຈ.ຂໍ​ອວຍພອນ​ໃຫ້​ເຈົ້າຈົ່ງ​ສົມ​ຫວັງ​ທຸກ​ມື້​ທຸກ​ນາທີ,​ເຖິງ​ວ່າ​ເວລາຈະ​ຜ່ານ​ໄປວັບໆ,​ດອກ​ໄມ້​ແດງ​ກໍ​ບານ​ເຮື່ອ​ເຮືອງ."

​ໃນວັນ​ບຸນ​ທີ່​ມ່ວນ​ຊື່ນ​ນີ້,​ຜູ້​ຢູ່​ໄກ​ບ້ານ​ຍ່ອມ​ຄິດ​ຮອດ​ຄິດ​ເຖິງ​​ຄອບຄົວ,"ສະບາຍດີ​ປີ​ໃໝ່,ຄອບ​ ຄົວ​ຂອງຂ້ອຍ,​ຂ້ອຍ​ບໍ່​ຢູ່​​ເຮຶອນ,ພວກເຈົ້າກໍຍັງ​ຄ່ອຍ​ຢູ່​ບໍ່?"​ເຊີນ​ຟັງ​ເພງxin nian kuai le "ສະບາຍດີ​ປີ​ໃໝ່"ທີ່​ຂັບ​ຮ້ອງ​ໂດຍ​ວົງ​ດົນຕີ​shui mu nian hua ເຊິ່ງປະກອບ​ດ້ວຍສຽງ ຊາຍ​ສອງ​ຄົນ.

​ເພື່ອນ​ຜູ້​ຟັງ,ທີ່​ຟັງ​ມານັ້ນ​ແມ່ນເພງxin nian kuai le "ສະບາຍດີ​ປີ​ໃໝ່"ທີ່​ຂັບ​ຮ້ອງ​ໂດຍ​ວົງ​ດົນຕີ​ shui mu nian hua. ຕໍ່​ໄປ​,​ເຊີນ​ຟັງ​ເພງyue lai yue hao"ນັບ​ມື້​ນັບ​ດີ​ຂຶ້ນ" ທີ່​ຂັບ​ຮ້ອງ​ໂດຍ​ນາງ​ຊົ້ງຈູ​ຢິ່ງ ນັກຮ້ອງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ.​ເພງ​ນີ້​ໄດ້​ສະ​ແດງ​ຄວາມ​ຮັກຫອມ​ແລະ​ສັນລະ​ເສີນຊີວິ​ດອັນສຸກ​ສັນຂອງ​ຄົນ​ທັງຫຼາຍ,​ເນື້ອ​​ເພງ​ເຂົ້າໃຈງ່າຍ,ທຳນອງ ອອນຊອນ​ ​ຫຼ່ຽນ​ໄຫຼ.

ທີ່​​ຟັງ​ມານັ້ນ​ແມ່ນ​ເພງyue lai yue hao"ນັບ​ມື້​ນັບ​ດີ​ຂຶ້ນ" ທີ່​ຂັບ​ຮ້ອງ​ໂດຍ​ນາງ​ຊົ້ງຈູ​ຢິ່ງ.
​ສຸດ​ທ້າຍ,​ເຊີນ​ຟັງ​ເພງtian tian hao shi guang"ມື້​​ໃດ​ກໍແມ່ນມື້​ສັນ​ວັນ​ດີ"ທີ່​ຂັບ​ຮ້ອງ​ໂດຍນາງ​ຖ່າງຊ້ານ ນັກ​ຮ້ອງ​ເພງ​ໄວ​ໜຸ່ມ.​ໃນ​ເພງ​ນີ້​ມີ​ເນື້ອ​ຮ້ອງ​ວ່າ: "ຂໍ​ໃຫ້​ຄຳຖາມ​ຂ່າວ​ອັນ​ອ່ອນ​ຫວານ,​ເລື່​ອນລອຍ​​ໄປ​ຕາມ​ສາຍ​ລົມ.ຂໍ​ໃຫ້​ຄຳ​ອວຍພອນ​ອັນຈິງ​ໃຈ,ນຳ​​ເອົາຄວາມ​ຫວັງໃໝ່ມາ​ໃຫ້.ຂໍ​ໃຫ້​ຄວາມ​​ຝັນ​ອັນ​ຈົບງາມ​ໄປ​ຄຽງ​ຄູ່​ກັບ​ມື້ສັນ​ວັນ​ດີ​ທຸ​ກໆ​ວັນ".ພວກ​ເຮົາຂໍ​ອວຍພອນ​ໃຫ້​ເພື່ອນຜູ້​ຟັງ​ທັງຫຼາຍຈົ່ງ​ມີ​​ແຕ່ຄວາມ​ຈົບງາມຢູ່​ຄຽງ​ຂ້າງ ທຸກໆ​ວັນ.

ທ່ານຜູ້​ຟັງ,​ໃນ​ສຽງ​ເພງ​ທີ່​ມ່ວນ​ອອນຊອນ,ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ພາກ​ນີ້ກໍສ້ຽງ​ສຸດ​ລົງ​​ແລ້ວ,ຄຶດ​ວ່າ​ລາຍການ​ຂອງ​ພວກ​ເຮົາຄົງ​ໄດ້​​ເສີມ​ບັນຍາກາດ​ມ່ວນ​ຊື່ນ​ໃຫ້​​​​ແກ່ທ່ານໃນ​ ຄ່ຳຄືນມື້​ນີ້.ໃນ​ປີ​ໃໝ່​ປີ2006,ຂໍ​ໃຫ້​ທ່ານ​ຈົ່ງ​ມີສຸຂະພາບ​ແຂງ​ແຮງ,ວຽກ​ງານ​ປະ​ສົບ​ແຕ່​ຜົນ ສຳ​ເລັດ​​ແລະ​ສົມ​ຫວັງ​ທຸກປະການ​.ຂອບ​ໃຈ​ທ່ານ​ທີ່ຮັບ​ຟັງ,ສະບາຍດີ.