ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-12 17:24:40    
ລັດຖະບານ​ຈີນ​ປະ​ກາດ​ເອ​ກະ​ສານ​ນະ​ໂຍ​ບາຍ​ຕໍ່​ອາ​ຝຼິ​ກາ

cri
ຕາມ​ຂ່າວCRI: ວັນ​ທີ 12 ມັງກອນ, ​ລັດຖະບານ​ຈີນ​ໄດ້ປະກາດ​ເອ​ກະ​ສານ​ນະ​ໂຍ​ບາຍ​ຕໍ່​ອາ​ຝຼິກາ​ເປັນ​ເທື່ອ​ທຳ​ອິດ. ​ເອກະສານ​ດັ່ງກ່າວ​ໄດ້​ວາງ​ແຜນ​ຕໍ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ເມືອງ, ​ເສດຖະກິດ, ວັດທະ​ນະທຳ​​ແລະ​ສັງຄົມ​ເປັນ​ຕົ້ນ​ລະຫວ່າງ​ສອງ​ຝ່າຍ​ໃນ​ໄລຍະ​ຂ້າງ​ໜ້າ.

ເອກະ​ສານ​ສະບັບ​ນີ້​ຍັງ​ຊີ້​ອອກ​ວ່າ, ລັດຖະບານ​ຈີນ​ໄດ້​ເລີ່ມ​ຈາກ​ຜົນ​ປະ​ໂຫຍດ​ກົກ​ຮາກ​ຂອງ​ປະຊາ​ຊົນ​ຈີນ​ແລະ​ປະຊາຊົນ​ອາ​ຝຼິກາ, ສຸມ​ກຳລັງ​ເຂົ້າ​ໃນ​ການ​ສ້າງ​ແລະ​ຂະ​ຫຍາຍ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ແບບ​ໃໝ່​ທີ່​ສະ​ເໝີ​ພາບ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນດ້ານ​ການ​ເມືອງ, ຮ່ວມ​ມື​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ດ້ານ​ເສດຖະກິດ, ​ແລກ​ປ່ຽນ​ກັນ​ແລະ​ຖອດ​ຖອນບົດຮຽນ​ກັນ​ໃນ​ດ້ານ​ວັດທະ​ນະທຳ​ລະຫວ່າງ​ຈີນ​ກັບ​ອາ​ຝຼິກາ.

ວັນ​ທີ 12 ມັງກອນ, ທ່ານ​ລູກົວ​ເຈິ່ງ ຜູ້​ຊ່ອຍ​ລັດຖະ​ມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ວ່າ, ປີ​ນີ້​ແມ່ນ​ປີ​ທີ່​ປະ​ເທດຈີນ​ໃໝ່​ກັບ​ປະ​ເທດອາ​ຝຼິກາ​ສ້າງ​ສາຍ​ສຳພັນ​ທາງ​ການ​ທູດ​ຄົບຮອບ 50 ປີ, ຈີນ​ປະກາດ​ເອກະສານ​ນະ​ໂຍບາຍ​ຕໍ່​ອາ​ຝຼິກາ​ແມ່ນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ອັນ​ສຳຄັນ​ລາຍໜຶ່ງ​ຂອງ​ລັດຖະບານ​ຈີນ. ທ່ານ​ເຊື່ອໝັ້ນ​ວ່າ, ນະ​ໂຍບາຍ​ຕໍ່​ອາ​ຝຼິກາ​ຂອງ​ຈີນ​ຈະ​ປັບປຸງ​ແລະ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ດ້ວຍ​ໄມ​ຕີ​ຈິດ​ລະຫວ່າງ​ຈີນ​ກັບ​ອາ​ຝຼິກາ​​ຕື່ມ​ອີກ, ​ແລະ​ຊຸກ​ຍູ້​ປະຊາ​ຄົມ​ໂລກ​ຍິ່ງ​ເອົາ​ໃຈ​ໃສ່​​ແລະ​​ໃຫ້​ຄວາມ​ສຳຄັນ​ນຳ​ອາ​ຝຼິກາ​ຫຼາຍ​ກວ່າ​ເກົ່າ.