ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-12 18:45:21    
ຝ່າຍ​ຈີນ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ຂອງ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ພ້ອມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ​ສືບ​ຕໍ່​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ຂອງ​ການ​ເຈ​ລະ​ຈາ

cri
ຕາມ​ຂ່າວCRI: ວັນ​ທີ 12 ມັງກອນ, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຂົງຊວນ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ທ່ານ​ວູຕ້າ​ເວີຍ ລັດຖະ​ມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກັບ​ທ່ານ​ຮິ​ວ ຜູ້​ຊ່ອຍ​ລັດ​ມະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ຈັດການ​ພົບ​ປະ​ເຈລະຈາ​ໃນ​ມື້​ດຽວ​ກັນ. ຝ່າຍ​ຈີນ​ຫວັງ​ໃຫ້​​ບັນດາ​ຝ່າຍ​ຂອງ​ການ​ເຈລະຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ​ສືບ​ຕໍ່​ຊຸກ​ຍູ້​ຂະ​ບວນ​ວິວັດ​ຂອງ​ການ​ເຈລະຈາ.

ທ່ານ​ຂົງຊວນ​ເວົ້າ​ວ່າ, ຫົວ​ຂໍ້​ຕົ້ນຕໍ​ຂອງ​ການ​ພົບ​ປະ​ເຈລະຈາ​ຂອງ​ສອງຝ່າຍ​ແມ່ນ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ແລະ​ການ​ເຈລະຈາ​ຫົກ​ຝ່າຍ. ຝ່າຍ​ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍ​ຂອງ​ການ​ເຈລະຈາ​ສາມາດ​ທຳ​ຄວາມ​ພະຍາຍາມ​ພ້ອມ​ກັນ, ຊຳລະ​ບັນຫາ​ທີ່​ພວມ​ປະ​ເຊີນ​ໃນ​ສະ​ເພາະ​ໜ້າ​ນີ້​ໂດຍ​ຜ່ານ​ຈາກ​ການ​ສົນທະນາ​ແລະ​ການ​ແລກປ່ຽນ.