ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-13 15:43:15    
ເລື່ອງດື່ມ ນ້ຳຊາ​ໃນ​​ເວລາ​ໃດ​ບໍ່​ຖືກ​ຫຼັກ​ວິທະຍາສາດ​ແລະ​ບໍ່​ມີ​ຜົນ​ດີ​ຕໍ່​ສຸຂະພາບ(ສຽງ)

cri



ໃນ​ຊີວິດ​ປະຈຳ​ວັນ​ຂອງ​ພວກ​ເຮົາ,ມີ​ຫລາຍໆ​ຄົນ​ມັກດື່ມ ນ້ຳຊາ.ຄັນ​ຊັ້ນ​,ຮູ້ຈັກ​ບໍ່​ວ່າ, ດຶ່ມ​ນ້ຳ​ຊາ​ໃນ​​ເວລາ​ໃດ​ບໍ່​ຖືກ​ຫຼັກ​ວິທະຍາສາດ​ແລະ​ບໍ່​ມີ​ຜົນ​ດີ​ຕໍ່​ສຸຂະພາບ​ຂອງ​ຕົນ

ຫນຶ່ງ:ບໍ່​ຄວນ​ດຶ່ມ​ນ້ຳຊາ​ໃນ​ຍາມ​ທ້ອງ​ຜູກ:ຍ້ອນ​ວ່າ​ໃນ​ໃບຊາ​ມີ​​ເຫດ​ວັດຖຸ​ຫນຶ່ງ​ຈະ​ຫຼຸດ​ປະລິມານ​ເນື້ອ​ເຍື່ອລຳ​ໄສ້​ແລະ​ກະ​ເພາະ​ອາຫານ,​ແລ້ວ ກະທົບກະ​ເທືອ​ນ​ເຖິງ​ສັບພະ​ຄຸນຍ່ອຍ​ອາຫານແລະດູ​ດຮັບ ອາຫານ,​ເຮັດ​ໃຫ້​ອາຈົມ​ແຫ້ງ, ​ທ້ອງຜູກຈະຮ້າຍ​ແຮງ​ຕື່ມ.

ສອງ:​ ບໍ່​ຄວນດື່ມນ້ຳ​ຊາໃນ​​ເວລາເສັ້ນປະສາດອ່ອນ​ເພຍ​ຫຼືນອນ​ບໍ່​ຫຼັບ:ຍ້ອນ​ດ່າງ​ກາ​ເຟ​ໃນ​ໃບຊາ​ມີ​ບົດບາດ​ກະຕກຸ​ເສັ້ນປະສາດ​ກາງຂອງ​ ຄົນ​ຢ່າງ​ຫຼວງ​ຫຼາຍ,ການດື່ມມນ້ຳຊາ​ໂດຍ​ສະ​ເພາະ​ແມ່ນດື່ມນ້ຳຊາປຸກ,ຈະ​ເຮັດ​ໃຫ້​ສະຫມອງ​ຄົນ​ຕົກຢູ່​ໃນ​ສະພາບ​ຕື່ນ​ເຕັ້ນ​ເກີນ​ຄວນ​ແລ້ວ​ບໍ່​ໄດ້​ພັກຜ່ອນ.

ສາມ:​ ດື່ມ​ນ້ຳຊາ​​ໃນ​ຍາມ​ກະ​ເພາະ​ອາຫານ​ເປັນ​ແຜ:ກ່ອນຈະ​ຫລື​ຫລັງ​ອາຫານ​ດື່ມນ້ຳຊາ​ຫລາຍ​ຈະ​ເຮັດ​ໃຫ້​ນ້ຳ​ເມືອກ​ໃນກະ​ເພາະ​ອາຫານຈາງ​ລົງ​ເຊິ່ງຈະ​ກະທົບກະ​ເທືອ​ນ​ເຖິງ​ການ​ຍ່ອຍ​ອາຫານ.ຖ້າ​ດື່ມ ນ້ຳຊາ​ຫລາຍ, ກົດ​ໃນ​ກະ​ເພາະ​ອາຫານ​ຈະ​​ເພີ່ມຫລາຍ​ຂຶ້ນ,ກໍກະທົບກະ​ເທືອ​ນ​ເຖິງ​ການຟື້ນ​ຟູ​ດີ​ຄືນ​ຂອງ​​ແຜ​ໃນ​ກະ​ເພາະ​ອາຫານ,ພາ​ໃຫ້​ອາການ​ເຈັບ​ໜັກ​ເຂົ້າ.ຜູ້​ເປັນ​ພະຍາດ​ກະ​ເພາະ​ອາຫານ​ເປັນ​ແຜ​ຄວນ​ດື່ມ​ນ້ຳຊາ​ໜ້ອຍ,​ໂດຍ​ສະ​ເພາະ​ແມ່ນ​ບໍ່​ຄວນ​ດື່ມ​ນ້ຳ​ຊາປຸກ​ຫລາຍ​.

ສີ່:ບໍ່​ຄວນ​ດື່ມນ້ຳ​ຊາໃນ​ຍາມ​ເປັນ​ໂຣກຫົວ​ໃຈ​ຫລື​​ເລືອດດັນ​ສູງ:ດື່ມ ນ້ຳຊາ​ຫລາຍ​ໂພດ​ຈະ​ພາ​ໃຫ້​ຫົວ​ໃຈ​ຫາບ​ແບກ​ພາລະ​ຫລາຍ​ຂຶ້ນ,​ເຮັດ​ໃຫ້​ຫົວ​ໃຈ​ເຕັ້ນ​ໄວ ​ຄວາມດັນ​ຂອງ​ເລືອດ​ສູງ​ຂຶ້ນ,ດັ່ງ​ນັ້ນ,​ເຊິ່ງຈະ​ບໍ່​ມີ​ຜົນ​ດີ​ຕໍ່​ຜູ້​ເປັນ​ໂຣກຫົວ​ໃຈ​​ຫລື​ເລືອດ​ດັນ​ສູງ.​     ຫ້າ:ບໍ່​ຄວນ​ດື່ມນ້ຳ​ຊາໃນ​ຍາມ​ເລືອດ​ຈາງ: ໃນ​​ໃບຊາ​ມີ​ທາດ​ຊະນິດ​ຫນຶ່ງ,ສາມາດ​ເຮັດ​ໃຫ້​ທາດ​ເຫັຼກ​ໃນ​ອາຫານ​ຕົກ​ຕະກອນ​ແລ້ວ​ຈະ​ດູດ​ຮັບ​ຍາກ.ທາດ​ເຫັຼກ​ແມ່ນ​ວັດຖຸ​ສຳຄັນ​ແຫ່ງ​ການສ້າງ​​ເມັດ​ເລືອດແດງ,ຖ້າຮ່າງ ກາຍ ​ຂາດ​ທາດ​ເຫັຼກ​ການ​ເກີດ​ເມັດ​ເລືອດ​ແດງ​ຕິດ​ຂັດ,​ເກີດ​ມີ​ອາການ​ເລືອດຈາງ​ຍ້ອນ​ຂາດ​ທາດ​ເຫັຼກ.ຖ້າດື່ມ​ນ້ຳ​ຊາ​ເປັນ​ເວລາ​ຍາວ​ນານ​ມັກ​ຂາດ​ທາດ​ເຫັຼກ​ໃນ​ລະດັບ​ຕ່າງ​ກັນ,ສຳລັບ​ຜູ້​ທີ່ຮ່າງກາຍອ່ອນ​​ແອ​ຂາດ​​ເລືອດ​ຫລື​​ເລືອດອອກຍິ່ງມີ​ຜົນ​ສະທ້ອນ​ຫລາຍ​ກວ່າ​ໝູ່.

ຫົກ:ບໍ່​ຄວນ​ດື່ມນ້ຳຊາ​ໃນ​ຍາມ​ເປັນ​ໄຂ້​ຮ້ອນ​ສູງ:ຄວນ​ໃຫ້​ຜູ້​ເປັນ​ໄຂ້​ຮ້ອນ​ສູງ​ດື່ມ​ນ້ຳຮ້ອນ​ນ້ຳ​ແຮ່​ຫລື​ນ້ຳຊາ​ຈາງ,​ແຕ່​ບໍ່​ຄວນດື່ມນ້ຳຊາ​ປຸກ,ດ່າງ​ຊາ​ມີ​ບົດບາດ​ເຮັດ​ໃຫ້​ອຸນຫະພູມ​ຮ່າງກາຍ​ສູງ​ຂຶ້ນ,​ເຮັດ​ໃຫ້​ອາການ​​ໄຂ້​ຮ້ອນ​ໜັກ​ເຂົ້າ,ບົດບາດ​ຊຸກ​ຍູ້ການຖ່າຍ​ເບົາ​ຂອງ​ດ່າງ​ຊາ​ຍັງ​ຈະ​ເຮັດ​ໃຫ້​ລິດ​ຢາ​ແກ້​ຮ້ອນ​ອ່ອນ​ລົງ.

ເຈັດ:ບໍ່​ຄວນ​ດື່ມນ​ຊາ​ໃນ​ເວລາ​ກິນ​ຢາ​ບາງ​ຢ່າງ:ວັດຖຸ​ຊະນິດ​ຫນຶ່ງໃນ​ຊາ​ມັກ​ພາ​ໃຫ້​ອົງ​ປະກອບ​ຂອງ​ຢາ​ພື້ນ​ເມືອງ​ຈີນ​ບາງ​ຂະ​ນິດ​ຕົກ​ຕະກອນ,​ແລ້ວ​ຮັບ​ເອົາ​ຍາກ;ຖ້າ​ດື່ມຊາ​ໃນ​ເວລາ​ກິນ​ຢາ​ບາງ​ຢ່າງ​ຈະ​ພາ​ໃຫ້​ທາດ​​ໂປຼຕິນ​ໃນ​ຢາ​ແຂ້ນ​ເຂົ້າ,ຢາ​ຈຶ່ງ​ອອກ​ລິດ​ຍາກ.    (ດົນຕີ)ຕໍ່​ໄປ,ພວກ​ເຮົາ​ຂໍ​ສະ​ເຫ​ນີ​ໃນ​ເວລາ​ໃດ​ຜູ່​ຍິງ​ບໍ່​ຄວນ​ດື່ມ​ນ້ຳ​ຊາ?

ຫນຶ່ງ​ໃນ​ເວລາ​ຖືພາ​,ແມ່ຍິງບໍ່​ຄວນດື່ມນ້ຳຊາ​:​ໃນ​ຊາ​ປຸກ​ມີ​ກາ​​ເຟອິນ​ສູງ​ເຖິງ 10%,ຈະ​ພາ​ໃຫ້​ແມ່ຍິງ​ຜູ່ຖືພາ​ມີປັດສາ​ວະ​ຫລາຍ​​ແລະຫມາກ​ຫົວ​ໃຈ​ເຕັ້ນ​ໄວ,​​ເຊິ່ງຈະເພີ່​ມ​ພາລະ​ໃຫ້​ແກ່ຫົວ​ໃຈ​ແລະ​ຫມາກ​ໄຂ່ຫລັງ,ພາ​ໃຫ້​ມີ​ອາ ການ​​ເບື່ອ​ໃນ​ຍາມ​ຖືພາ​ເປັນຕົ້ນ,ບໍ່​ມີ​ຜົນ​ດີ​ຕໍ່ແມ່​ແລະ​ລູກ​ໃນ​ທ້ອງ.    ສອງ ​ແມ່ຍິງບໍ່​ຄວນ​ດື່ມ​ນ້ຳ​ຊາໃນ​ຍາມ​ໃກ້​ຈະ​ອອກລູກ:ກ່ອນ​ຈະອອກລູກ ຖ້າ​ດື່ມ​ນ້ຳຊາ​ຫລາຍ​ໂພດ​ຈະ​ພາ​ໃຫ້​ນອນ​ບໍ່​ຫລັບ​ຍ້ອນ​ກາ​ເຟອິນ,ຖ້າ​ກ່ອນ​ອອກລູກ​ນອນ​ບໍ່​ອິ່ມ,ມັກ​ພາ​ໃຫ້​ຮ່າງກາຍອ່ອນ​ເພຍ​ໃນ​ເວລາ​ອອກລູກ,ຈະ ອອກລູກ​ຍາກ.   ສາມ​ແມ່ນບໍ່​ຄວນ​ດື່ມນ້ຳຊາ​ໃນ​ຍາມ​ລູກຄານົມ​:​ໃນ​ໄລຍະ​ນີ້ ຖ້າ​ດື່ມນ້ຳຊາ​ຫລາຍ,ທາດຊະນິດ​ຫນຶ່ງ​ໃນ​ຊາ​ຈະ​ຖືກ​ດູດ​ເຂົ້າ​ໃນ​ການ​ໝູນ​ວຽນ​ຂອງ​ເລືອດ,​ເຊິ່ງຈະ​ເກີດ​ມີ​ບົດ ບາດ​​ສະກັດ​ກັ້ນການ​ຂັບ​ຖ່າຍ​ຂອງ​ຕ່ອມ​ນົມ,ພາ​ໃຫ້​ນ້ຳນົມ​ບໍ່ພໍ.ອີກດ້ານ​ຫນຶ່ງ,ກາ​ເຟອິນ​ໃນ​ນ້ຳຊາ​ຍັງ​ຈະ​ຜ່ານ​ຈາກ​ນ້ຳນົມ​ເຂົ້າ​ໄປ​ໃນ​ຮ່າງກາຍ​ຂອງ​ເດັ​ກ,ກະທົບ​ກະ​ເທືອ​ນ​ເຖິງສຸຂະພາບ​ຂອງ​ເດັກ.    ສີ່:ບໍ່​ຄວນດື່ມນ້ຳ​ຊາ​ໃນ​ໄວ​ມໍ່​ຈະ​ຫມົດ​ປະຈຳ​ເດືອນ,​ໃນ​ເວລາ​ເຂົ້າ​ໄລ​ຍະ,​ແມ່ຍິງນອກ ຈາກ​ວິນ​ຫົວ ຮ່າງກາຍອ່ອນ​ເພຍ​ແລ້ວ,ລາງ​​ເທື່ອ​ຍັງ​ຈະ​ມີ​ປະກົດ​ການ​ຫົວ​ໃຈ​ເຕັ້ນ​ໄວ​ໂພດ,ມັກ​ໂມ​ໂຫ,ນອນ​ບໍ່​ຫລັບ,ຜູ້ຍິງ​ຍັງ​ຈະ​ພາ​ໃຫ້​ປະຈຳ​ເດືອນ​ຜິດ​ປົກກະຕິ​ເປັນຕົ້ນ,ຖ້າ​ດື່ມນ້ຳຊາ​ຫລາຍ​ໂພດ​ຈະ​ເຮັດ​ໃຫ້​ອາການ​ເຫົ່ຼານີ້​ຮ້າຍ​ແຮງ​ເຂົ້າ,ບໍ່​ມີ​ຜົນ​ດີ​ຕໍ່​ການ​ຜ່ານ​ໄລຍະ​ນີ້ຢ່າງ​ສະດວກ.