ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-13 16:30:11    
ການຮ່ວມ​ມື​ດ້ານວິທະ​ຍາ​ສາດ​ເຕັກ​ນິກ​ທົ່ວ​ໂລກ​ພວມ​ລົງ​ສູ່​ລວງ​ເລິກ(ສຽງ)

cri Author: mo

 
ຫົວ​ຂໍ້ຄົ້ນຄວ້າວິທະຍາສາດ​ພວມ​ນັບ​ມື້​ນັບ​ມີ​ລັກສະນະ​ທົ່ວ​ໂລກ. ນີ້​ແມ່ນ​ຄວາມ​ຮຽກຮ້ອງອັນ​ຮີບ​ດ່ວນ​​ແຫ່ງ​ການວິວັດທະນາການ​ເສດຖະກິດ​ສັງຄົມ​ມະນຸດ. ຄື້ນຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ, ລົມພາຍຸຄັດ​ດຼີນາ​ກະ​ໜ່ຳ​ອາ​ເມ​ລິ​ກາ, ພະຍາດ​ໄຂ້ຫວັດ​ສັດ​ປີກ​ແຜ່​ລາມ​ໃນທົ່ວ​ໂລກ, ລາຄາ​ນ້ຳມັນ​ດິບ​ສ້າງ​ສະຖິຕິ​ສູງ​ສຸດເລື້ອຍໆ…​ໂລກ​ໄດ້​ເປັນ​ພິຍານ​ແຫ່ງ​ໄພພິບັດ​ແລະທົນ​ຕໍ່ການທົດ​ສອບຕັ້ງຫລາຍ​​ເທື່ອ. ​ໃນຊູ່ມື້​ນີ້​ທີ່ການ​ພົວພັນ​ໃນ​ໂລກ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ​​ເມື່ອ​ປະ​ເຊີນ​ກັບ​ການ​ຂົ່ມ​ຂູ່​ຕ່າງໆ​ເຊັ່ນ​ພະຍາດຕິດ​ແປດ​ເປັນຕົ້ນ, ບໍ່​ວ່າ​ປະ​ເທດ​ໃດ​ກໍ​ຫຼີກບໍ່​ມົ້ມ. ຖ້າ​ຢາກ​ແກ້​ໄຂ​ບັນຫາ​ຂອງ​ໂລກ​ທີ່ຕັດສິນ​ອະນາຄົດ​​ແຫ່ງ​ການພັດທະນາ​ແບບ​ຍືນ​ຍົງ​ຂອງ​ມະນຸດ​ເຊັ່ນ: ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ ພະລັງງານ ​ແລະ​ສິ່ງ​ແວດ​ລ້ອມ​ເປັນຕົ້ນ, ກໍ​ຕ້ອງ​ການບັນດາປະ​ເທດ​ຮ່ວມ​ກັນ​ຄົ້ນຄວ້າ​ແລະ​ຮ່ວມ​ມື​ກັນ. ​

ປີ 2005, ການ​ຮ່ວມ​ມື​ລະຫວ່າງ​ຊາດ​ໃນ​ບັນຫາ​ວິທະຍາສາດ​ເຕັກນິກ​ທີ່​ສຳຄັນຫຼາຍປະການລ້ວນ​ແຕ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນຕັ້ງໜ້າ. ​ໃຕ້​ການ​ເປັນ​ປະທານ​ຂອງ​ອົງການ​ຢູ​ເນັສ​ໂກ, ປະ​ເທດ​ແຄມ​ຝັ່ງ​ມະຫາ​ສະໝຸດ​ອິນ​ເດຍ​ໄດ້​ສຳ​ເລັດ​ການ​ປຶກສາ​ຫາລື​ກັນ​ຫລາຍ​ຮອບ​ກ່ຽວ​ກັບ​ການ​ສ້າງ​ລະບົບ​ເຕືອນ​ໄພ​ຄື້ນຊູນ​າມີ​ມະຫາ​ສະ​ໝຸດອິນ​ເດຍ. ​ໃນ​ກອງ​ປະຊຸມ​ຫລຸດ​ໄພ​ຂອງ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ໂຄ​ເປ​ແຫ່ງຍີ່​ປຸ່ນ​ໃນ​ເດືອຍ​ມັງກອນ​ປີ 2005, ຜູ້​ແທນ​ສະຫະ​ປະຊາ​ຊາດ​ໄດ້​ປະກາດ​ໂຄງ​ຄວາມ​ຄິດ​​ແຫ່ງ​ການສ້າງ​ລະບົບ​ເຕືອນ​ໄພ​ຂອງ​ໂລກ, ລະບົບ​ດັ່ງກ່າວ​ຈະ​​ເຕືອນ​ໄພ​ລ່ວງ​ໜ້າ​ໂດຍ​ແນ​ໃສ່​ໄພ​ທຳ​ມະ​ຊາດ​ທຸກປະ​ເພດ​.

ໃຕ້​ຄວາມ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ, ອະນຸ​ສັນຍາ​ກຽວ​ໂຕ​ທີ່​ມີ​ວັດຖຸ​ປະສົງ​ຫລຸດ​ການ​ລະບາຍ​ອາຍ​ຫ້ອງ​ອຸ່ນ​ທົ່ວ​ໂລກ​ໄດ້​ມີ​ຜົນ​ບັງຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນກຸມພາ​ປີ2005. ​ເດືອນ​ຕຸລາ, ​ໃນ​ກອງ​ປະຊຸມ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ການປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດທີ່​ຈັດ​ຂຶ້ນ​ຢູ່​ມົງ​​ເຣອານ​ແຫ່ງ​ກາ​ນາ​ດາ, ຜູ້​ແທນ​ບັນດາ​ປະ​ເທດ​ເຫັນ​ດີ​ເລີ່​ມການ​ເຈລະຈາກ່ຽວ​ກັບ​ເປົ້າໝາຍ​ຫລຸດ​ການລະ​ບາຍ​ອາຍ​ຫ້ອງ​ອຸ່ນ​ຫລັງ​ອະນຸ​ສັນຍາ​ກຽວ​ໂຕ, ​ແລະ​ຕົກລົງ​ຈັດການ​ສົນທະນາ​ຄົ້ນຄວ້າ​ຫາລືຍຸດ​ທະ​ສາດ​ຍາວ​ໄກ​​ແຫ່ງ​ການ​ຄວບ​ຄຸມ​ບໍ່​ໃຫ້ທົ່ວ​ໂລກ​ອຸ່ນຂຶ້ນ​.

ເດືອນ​ມິຖຸນາ​ປີ 2005, 6 ຝ່າຍທີ່​ເຂົ້າຮ່ວມ​ແຜນການ​ເຄື່ອງ​ປະຕິ​ກອນ​ທົດ​ລອງນິວ​ເຄຼຍຄວາມຮ້ອນ​ສາກົນເຊັ່ນ​ສະຫະພາບ​ເອີ​ລົບ ອາ​ເມ​ລິ​ກາ ຣັດ​ເຊຍ ຍີ່​ປຸ່ນ ສ.​ເກົາຫລີ ​ແລະ​ຈີນ​​ໄດ້​ກ້າວ​​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ, ຕົກລົງ​ສ້າງ​ໂຄງ​ການ​ທີ່​ຈະລົງທຶນ​​ 1 ຕື້​ໂດ​ລາ​ດັ່ງກ່າວ​ຢູ່​ຝຣັ່ງ, ອັນ​ໄດ້​ຢ່ວງ​ບາດກ້າວ​ສຳຄັນ​ບົນ​ເສັ້ນທາງ​ຊອກ​ຄົ້ນພະລັງງານ​ທີ່​ປອດ​ໄພ ມີປະສິດທິພາ​ບສູງ​ແລະ​ສະ​ອາດ​ໃນ​ອະນາຄົດ.
ປີ 2005, ​ໄຂ້ຫວັດ​ສັດ​ປີກ​​ໄດ້ກາຍ​ເປັນ​ຫົວ​ຂໍ້​ສຳຄັນຂໍ້​ໜຶ່ງ​​ໃນ​ກອງ​ປະຊຸມ​ຕ່າງໆ​ຂອງ​ໂລກ​ແລະ​ຂອງ​ພາກ​ພື້ນ. ​ໃນ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ໄຂ້ຫວັດ​ສັດ​ປີກ​ທີ່​ຈັດ​ຂຶ້ນ​ຢູ່​ເຊີ​ແນວ, ​ໄດ້​ຜ່ານ​ແຜນການ​ດຳ​ເນີນ​ງານ​ທົ່ວ​ໂລກ​ທີ່​ມີ​ງົບປະມານ 1 ຕື້​ໂດ​ລາ​ສະຫະລັດ​ນັ້ນຢ່າງ​ສຳ​ເລັດ​ຜົນ.
​ເຕັກນິກ​ໂທລະ​ຄົມ​ຂໍ້​ມູນ​ຂ່າ​ວສານ​​ໄດ້​ປ່ຽນ​ແປງຢ່າງ​ໄວ​ພະລັນ, ​ເງິນ​ທຶນ ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ ​ແລະ​ຄວາມ​ຮູ້​ເປັນຕົ້ນ​ໄດ້​ຈໍລະ​ຈອນ​ຢ່າງ​ວ່ອງ​ໄວ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ພວມ​ຊຸກ​ຍູ້​ໃຫ້ຈັດ​ສັນປັດ​ໃຈ​ພັດທະນາ​ວິທະຍາສາດ​ເຕັກນິກ​ພາຍ​ໃນ​ຂອບ​​ເຂດ​ທົ່ວ​ໂລກ, ການ​ຮ່ວມ​ມື​ດ້ານວິທະຍາສາດ​ເຕັກນິກ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ຂອງ​ໂລກ.

ບົດ​ລາຍງານ​ສະບັບ​ໜຶ່ງ​ທີ່​ອົງການ​ຮ່ວມ​ມື​​ແລະ​ພັດທະນາ​​ເສດຖະກິດປະກາດ​ໃນ​ປີ 2005 ຊີ້​ອອກ​ວ່າ, ຈຳນວນ​ບໍລິສັດ​ຂ້າມ​ຊາດ​ທີ່​ສ້າງ​ສູນ​ຄົ້ນຄວ້າ​ພັດທະນາ​ຢູ່​ຕ່າງປະ​ເທດ​ນັ້ນພວມ​ເພີ່ມ​ຫລາຍ​ຂຶ້ນ. ​ໃນ​ການ​ລົງທຶນ​ຄົ້ນຄວ້າ​ວິທະຍາສາດ​​ເຕັກນິກ​ຂອງ​ວິ​ສາ​ຫະກິດ​ຮົງ​ກາລີ​ແລະ​ອຽກລັງນັ້ນ, ທຶນ 70% ມາ​ຈາກ​ບໍລິສັດ​ຂ້າມ​ຊາດ​ຂອງ​ຕ່າງປະ​ເທດ. ​ຢູ່​ຊູ​ແອັດ ​ແອັສປາຍ ​ແລະ​ປອກຕຸຍ​ການ​ເປັນຕົ້ນ, ອັດຕາ​ດັ່ງກ່າວ​ກໍ​ໄດ້​ລື່ນ​ກາຍ 40%. ນອກ​ນີ້, ຕາມ​ສະຖິຕິ, ​ແຕ່​ຊຸມ​ປີ 80 ສັດຕະວັດ​ທີ່​ແລ້ວ​ເປັນຕົ້ນມາ, ຄ່າ​ໃຊ້​ຈ່າຍ​ໃນ​ການຄົ້ນຄວ້າ​ພັດ​ທະນາ​ຂອງ​ບໍລິສັດ​ຕ່າງປະ​ເທດ​ຢູ່​ອາ​ເມ​ລິ​ກາ​ໄດ້​ເພີ່ມ​ຂຶ້ນ 3 ​ເທົ່າ, ທຶນ​ຄົ້ນຄວ້າ​ພັດທະນາ​ທີ່​ບໍລິສັດ​ຕ່າງປະ​ເທດທຸ່ມ​ເທ​ເຂົ້າ​ອາ​ເມ​ລິ​ກາ​ຫລາຍ​ກວ່າ​ບໍລິສັດ​ອາ​ເມ​ລິ​ກາ​ລົງທຶນ​ເຂົ້າ​ໃນ​ການຄົ້ນຄວ້າ​ພັດທະນາ​ຢູ່ປະ​ເທດ​ອື່ນ.

ການຄົ້ນຄວ້າວິທະຍາສາດ​ໃນ​ຊູ່ມື້​ນີ້ນັບ​ມື້​ນັບ​ສັບສົນ​ເຂົ້າ, ​​ການ​ຮ່ວມ​ມື​ກັນ​ໃນ​ໂຄງການ​ສຳຄັນ​ຈຳນວນ​ໜຶ່ງນັ້ນ​ກໍ​ແມ່ນ​ຄວາມຮຽກຮ້ອງ​ຕ້ອງກາ​ນ​ໃນ​ຕົວຂອງ​ການພັດທະນາ​ວິທະຍາສາດ. ຄວາມ​ກ້າວໜ້າຂອງ​ເຕັກນິກ​ໄດ້​ເຮັດ​ໃຫ້ຄວາມ​ສຳຄັນ​ຂອງປັດ​ໃຈ​​ເຂດ​ແຄວ້ນ​ຂອງ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ວິທະຍາສາດ​ເຕັກນິກຫລຸດ​ໜ້ອຍ​ລົງ, ຄວາມ​​ເຫີ​ນຫ່າງກັນບໍ່​ເປັນ​ສິ່ງ​ຂັດຂວາງ​ອີກ​ແລ້ວ, ອັນ​ໄດ້​​ສ້າງຄວາມ​ສະດວກ​ໃໝ່​​ໃຫ້ແກ່​ການ​ຮ່ວມ​ມື​ຄົ້ນຄວ້າ​ວິທະຍາສາດ​ເຕັກນິກ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ​ແຜນການໝວດ​​​​ແຢນມະນຸດ​ທີ່​ນັກວິທະຍາສາດ​ຫລາຍ​ປະ​ເທດ​ຮ່ວມ​ມື​ກັນ​ສຳ​ເລັດ​ນັ້ນ​ກໍແມ່ນ​​ຕົວຢ່າງ​ທີ່ສຳ​ເລັດ​ຜົນ​ໃນຫລາຍ​ປີ​ມາ​ນີ້.

ວິທະຍາສາດ​ເຕັກນິກ​ໄດ້​ກາຍ​ເປັນ​ກຳລັງສຳຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ແລ້ວ. ກະ​ແສຟອງ​ຂອງ​​​ໂລກາ​ວິວັດການ​ຮ່ວມ​ມື​ວິທະຍາສາດ​ເຕັກນິກ​ໄດ້​ນຳ​​ເອົາການ​ທ້າຍ​ທາຍ​ແລະ​ໂອກາດ​ມາ​ໃຫ້​ບັນດາ​ປະ​ເທດ. ພາຍຫລັງ​ພິຈາລະນາ​ສະຖານະ​ການ​ແລ້ວ, ປະ​ເທດ​ພັດທະນາ​ແລະ​ປະ​ເທດ​ພວມ​ພັດທະນາ​ບໍ່​ໜ້ອຍ​ໄດ້​ເພີ່ມ​ການ​ລົງທຶນ​ເຂົ້າ​ໃນດ້ານ​ວິທະຍາສາດ​ເຕັກນິກ​ດ້ວຍ​ຄວາມ​ແຮງ​ທີ່​ບໍ່​ເຄີຍ​ມີ​ມາກ່ອນ, ​ໄດ້​​ເລັງ​ສາຍຕາ​ໃສ່ 5 ປີ​ຫລື 10 ປີ​ຂ້າງ​ໜ້າ, ຕັ້ງໜ້າ​ຮັບ​ມື​ກັບ​ການ​ແກ່ງ​ແຍ່ງດ້ານ​ວິທະຍາສາດ​ເຕັກນິກ​ທົ່ວ​ໂລກ​ທີ່​ນັບ​ມື້​ນັບ​ດຸ​ເດືອດ.

ໂລກາ​ວິວັດ​​ການ​ຮ່ວມ​ມື​ວິທະຍາສາດ​ເຕັກນິກ​ໄດ້​ພັດທະນາ​ລົງ​ສູ່​ລວງ​ເລິກນັ້ນ, ​ໄດ້​ສ້າງ​ຄວາມ​ອາດ​ເປັນ​ໄປ​ໄດ້​ອັນ​ໃໝ່​ແກ່​ປະ​ເທດ​ພວມ​ພັດທະນາ​ໄດ້​ຮັບ​​ເງິນ​ທຶນ​ແລະ​ເຕັກນິກ​ຫລາຍ​ກວ່າ​ເກົ່າ​ແລະ​ເລັ່ງລັດ​ປະດິດ​ສ້າງ​ວິທະຍາສາ​ດ​ເຕັກນິກ​ເປັນຕົ້ນ. ​ແຕ່​ກໍ​ຄວນ​ເຫັນ​ວ່າ, ປັດ​ຈຸ​ບັນ, ການ​ຈັດ​ສັນ​ຊັບພະຍາກອນ​ການຮ່ວມ​ມືດ້ານ​ວິ​ທະຍາ​ສາດ​ເຕັກນິກ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຍັງ​ແມ່ນ​ປະ​ເທດ​ພັດທະນາ​ເປັນ​ຜູ້ນຳ​ທາງ.

ໃນ​ບົດ​ລາຍ​ງານ​ຂອງ​ໂລກ​ສະບັບ​ທຳ​ອິດ​ທີ່​​ຊື່ວ່າ"ກ້າວ​ໄປສູ່​ສັງຄົມ​ແຫ່ງ​ຄວາມ​ຮູ້"ທີ່ອົງການ​ຢູ​ເນັສ​ໂກ​ປະກາດ​ໃນ​ເດືອນ​ພະຈິກ​ປີ 2005 ​ໄດ້ຊີ້​ອອກ​ວ່າ, ລະຫວ່າງ​ປະ​ເທດ​ພັດທະນາ​ກັບປະ​ເທດ​ພວມ​ພັດທະນາ​ພວມ​ມີ​ຊ່ອງ​ຫວ່າງ​ດ້ານ​ຄວາ​ມຮູ້​ອັນ​ໃຫຍ່​ຫລວງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ສະມາຊິກ​ອົງການ​ອາ​ເປັກ​ລົງທຶນ​ເຂົ້າ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດສະ​ເລ່ຍ​ແລ້ວ​ໄດ້​ກວມ GDP 2,2%, ​ແຕ່​ອັດຕາ​ສ່ວນ​ຂອງ​ປະ​ເທດ​ອ​າ​ຟຼິກາພາກ​ໃຕ້​ຊາ​ຮາ​ລາ​ແລະ​ປະ​ເທດ​ອາ​ລັບ​ຕ່າງ​ມີ​ແຕ່ 0,2% ​ແລະ0,1%​ ເທົ່າ​ນັ້ນ, ຊ່ອງ​ຫວ່າງ​ດັ່ງກ່າວ​ຍັງ​ມີ​ທ່ວງທ່າ​ຂະຫຍາຍ​ກວ້າງ​ອອກ.

ສະນັ້ນ, ​ເຮັດ​ແນວ​ໃດ​ຈິ່ງ​ຮັບປະກັນ​ໃຫ້​ບັນດາ​ປະ​ເທດ​ລ້ວນ​ແຕ່​ກາຍ​ເປັນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂລກາ​ວິວັດ​ການ​ຮ່ວມ​ມືດ້ານ​ວິທະຍາສາດ​ເຕັກນິກ​, ສ້າງ​ໂລກ​ທີ່​ກົມກຽວ​ກັນ​ທີ່​ພັດທະນາ​ແບບ​ຍືນ​ຍົງ​ຢ່າງແທ້ຈິງ, ນີ້ຍັງ​ແມ່ນ​ໜ້າ​ທີ່ອັນ​ໜັກ​ໜາ​ຢູ່.