ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-14 17:12:22    
ວຽກ​ງານ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຈີນ​ໃນ​ປີ 2005 ​ໄດ້​ຮັບ​ຄວາມ​ຄືບ​ໜ້າ

cri Author: da
ຕາມ​ຂ່າ​ວສານ​ຊິນ​ຮວາ: ປີ 2005,ກົນ​ໄກ​ວຽກ​ງານປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ​ດ້ເສີມ​ຂະຫຍາຍ​ພາລະບົດບາດ, ວຽກ​ງານປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ໄດ້ຮັບ​ຄວາມ​ຄືບ​ໜ້າ.

ວັນ​ທີ 13 ມັງກອນ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ກະຊວງ​ການ​ຄ້າ​ຈີນ​ວ່າ,ນັບ​ມາ​ຮອດ​ທ້າຍ​​ເດືອນ​ຕຸລາປີ 2005,ຂະ​ແໜງ​ການ​ບໍ​ລິ​ຫານຂອງ​ຈີນ​ໄດ້​ກວດກາຊຳລະ​ຄະດີ​ລ່ວງ​ລ້ຳສິດ​ກາ​ໝາຍ​ສິນຄ້າ 5 ໝື່ນ 5 ພັນ​ກວ່າ​ຄະດີ,ຄົ້ນພົບ​ເຄື່ອງ​ສຽງ​ແລະ​​ເຄື່ອງພາບ​ທີ່​ຜິດ​ກົດໝາຍ 200 ລ້ານ​ກວ່າ​ເຄື່ອງ,ຝ່າຍ​ຕຳຫຼວດ​ຍັງ​ໄດ້​ສືບ​ຮູ້ຄະດີ​ຕ້ອງ​ໂທດ​ລ່ວງ​ລ້ຳສິດ​ຊັບ​ສິນ​ທາງ​ປັນຍາ​​ເພດຕ່າງໆ​ລວມ 2600 ກວ່າ​ຄະດີ.

ຕາມ​ໄດ້​ຊາບ,ລັດຖະບານ​ຈີນ​ໄດ້​ຈັດຕັ້ງໜ່ວຍ​ງານ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ລັດ​ທີ່​ປະກອບ​ດ້ວຍ 12 ພາກສ່ວນ,ຄົ້ນຄວ້າ​ແລະ​ຈັດ​ວາງ​ວຽກ​ງານປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຢ່າງເປັນ​ເອກະ​ພາບ​ກັນ​. ຈີນ​ກັບ​ອາ​ເມ​ລິ​ກາ ຈີນ​ກັບ​ເອີ​ລົບ ຈີນ​ກັບ​ຍີ່ປຸ່ນ​ຍັງ​ຕ່າງ​ໄດ້​ສ້າງຕັ້ງກົນ​ໄກ​ຫາລື​ປະຈຳ​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ.