ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-14 18:07:22    
ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ຢູ່​ປັກ​ກິ່ງ15​ຄົນ​ໄດ້​ຮັບ​ລາງ​ວັນ​ມິດ​ຕະ​ພາບ​ກຳ​ແພງ​ຍັກ

cri
ຕາມ​ຂ່າວສານ​ຈີນ,​ຫວ່າງ​ກ່ອນ​ນີ້,​ຜູ້​ຊ່ຽວຊານ​ຕ່າງ​ປະ​ທດທີ່​ເຮັດ​ວຽກ​ຢູ່​ປັກ​ກິ່ງ15​ຄົນ​ໄດ້​ຮັບ​ລາງ​ວັນ​ມິດ​ຕະ​ພາບ​ກຳ​ແພງ​ຍັກ​ສົກ​ປີ2005​ຂອງ​ປັກ​ກິ່ງ.

ຜູ້​ຊ່ຽວຊານ​15ຄົນ​ດັ່ງ​ກ່າວ​ມາ​ຈາກ​8ປະ​ເທດ​ເຊັ່ນ,​ອາ​ເມ​ລິ​ກາ,​ອັງ​ກິດ​ແລະ​ກາ​ນາ​ດາ​ເປັນ​ຕົ້ນ,​ຂົງ​ເຂດ​ວຽກ​ງານ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ກ່ຽວ​ພັນ​ເຖິງ​ຂະ​ແໜງ​ການ​ຜະ​ລິດ​ທັນ​ສະ​ໄໝ,​ໂທ​ລະ​ຄົມ​ມະ​ນາ​ຄົມ,​ການ​ສຶກ​ສາ​ແລະ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ.

ຮອດ​ທ້າຍ​ປີ2005,​ຊ່າວ​ຕ່າງ​ປະ​ເທດ​ທີ່​ປະ​ຈຳ​ຢູ່​ປັກ​ກິ່ງ​ໄດ້​ບັນ​ລຸ6​ໝື່ນ 5ພັນ​ຄົນ,​ເຈົ້າ​ໜ້າ​ທີ່​ອົງ​ການ​ປົກ​ຄອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເຫັນ​ວ່າ,ໃນ​ຖານ​ເປັນ​ຕົວ​ເມືອງ​ໃຫຍ່​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ,​ປັກ​ກິ່ງ​ໄດ້​ອຳນວຍ​ຊ່ອງ​ຫວ່າງ​ພັດ​ທະ​ນາ​ທີ່​ກວ້າງ​ຂວາງ​ກວ່າ​ເກົ່າ​ໃຫ້​ຊາວ​ຕ່າງ​ປະ​ເທດ​ທີ່​ມາ​ເຮັດ​ວຽກ​ຢູ່​ປັກ​ກິ່ງ.

ລາງ​ວັນ​ມິດຕະ​ພາບ​ກຳ​ແພງ​ຍັກ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ1999​ແມ່ນ​ອົງ​ການ​ປົກ ຄອງ​ປັກ​ກິ່ງ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ຍ້ອງຍໍ​ສັນ​ລະ​ເສີນ​ຜູ່​ຊ່ຽວ​ຊານ​ຕ່າງປະ​ເທດ​ທີ່​ໄດ້​ປະ ກອບ​ສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ພາລະ​ກິດ​ສ້າງສາ​ປັກກິ່ງ,​ຮອດປັດ​ຈຸບັນ,​ມີຜູ້​ຊ່ຽວ ຊານ​ຕ່າງ​ປະ​ເທດ​93​ຄົນໄດ້​ຮັບ​ລາງ​ວັນ​ພິ​ເສດ​ດັ່ງ​ກ່າວ.