ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-14 18:32:04    
ປີ​2005​ມູນ​ຄ່າການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ເຂດ​ຊິນ​ຈຽງ​ເປັນ​ທີ​ໜຶ່ງ​ໃນ​ບັນ​ດາ​ແຂວງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ

cri
ຕາມຂ່າວ​ສານ​ຊີນ​ຮວາ,​ປີ2005,​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ເຂດ​ຊິນ​ຈຽງ​ເຜົ່າ​ເວີຍ​ອູ​ເອີ​ປົກ​ຄອງ​ຕົນ​ເອງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ໝົດ​ປີ​ມີເກືອບ​8ຕື້​ໂດ​ລາ,ເປັນ​ທີ​ໜຶ່ງ​ໃນ​12ແຂວງ​ຂອງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ປີ2005,​ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ເຂດ​ຊິນ​ຈຽງ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​2004 ​40%.​ປະ​ເທດ​ແລະ​ເຂດ​ແຄວ້ນ​ອາຊີ​ກາງ​ແລະ​ອາຊີ​ຕາ​ເວັນ​ຕົກ​ທີ່​ຖື​ກາ​ຊັກ​ສະ​ຕັງ​ເປັນ​ຫຼັກ​ແມ່ນ​ຈຸດ​ໜັກ​ໃນ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ເຂດ​ຊີນ​ຈຽງ.

ຕາມ​ແນະ​ນຳ​ວ່າ,​ສິນ​ຄ້າ​ຂາ​ອອກ​ຕົ້ນ​ຕໍ​ຂອງ​ເຂດ​ຊີນ​ຈ່ຽງ​ແມ່ນ​ເຄື່ອງ ນຸງ​ຂອງ​ຖື,​ຜະລິດ​ຕະພັນ​ກົນ​ຈັກ​ໄຟຟ້າ,​ສິນ​ຄ້າ​ຂາ​ເຂົ້າ​ຕົ້ນ​ຕໍ​ແມ່ນ​ນ້ຳມັນ​ດິບ,​ຫິນ​ແຮ່​ເຫຼັກ​ເປັນ​ຕົ້ນ.​ການ​ເຕີບ​ໂຕ​ຂຶ້ນ​ຢ່າງ​ວ່ອງ​ໄວ​ຂອງ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ເຂດ​ຊີນ​ຈຽງ​ໄດ້​ສ້າງ​ພື້ນ​ຖານ​ອັນ​ດີ​ງາມ​ໃຫ້​ແກ່​ການ​ຮ່ວມ​ມື​ເສດ​ຖະ​ກິດ​ພາກ​ພື້ນລະ​ຫວ່າງ​ຈີນ​ກັບປະ​ເທດ​ແລະ​ເຂດ​ແຄວ້ນ​ອາຊີ​ກາງ​ແລະ​ອາຊີ​ຕາ​ເວັນ​ຕົກ.