(ສະແຕມທີ່ສະແດງໃຫ້ເຫັນຮີດຄອງປະເພນີເຜົ່າປາຍ)
ເຜົ່າປາຍແມ່ນເຜົ່າສ່ວນຫນ້ອຍທີ່ດຳລົງຊີວິດຢູ່ພູພຽງຢຸນນານເຂດຊາຍແດນພາກຕາເວັນຕົກສຽງໃຕ້ຂອງຈີນແລະມີຊື່ສຽງດົງດັງຍ້ອນມີປະຫວັດຍາວນານແລະເສດຖະກິດພັດທະນາວັດທະນະທຳຈະເລີນຮຸ່ງເຮືອງ,ຕາມສະຖິຕິຂອງຂໍ້ມູນທີ່ກ່ຽວຂ້ອງ,ເຜົ່າປາຍມີປະຊາກອນ 1 ລ້ານ 5 ແສນ 9 ຫມື່ນກວ່າຄົນ, ສ່ວນຫລາຍແມ່ນຕັ້ງພູມລຳເນົາຢູ່ກິ່ງແຂວງຕ້າລີເຜົ່າປາຍປົກຄອງຕົນເອງຂອງແຂວງຢຸນນານທາງພາກຕາເວັນຕົກສຽງໃຕ້ຂອງຈີນ,ນອກນັ້ນກໍ່ແມ່ນຢາຍກັນຢູ່ໃນແຫ່ງຕ່າງໆຂອງແຂວງຢຸນນານ ແຂວງກຸ້ຍໂຈ່ວແລະແຂວງເຊສວນທີ່ແປະກັບແຂວງຢຸນນານ.ບັນພະບູລຸດຂອງເຜົ່າປາຍກໍ່ແຈກຢາຍຢູ່ອ້ອມແອ້ມຫນອງແສຂອງແຂວງຢຸນນານເມື່ອສັດຕະວັດທີຫນຶ່ງເມື່ອປີ 907,ເຜົ່າປາຍກໍ່ໄດ້ສ້າງຕັ້ງອຳນາດການປົກຄອງລະບອບເຈົ້າຖິ່ນສັກດິນາທ່ີຮຽກວ່າ"ລັດຕ້າລີ",ເປັນປະເທດສະລາດຂອງລາຊະວົງຊົ້ງຂອງຈີນໃນຄາວນັ້ນ.ເຜົ່າປາຍເອີ້ນຕົນເອງເປັນ"ປາຍຈື່" "ປາຍນີ" ແປເປັນພາສາຮ້ານແມ່ນຊາວປາຍ,ໃນໄລຍະຕົ້ນທ່ີຫາກໍ່ສ້າງຕັ້ງປະເທດຈີນໃຫມ່ຄືໃນປີ 1956,ໂດຍອີງຕາມຄວາມປາຖະຫນາຂອງປະຊາຊົນເຜົ່າປາຍຕົກລົງຊື່ເປັນເຜົ່ປາຍຢ່າງເປັນທາງການ.
(ຮີດຄອງປະເພນີຂອງເຜົ່າປາຍ)
ເຜົ່າປາຍມີພາສາຂອງຕົນ, ແຕ່ບໍ່ມີຫນັງສືຂອງເຜົ່າຕົນ, ໃຊ້ພາສາຮ້ານໂດຍຕະຫລອດ.ເຜົ່າປາຍເຊື່ອຖືສາສະຫນາພຸດ,ເຜົ່າປາຍແມ່ນຊົນເຜົ່າທ່ີເກັ່ງໃນການດູດດຶງເອົາເຕັກນິກກ້າວຫນ້າແລະວັດທະນະທຳດີເລີດຂອງບັນດາຊົນເຜົ່າ.ໃນສະໄຫມບູຮານ,ກະສິກຳໄດ້ເປັນພາກສ່ວນເສດຖະກິດອັນສຳຄັນຂອງເຂດຫນອງແສ.ຢູ່ເຂດເຜົ່າປາຍຍັງໄດ້ຂຸດຕະຄອງຮ່ອງເຫນືອງເຊິ່ງເປັນສິ່ງກໍ່ສ້າງຊົນລະປະທານໃນສະໄຫມກ່ອນ, ຈາກນັ້ນມາ, ເຜົ່າປາຍກໍ່ມີການປະດິດສ້າງແລະບົດປະພັນອັນດີເລີດຢ່າງຫລວງຫລາຍໃນດ້ານດາລາສາດ ປະຕິທິນ ອຸຕຸນິຍົມ ສະຖາປັດຕະຍາກຳ ແພດສາດ ປະຫວັດສາດ ວັດທະນະທຳ ດົນຕີ ການຟ້ອນ ການແກະສະຫລັກແລະແຕ້ມຮູບເປັນຕົ້ນ.
(ເຮືອນຢູ່ຂອງເຜົ່າປາຍ)
ບົດກະວີນິພົນພິສະດານເລື່ອງການສ້າງໂລກທີ່ເຜີຍແຜ່ຢູ່ໃນຫມູ່ປະຊາຊົນເຜົ່າປາຍໄດ້ບັນລະຍາຍເລື່ອງທ່ານຜານກູ້ສ້າງບ້ານສ້າງເມືອງ,ໄດ້ບັນລະຍາຍຊີວິດສະເຫມີພາບທີ່ບໍ່ມີການກົດຂີ່ຂູດຮີດຂອງຊົນຊັ້ນ.ບົດກະວີດັງຄືເລື່ອງບົນເສັ້ນທາງຂອງທ່ານຢາງຊີຄຸນແລະເລື່ອງເມກໃນຖ້ຳຂອງທ່ານຢາງຈົ່ງຢີ້ ນັກກະວີເຜົ່າປາຍໃນສະໄຫມລາຊະວົງຖາງກໍ່ຖືກຖືເປັນບົດກະວີອັນດີເລີດແລະລ້ວນແຕ່ເກັບໂຮມເຂົ້າໃນກາບກອນຂອງລາຊະວົງຖາງຫມົດ.
ມີສະຖາປັດຕະຍາກຳຫລາຍແຫ່ງຂອງເຜົ່ປາຍໄດ້ຖອດຖອນເອົາລັກສະນະກໍ່ສ້າງຂອງເຂດກາງຂອງຈີນ, ຕົວຢ່າງຄືສາມເຈດີ ວັດສົງເຊິ້ງແລະເຈດີວັດຫົງເຊິ້ງຂອງເມືອງຕ້າລີທີ່ຮຸ່ງເຮືອງເຫລືອງເຫລື້ອມແລະສະຫງ່າຜ່າເຜີຍໄດ້ສະແດງໃຫ້ເຫັນຫົວຄິດປະດິດສ້າງດ້ານສິນລະປະທີ່ເຮັດໃຫ້ຄົນຕື່ນຕົກໃຈຂອງປະຊາຊົນເຜົ່າປາຍ.
ວັດສົງເຊິ້ງມີຊື່ອີກວ່າວັດສາມເຈດີ,ແມ່ນຝຸງສະຖາປັດຕະຍາກຳທີ່ຂະຫນາດໃຫຍ່ພິລຶກຂອງສະໄຫມລັດຕ້າລີ, ໃນຊູ່ມື້ນີ້ ວັດວາອາຮາມເຫລົ່ານີ້ໄດ້ກາຍເປັນຊາກອາຄານທີ່ສະຫລັກຫັກພັງຍ້ອນສົງຄາມທຸກສະໄຫມແລະໄພແຜ່ນດິນໄຫວ,ມີແຕ່ສາມເຈດີຢູ່ຫນ້າວັດຍັງຕັ້ງສະຫງ່າຜ່າເຜີຍຢູ່ຕີນພູຊາງຊານທາງທິດຕາເວັນຕົກສຽງເຫນືອເມືອງຕ້າລີ.ສາມເຈດີປະກອບດ້ວຍຫນຶ່ງເຈດີໃຫຍ່ແລະສອງເຈດີນ້ອຍ,ເຈດີໃຫຍ່ສູງ 69 ແມັດ, ລວມມີ 16 ຊັ້ນ,ເຊິ່ງແມ່ນເຈດີບູຮານຫລາຍຊັ້ນທີ່ສູງກວ່າຫມູ່ໃນປະເທດຈີນ,ສອງເຈດີນ້ອຍຢູ່ເບື້ອງເຫນືອເບື້ອງໃຕ້ທີ່ຕັ້ງຢູ່ຫລັງເຈດີໃຫຍ່ນັ້ນມີ 10 ຊັ້ນ,ສູງ 43 ແມັດດ ແມ່ນເຈດີກໍ່ດ້ວຍດິນຈີ່ຮູບ 8 ຫລ່ຽມຄູ່ຫນຶ່ງ,ສາມເຈດີຂອງວັດສົງເຊິ້ງໄດ້ຜ່ານຜ່າລົມພັດຝົນຮຳມາພັນກວ່າປີແລ້ວ, ແຕ່ຍັງຕັງຢູ່ຢ່າງສະຫງ່າເຊິ່ງມີຄຸນຄ່າທາງປະຫວັດສາດແລະຄຸນຄ່າສິນລະປະຫລາຍ.
ຢູ່ເຂດເຜົ່າປາຍຕັ້ງພູມລຳເນົາຢູ່ນັ້ນ ນິຍົມດົນຕີພື້ນເມືອງຊະນິດຫນຶ່ງເອີ້ນວ່າ:ທຳນອງເຜົ່າປາຍ, ດົນຕີຊະນິດນີ້ບາງທີບັນເລງປະສານສຽງດ້ວຍກະຈັບປີ່ສາມສາຍ,ມີບາງທີບັນເລັງປະສານສຽງດ້ວຍປີ່, ການຮ້ອງຕ່າງກັນ.
ຊາວເຜົ່າປາຍນິຍົມສີຂາວ,ຜູ່ຊາຍມັກນຸ່ງເສື້ອດ້ານຫນ້າສີຂາວ, ໃສ່ເສື້ອກັກສີດຳອີກ,ແລະມັກນຸ່ງສົ້ງສີຟ້າຫລືສີດຳ, ເຄື່ອງນຸ່ງຂອງຖອຂອງຜູ່ຍິງໃນແຫ່ງຕ່າງໆກໍ່ບໍ່ຄືກັນ,ຢູ່ແຖບເມືອງຕ້າລີສ່ວນຫລາຍມັກນຸ່ງເສື້ອສີຂາວ, ເສື້ອສີແດງທີ່ບໍ່ມີແຂນ,ແລະນຸ່ງສົ້ງໃຫຍ່ສີຟ້າ, ຜູ່ຍິງເຜົ່ປາຍໃນແຫ່ງຕ່າງໆລ້ວນແຕ່ໃສ່ຕູ້ຫູ ປອກເງິນແລະປອກຍົກ, ດຽວນີ້ ຄຽງຄູ່ກັບຊີວິດດ້ານເສດຖະກິດວັດທະນະທຳໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ,ເຄື່ອງນຸ່ງຂອງຖືດັ້ງເດີມຂອງເຜົ່າປາຍຍິ່ງສວຍງາມກວ່າເກົ່າ,ການນຸ່ງຖືຂອງຊາວຫນຸ່ມໃນຊົນນະບົດແລະເຂດພູດອຍກໍບໍ່ຕ່າງກັນຫລາຍປານໃດກັບຄົນໃນເມືອງ.
ຊາວເຜົ່າປາຍມັກແຂກມັກຄົນ, ເມື່ອແຂກມາຢາມກໍ່ຕ້ອນຮັບດ້ວຍຊາອົບ,ຊາອົບຊະນິດນີ້ແມ່ນຊາທ່ີອົບຢູ່ໃນການ້ຳ,ສີນ້ຳຊາໃສງາມທັງຫອມດີ,ມີເອກະລັກພິເສດ, ຖ້າຫາກມາເປັນແຂກຂອງຄອບຄົວຊາວເຜົ່າປາຍ, ເຈົ້າຂອງເຮືອນກໍ່ຈະເຊີນແຂກເຂົ້າມານັ່ງໃນຫ້ອງຮັບແຂກດ້ວຍຄວາມອົບອຸ່ນ,ບັດນັ້ນກໍ່ດັງໄຟຕົ້ມນ້ຳກຽມຊົງຊາອົບໂລດ,ປະເພນີເຊີນກິນ້ຳຊາຂອງຊາວເຜົ່າປາຍແມ່ນນິຍົມກັນຫລາຍ,ກ່ອນອື່ນ ຜູ່ຊົງຊາອົບເອົານ້ຳຊາຈອກທຳອິດຖວາຍໃຫ້ແຂກກ່ອນ, ແຂກຮັບເອົານ້ຳຊາແລ້ວກໍ່ຖວາຍຕໍ່ໃຫ້ຜູ່ອາວຸໂສໃນເຮືອນຂອງເຈົ້າຂອງອີກ,ເມື່ອຖວາຍໃຫ້ທຸກໆຄົນທີ່ນ່ັງຢູ່ໃນເຮືອນນັ້ນແລ້ວໆຈິ່ງດຶ່ມນ້ຳຊານີ້ໄດ້,ຊາວເຜົ່າປາຍກໍ່ນິຍົມແລະມັກໃຊ້ກາແລະຈອກນ້ຳຊາທີ່ສວຍງາມ,ກາແລະຈອກນ້ຳຊາສຳລັບຕ້ອນຮັບແຂກນັ້ນແມ່ນມັກໃຊ້ຈອກດິນເຄືອບສີຂາວ, ປານີດແລະນ້ອຍ, ແຂກຖືຈອກນ້ຳຊາທັງກິນທັງຍ້ອງຍໍແລະຈອກນ້ຳຊາທ່ີສວຍງາມ.
ເຮືອນຢູ່ຂອງຊາວເຜົ່າປາຍກໍ່ມີສີສັນພິເສດ.ເຂົາເຈົ້າເອົາແຜ່ນຫີນມາປູພື້ນ, ໃຊ້ນ້ຳປູນທາຝາ, ຫລັງຄາເຮືອນມຸງດິນຂໍຂຽງ,ໂຄງສ້າງເຮືອນແມ່ນປະກອບດ້ວຍໄມຫມົດ, ເຮັດໃຫ້ຄົນເບິ່ງແລ້ວເຫັນວ່າລຽບລ້ອຍດີ, ສະຫງ່າແລະງາມຕາ, ຊາວເຜົ່າປາຍນິຍົມເຮືອນທີ່ກວ້າງໃຫຍ່ແລະຢູ່ສະບາຍ, ທຳມະດາແມ່ນມັກສ້າງເປັນຈຸ້ມຫໍໂຮງ, ຊາວເຜ່ົາປາຍມັກໃຊ້ຫີນອ່ອນທ່ີທຳມະຊາດແລະຮູບແຕ້ມດ້ວຍນ້ຳມັນສີ, ເພື່ອປະດັບປະດາປະຕູເຮືອນໃຫ້ສະຫງ່າງາມ.
ແຕ່ວັນທີ 15 ຫາວັນທີ 20 ມິນາທຸກປີແມ່ນມື້ບຸນອັນໃຫຍ່ໂຕມະໂຫຖານຂອງເຜົ່າປາຍ, ບຸນດັ່ງກ່າວເອີ້ນວ່າບຸນຖະຫນົນມີນາ ຫລືເອີ້ນວ່າບູນກ່ວນອິ່ນ.ໃນຫົວທີແມ່ນມີສີສັນການເຄື່ອນໄຫວທາງສາສະຫນາ, ຕໍ່ມາກໍ່ຄ່ອຍໆກາຍເປັນງານຕິດຕໍ່ຊື້ຂາຍສິນຄ້າອັນໃຫຍ່ໂຕ,ຫລັງຈາກສະຖາປະນາປະເທດຈີນໃຫມ່ແລ້ວ, ບູນຖະຫນົນມີນາກໍ່ໄດ້ຂະຫຍາຍກາຍເປັນງານຕິດຕໍ່ຊື້ຂາຍສິນຄ້າ, ແລະວາງກິລາສິນລະປະຊົນເຜົ່າປະຈຳປີຂອງປະຊາຊົນບັນດາຊົນເຜ່ົາແຂວງຢຸນນານແລ້ວ, ເຊິ່ງໄດ້ເສີມຂະຫຍາຍບົດບາດອັນຕັ້ງຫນ້າຕໍ່ການເພີ່ມທະວີຄວາມສາມັກຄີລະຫ່ວາງບັນດາຊົນເຜົ່າ, ຊຸກຍູ້ການແລກປ່ຽນເສດຖະກິດວັດທະນະທຳຂອງຊົນເຜົ່າ.
ເມືອງຕ້າລີທ່ີຊາວເຜົ່າປາຍຕັ້ງພູມລຳເນົາຢູ່ເປົນຕົ້ນຕໍນັ້ນຍັງເປັນເຂດທ່ອງທ່ຽວພູພຽງທ່ີລືຊື່ຂອງປະເທດຈີນ, ໃນແຕ່ລະປີ ເມືອງຕ້າລີຕ້ອນຮັບນັກທ່ອງທ່ຽວເກືອບລ້ານເທື່ອຄົນ,ແຂກຕ່າງປະເທດທ່ີມາທ່ຽວຊົມແລະພັກຜ່ອນນັ້ນມີເກືອບ 5 ຫມື່ນເທື່ອຄົນ.
ເມືອງຕ້າລີເຊິ່ງເປັນເຂດທີ່ຊາວເຜົ່ປາຍຈຸ້ມກັນຢູ່ນັ້ນບໍ່ພຽງແຕ່ມີທັດສະນິຍະພາບອັນສວຍງາມແລະປູຊະນິຍະສະຖານຫລາຍທໍ່ນັ້ນ, ແລະຍັງມີຖ່ານຫີນ ເຫລັກ ທອງ ອາລຸຍມີຍົມແລະໂລຫະທີ່ມີຫນ້ອຍປະເພດຕ່າງໆຫລາຍອີກດ້ວຍ.ພູຕຽນຊາງຊານທີ່ຢູ່ແຄມຫນອງແສມີຫີນອ່ອນຫລາຍ, ເນືອຂາວສະອາດມີສີຕ່າງໆຄື ສີຊົມພູ ສີຟ້າອ່ອນແລະສີຂຽວເປັນຕົ້ນເຊິ່ງເປັນວັດສະດຸກໍ່ສ້າງອັນລ້ຳຄ່າ, ໃນນັ້ນ ຫີນອ່ອນມີລາຍດອກແລະຍົກຂາວມີສີສັນພິເສດຕ່າງກັນ ເຊິ່ງເປັນຜະລິດຕະພັນຂາຍດິບຂາຍດີຢູ່ພາຍໃນແລະນອກປະເທດ.
ຕາມສະຖິຕິ, ປະຈຸບັນນີ້ ວິສາຫະກິດທີ່ພໍ່ຄ້າຕ່າງປະເທດມາລົງທຶນຢູ່ເມືອງຕ້າລີນັ້ນໄດ້ມີຮອດ 10 ກວ່າຫລັງແລ້ວ, ຄຽງຄູ່ກັບການປະຕິຣູບແລະໄຂປະຕູຕໍ່ພາຍນອກລົງສູ່ລວງເລິກຢ່າງບໍ່ຂາດສາຍນັ້ນ, ປະຊາຊົນເຜົ່າປາຍທີ່ດຸຫມັ່ນພາກພຽນມີພະລັງຊີວິດໄວຄະນອງ, ພວມຕ້ອນຮັບສັດຕະວັດໃຫມ່ທີ່ຈະຕ້ອນຮັບຍຸກສະໄຫມໃຫມ່.
|