ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-15 18:29:37    
ນາງຊ້ານຊິ້ວຢົງແລະເພງກ່ອມນອນຈີນທີ່ນາງຂັບຮ້ອງ

cri

ເພງກ່ອມນອນແມ່ນຮູບການດົນຕີປະເພດໜຶ່ງທີ່ມີຢູ່ທຸກແຫ່ງໃນໂລກ, ເພງປະເພດນີ້ທຳ
ນອງອ່ອນໂຍນແບບລະບາຍອາລົມ, ໄດ້ສ່ອງແສງຄວາມທະນຸຖະໜອມອັນອ່ອນໂຍນ ແລະຄວາມຮັກອັນບໍລິສຸດຜຸດຜ່ອງແລະສູງສົ່ງຂອງແມ່ທີ່ມີຕໍ່ລູກ. ເພງກ່ອມນອນຂອງ
ທ້ອງຖິ່ນຕ່າງໆໃນໂລກລ້ວນແຕ່ມີຈຸດພິເສດ ຂອງຕົນ, ເພງກ່ອມນອນຂອງຈີນກໍຄືກັນ, ຊົນເຜົ່າຕ່າງໆແລະທ້ອງຖິ່ນຕ່າງໆກໍມີຈຸດດີເດັ່ນຕ່າງກັນ. ຕໍ່ໄປເຊີນຟັງເພງກ່ອມນອນ ພາກຕາເວັນອອກສຽງເໜືອເຊິ່ງເປັນເພງກ່ອມນອນເຜົ່າຮ້ານຂອງຈີນທີ່ຂັບຮ້ອງໂດຍ
ນາງຕ່ານຊິ້ວຢົງ.

ເນື້ອເພງຂຽນວ່າ: ດວງເດືອນແຈ້ງສະຫວ່າງ, ສາຍລົມພັດຄ່ອຍໆ, ໃບໄມ້ບັງປ່ອງຢ້ຽມ.
ຈີ່າຍຮ້ອງຈີດໆ, ຄືກັບສຽງດົນຕີທີ່ອອນຊອນ, ລູກເອີ້ຍ, ລູກຮັກ, ລູກຈົ່ງນອນສາ
ເຍີ.

ນາງຕ່ານຊ້ິວຢົງແມ່ນນັກຮ້ອງສຽງສູງທ່ີມີຊ່ືສຽງຂອງຈີນ, ສຽງຂອງນາງອ່ອນຫວານ,
ໃສແຈ້ງ. ນາງເຄີຍຮ້ອງເພງສະຫຼັບໃນຮູບເງົາແລະເລ່ືອງໂທລະພາບຫຼາຍເລ່ືອງ, ແລະ
ໄດ້ອັດເພງຈຳນວນຫຼວງຫຼາຍ, ແຕນາງຂ້ຶນຊ່ືລືນາມແມ່ນຍ້ອນນາງຮ້ອງເພງພ້ືນເມືອງ
ຂອງຈີນມ່ວນຫຼາຍ. ເພງພ້ືນເມືອງຈີນທ່ີນາງຮ້ອງມີລັກສະນະຊົນເຜົ່າຢ່າງເຂັ້ມຂຸ້ນ, ໄດ້
ບັນລະຍາຍເຖິງຄວາມຮັກອັນຈິງໃຈ, ໄດ້ຮັບຄວາມຊົມເຊີຍຈາກຜູ່ຟັງຢ່າງກວ້າງຂວາງ. ຕ່ໍໄປເຊີນທ່ານຟັງເພງກ່ອມນອນທົ່ງຫຍ້າເຊ່ິງຂັບຮ້ອງໂດຍທ່ານນາງຕ່ານຊິ້ວຢົງ.

ທ່ີທ່ານພວມຟັງຢູ່ນ້ີແມ່ນເພງກ່ອມນອນທົ່ງຫຍ້າເຊ່ິງຂັບຮ້ອງໂດຍນາງຕ່ານຊ້ິວຢົງ. ນ້ີແມ່ນເພງກ່ອນນອນທ່ີແຕ່ງຕາມເພງພ້ືນເມືອງເຜົ່າມົງໂກນ, ເພງນ້ີມີຄວາມໝາຍເລິກ
ເຊ່ິງຍາວໄກ, ຄືແມ່ໄດ້ອວຍພອນໃຫ້ລູກມີອະນາຄົດອັນດີງາມ.

ທ່ີທ່ານຟັງມານັ້ນແມ່ນເພງກ່ອມນອນທົ່ງຫຍ້າຂັບຮ້ອງໂດຍນາງຕ່ານຊິ້ວຢົງ.

ເຜົ່າຈວ້າງແມ່ນຊົນເຜົ່າສ່ວນໜ້ອຍທ່ີຕັ້ງພູລຳເນົາຢູ່ເຂດກວາງຊີເຜົ່າຈວ້ງປົກຄອງຕົນ
ເອງຢູ່ພາກໃຕ້ຂອງຈີນ, ປະຊາຊົນເຜົ່າຈວ້ງຊ່າງຟ້ອນຊ່າງລຳ, ເກືອບໝົດທຸກຄົນ,
ເລ່ືອງຫຍັງໃນຊີວິດປະຈຳວັນກໍເອົາມາຮ້ອງເປັນເພງໄດ້. ເພງກ່ອມນອນຂອງເຜົ່າ
ຈວ້າງກໍມີລັກສະນະພິເສດຂອງຕົນເອງ, ເພງກ່ອມນອນເຫຼົ່ານ້ີມີທຳນອງມ່ວນຊ່ືນແລະ
ເບົາໃຈ, ເນ້ືອເພງຄ້າຍຄືກັບເພງເດັກນ້ອຍ, ກໍສະແດງໃຫ້ເຫັນຄວາມຮັກອັນເລິກເຊ່ິງ
ຂອງແມ່ທ່ີມີຕ່ໍລູກ.

ທ່ີທ່ານຟັງຢູ່ນ້ີແມ່ນເພງກ່ອມນອນເຜົ່າຈວ້ງເຊ່ິງຂັບຮ້ອງໂດຍນາງຕ່ານ ຊ້ິວຢັງ. ເນ້ືອ
ເພງມີຄວາມໝາຍວ່າ: ແມ່ໄປເຮັດນາ, ຈະເກັບເອົາໝາກໄມ້ມາສູ່ລູກກິນ. ນອນເດີ້ລູກ
ເອ້ີຍ, ແມ່ຈະເກັບໝາກໄມ້ຫວານໆມາສູ່ກິນ, ນອນເດີ້ລູກເອ້ີຍ.

ເຜົ່າປ໋າຍກໍແມ່ນຊົນເຜົ່າສ່ວນໜ້ອຍທ່ີຕັ້ງພູມລຳເນົາຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ, ພວກເຂົາເຈົ້າສ່ວນຫຼາຍດຳລົງຊີວິດຢູ່ແຂວງຢຸນນານແລະແຂວງກຸ້ຍໂຈວເປັນຕົ້ນ. ເພງກ່ອມນອນເຜົ່າປ໋າຍກໍຄືກັນກັບເພງພ້ືນເມືອງເຜ່ົາປ໋າຍ, ອ່ອນຫວານ, ເຕັມໄປດ້ວຍ
ຄວາມຮັກແລະຮີດປະເພນີອັນເຂັ້ມຂຸ້ນ. ຕ່ໍໄປເຊີນຟັງເພງກ່ອມນອນໜອງແສຂັບຮ້ອງ
ໂດຍນາງຕ່ານຊ້ິວຢົງ.

ເນ້ືອເພງຂຽນວ່າ: ຄືນເດືອນຫງາຍໜອງແສມິດອ່ິມຊ່ິມ, ລົມພັດເຮືອໃບໂຍດເຍກ, ເຮືອ
ໃບນ້ອຍຄືກັບອູ່ຂອງລູກ. ນອນສາເຍີ, ລູກຮັກຂອງແມ່.

ທ່ີຟັງຢູ່ນ້ີແມ່ນເພງກ່ອມນອນເຜົ່າເອ້ີວັ່ນເຄ້ີ. ເຜົ່າເອ້ີວ່ັນເຄ້ີແມ່ນຊົນເຜ່ົາສ່ວນໜ້ອຍທ່ີຕັ້ງ
ພູມລຳເນົາຢູ່ພາກຕາເວັນອອກສຽງເໜືອຂງຈີນ, ອາໄສການລ່າເນ້ືອລ້ຽງຊີບ. ເພງກ່ອມ
ນອນຂອງເຜ່ົ່າເອີ້ວັ່ນເຄ້ີໄດ້ສະແດງໃຫ້ເຫັນເຜົ່າເອ້ີວ່ັນເຄ້ີມັກພູຜາປ່າໄມ້. ເນ້ືອເພງຂຽນ
ວ່າ: ພ່ໍໄປລ່າເນ້ືອຢູ່ໃນປ່າ, ລູກເຜົ້າພູກັບແມ່ເດີ້. ດອກໄມ້ເທິງພຫຼ້ິນກັບລູກ, ນຳ້ຫ້ວຍ
ສອນລູກຮ້ອງເພງ. ນົກນ້ອຍຮ້ອງເພງກ່ອມນອນ, ລົມພັດອູ່ລູກໄກວໂອ້ນເອ້ນ. ລູກຈົ່ງ
ໃຫຍ່ໄວໆ, ເຕີບໃຫຍ່ຢູ່ເທິງພູຈົ່ງຮັກພູ, ລູກແມ່ນໄວໜຸ່ມຜູ່ດີເດ່ັນເຜົ່າເອ້ີວັ່ນເຄ້ີ.