ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-15 20:07:10    
ການ​ຄົ້ນ​ຄວ້າ​ຜະ​ລິດ​ກຳ​ລັງ​ດັນ​ຂອງ​ລູກ​ສອນ​ໄຟ​ຍານ​ສົ່ງ​ຮຸ້ນ​ໃໝ່​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ລັກ​ສະ​ນະ​ຂັ້ນ​ຕອນ

cri
ຕາມ​ຂ່າວ​ສານ​ຊິນ​ຮວາ: ວັນ​ທີ 15 ມັງກອນ, ຈັກ​ແມ່​ແຮງ​ນ້ຳ​ອິດ​ໂດຼ​ແຊນ​ນ້ຳ​ອ໌ອກຊີ​ແຊນ​ຂັ້ນ 50 ​ໂຕນ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ນັ້ນ​ໄດ້​ເຮັດ​ການ​ທົດ​ລອງ​ຢ່າງ​ສຳ​ເລັດ​ຜົນ​ຢູ່​ປັກ​ກິ່ງ, ນີ້​ໝາຍຄວາມ​ວ່າການ​ຄົ້ນຄວ້າ​ຜະລິດ​ອຸປະກອນ​ກຳລັງ​ດັນ​ພື້ນ​​ຖານ​ຂອງ​ລູກ​ສອນ​ໄຟ​ຍານ​ສົ່ງ​ຮຸ້ນ​​ໃໝ່​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ລັກສະນະ​ຂັ້ນ​ຕອນ.

ທ່ານ​ໂລ​ເກີ ຫົວໜ້າ​ກົມ​ກິດ​ຈະການ​ລະບົບ​ຄະນະ​ກຳ​ມະ​ການ​ອຸດສາ​ຫະກຳ ວິທະ​ຍາສາດ​ເຕັກ​ນິກປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ແນະ​ນຳ​ວ່າ, ຈັກ​ແມ່​ແຮງ​ແບບ​ນີ້​ແມ່ນ​ຈັກ​ແມ່​ແຮງ​ທີ່​ມີ​ກຳລັງ​ຊຸກດັນ​ຫຼາຍ​ກວ່າ​ໝູ່​ທີ່​ໃຊ້​ນ້ຳ​ອິດ​ໂດຼ​ແຊນ​ນ້ຳອ໌ອກຊີ​ແຊນ​ເປັນ​ວັດຖຸ​ຊຸກດັນ​ຂອງ​ຈີນ​ໃນ​ປະຈຸ​ບັນ, ​ຄຸນ​ລັກ​ສະ​ນະ​ດ້ານ​ເຕັກນິກ​ຂອງ​ມັນ​ໄວ້​ໃຈ​ໄດ້, ຕົ້ນ​ທຶນ​ຕ່ຳ, ​ແມ່ນ​ອຸປະກອນ​ພື້ນຖານ​ຂອງ​ລູກ​ສອນ​ໄຟ​ຍານ​ສົ່ງ​ຮຸ້ນ​ໃໝ່​ຂອງ​ຈີນ. ຈັກ​ແມ່​ແຮງ​ນີ້​ໄດ້​ຄົ້ນຄວ້າ​ຜະລິດ​ສຳ​ເລັດ​ຜົນ​, ຈະ​​ເສີມຂະຫຍາຍ​ບົດບາດ​ອັນ​ໃຫຍ່ຫຼວງ​ຕໍ່ຈີນ​ພັດທະນາ​ເຕັກນິກ​ດາວ​ທຽນ​ແລະຢັ່ງ​ແທກ​ອະວະກາດ​ເປັນ​ຕົ້ນ​ໃນ​ພາຍ​ໜ້າ.