ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-16 17:24:37    
ອຸດ​ສາ​ຫະ​ກຳ​ທີ​ສາມ​ກວມ​ເຄິ່ງ​ໜຶ່ງ​ຂຶ້ນ​ໄປ​ຂອງ​ເສດ​ຖະ​ກິດ​ຕິ​ເບດ

cri

ຕາມ​ຂ່າວສານ​ຊິນ​ຮວາ: ມູນ​ຄ່າ​ເພີ່ມ​ຂອງ​ອຸດສາຫະກຳ​ທີສາມ​ຂອງ​ເຂດ​ຕິ​ເບດປົກຄອງ​ຕົນ​ເອງໄດ້​ກວມ​GDP​ທົ່ວ​ເຂດ​57%.

​ໃນ​ໄລຍະດົນ​ນານ​ມານີ້, ກະ​ສິກຳ​ແລະ​ການ​ລ້ຽງ​ສັດ​ແມ່ນ​ອຸດ​ສາ​ຫະ​ກຳ​ສຳຄັນຂອງ​ເຂດ​ຕິ​ເບ​ດ​​​ຕະ​ຫຼອດມາ. ໃນ​ຫຼາຍ​ປີ​ມາ​ນີ້, ​ເຂດ​ຕິ​ເບ​ດ​ໄດ້ເພີ່ມ​ທະວີ​ການ​ດັດສົມອົງ​ປະກອບ​ອຸດສາຫະກຳ, ອົງ​ປະກອບ​ຂອງອຸດສາຫະກຳ​ສາມ​ປະ​​ເພດ​ນັບ​ມື້​ນັບ​ສົມ​ເຫດ​ສົມ​ຜົນ.

ປັດຈຸບັນ, ​ຂະ​ແໜງ​ການທ່ອງທ່ຽວ ​ສື່ສານ ໄປສະນີ​ແລະ​ການ​ຄ້າ​ ຍຸກປັດຈຸບັນ​ເປັນ​ຕົ້ນ​ໃນ​ອຸດສາຫະກຳ​ທີ3ຂອງ​ເຂດ​ຕິ​ເບ​ດ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ.

​ເຂດ​ຕິ​ເບ​ດມີຊັບພະຍາກອນ​ທຳ​ມະ​ຊາດ​ແລະ​ຊັບ​ພະ​ຍາ​ກອນ​ວັດ​ທະນະທຳ​ທີ່​ພິ​ເສດ​ແລະ​ອັດສະຈັນ​ໄດ້​​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ​​ຫຼວງ​ຫຼາຍຕິດ​ໃຈ​ນຳ. ຄ່ຽງຄູ່​ກັບພື້ນຖານ​ໂຄງລ່າງ​ເຊັ່ນ​ຄົມມະນາຄົມ ​ແລະ​ສື່ສານ​​ໄດ້​ຮັບ​ການ​ປົວ​ແປງໃຫ້​ດີຂຶ້ນ​ຕື່ມ​ອີກ, ຂະ​ແໜງ​ການທ່ອງທ່ຽວ​​ໄດ້ກາຍ​ເປັນ​ຂະ​ແໜງ​ການ​ໜຶ່ງທີ່​ພັດທະນາ​ໄວ​ກວ່າ​ໝູ່​ໃນ​ອຸດ​ສາ​ຫະກຳ​ທີ​ສາມ​ຂອງ​ເຂດ​ຕິ​ເບ​ດ. ​ ​ປີ​ກາຍ​ນີ້, ທົ່ວ​ເຂດ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວຂອງ​ຈີນ​ແລະ​ຕ່າງປະ​ເທດລື່ນ​ກາຍ1​ລ້ານ8​ແສນ​​​ເທື່ອ​ຄົນ.